ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ແນວ​ໂຮມທີ່​ນຳພາ​ໂດຍ​ ສະຫະລັດ ໂຈມຕີທາງ ອາກາດໃສ່ ພວກ IS ໃນຊີເຣຍ ແລະ ອີຣັກ


ເຮືອບິນຮົບ EA-18G Growler ຖືກປ່ອຍອອກຈາກ ເຮືອຮົບ USS Carl Vinson (CVN 70) ໃນອ່າວ Arabian. 28 ຕຸຸລາ 2014.
ເຮືອບິນຮົບ EA-18G Growler ຖືກປ່ອຍອອກຈາກ ເຮືອຮົບ USS Carl Vinson (CVN 70) ໃນອ່າວ Arabian. 28 ຕຸຸລາ 2014.

ການ​ໂຈ​ມຕີ​ທາງ​ອາກາດ​ຂອງ​ແນວ​ໂຮມທີ່​ນຳພາ​ໂດຍ​ ສະຫະລັດ ​ໃນ​ພາກຕາ​ເວັນ​ອອກ​ຂອງ ຊີ​ເຣຍ ​ໃນ​ວັນ​ເສົາ ​ແລະ ວັນ​ອາທິ​ດວານ​ນີ້ ​ໄດ້ເຮັດ​ໃຫ້​ພວກ​ຫົວ​ຮຸນ​ແຮງລັດ ອິສລາມ ​ເສຍ​ຊີວິດ​ຢ່າງ​ໜ້ອຍ 23 ຄົນ ​ແລະ ບາດ​ເຈັບ​ຕື່ມອີກ.

​ໃນ​ຖະ​ແຫຼ​ງການ​ອອກ​ຕອນ​ເຊົ້າ​ວັນ​ອາທິດ​ວານ​ນີ້, ​ແນວ​ໂຮມ​ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ໄດ້​ແນ​ເປົ້າ​ໃສ່​ໂຄງ​ສ້າງ​ ​ແລະ ​ເສັ້ນທາງ​ຜ່ານ​ນຳໃຊ້​ໂດຍ​ກຸ່ມ​ IS ຢູ່​ພາຍ​ໃນ ​ແລະ ນອກເມື​ອງ Raqqa.

​ໂຄສົກ​ຂອງ​ແນວ​ໂຮມ ພັນໂທ Thomas Gilleran ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ, ​ເຊິ່ງທ່ານ​ເອີ້ນ​ວ່າ​ມີ​ຄວາມ​ສຳຄັນ​ຫຼາຍ, ​ແມ່ນ​ຕັ້ງ​ໃຈ​ທີ່​ຈະ​ຂັດຂວາງ​ພວກ​ຫົວ​ຮຸ​ນ​ແຮງ​ໃນ​ຄວາມ​ສາມາດ​ທີ່​ຈະເຄື່ອນ​ຍ້າຍ​ກຳລັງ​ຄົນ ​ແລະ ອາວຸດ​ໃນ​ທົ່ວ ຊີ​ເຣຍ ​ແລະ ອີ​ຣັກ.

ຈຳນວນ​ຄົນ​ເສ​ຍຊີວິດ ​ແລະ ບາດ​ເຈັບ​ໄດ້​ຖືກ​ເປີດ​ເຜີຍ​ໂດຍ ອົງກາ​ນ ສິ້ງ​ຊອມ​ສິດທິ​ມະນຸດ​ໃນ
ຊີ​ເຣຍ. ​ໃນ​ເວ​ບໄ​ຊ້ ຂອງ​ພວກ IS ​ໄດ້​ກ່າວ​ວ່າ 10 ຄົນ​ໄດ້​ຖືກ​ຂ້າ​ຕາຍ ​ແລະ ຫຼາຍ​ສິບ​ໄດ້​ຮັບ​ບາດ​ເຈັບ.

​ໃນ​ຂະນະ​ດຽວ​ກັນ, ໜັງ​ສື​ພິມ Hurriyet ​ໄດ້​ລາຍ​ງານ​ວ່າ ກອງທັບ ເທີ​ກີ ​ແມ່ນ​ກຳລັງປຶກສາ​ຫາລື ການເຂົ້າ​ຮ່ວມທາງ​ທະຫານ​ ກັບບັນດາຜູ້​ບັນຊາ​ການ​ ​ຕາມ​ຊາຍ​ແດນ​ ຂອງຊີ​ເຣຍ.

Syria
please wait
Embed

No media source currently available

0:00 0:00:22 0:00

XS
SM
MD
LG