ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ຂະຫຍາຍ ການ​ໂຈມ​ຕີ​ ທາງ​ອາກາດ ໃນອີຣັກ ​(ສະໄລດ໌/ວີດີໂອ)


ສະມາຊິກ ລັດຖະສະພາສະຫະລັດ ພວມຊັ່ງຊາ ເບິ່ງການເອົາ
ບາດກ້າວທີ່ຈະຕ້ອບໂຕ້ຕໍ່ພວກ ​ຫົວ​ຮຸນ​ແຮງລັດອິສ​ລາມ ທີ່​ເຂົ້າ
​ຄວບ​ຄຸມ​ຂົງ​ເຂດ​ອັນ​ກ້ວາງ​ໃຫຍ່ ​ໃນພາກເໜືອ​ອິຣັກ​ ແລະ​ພາກ
​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ.

ໃນ​ອາທິດ​ແລ້ວນີ້ ປະທາ​ນ​ນາ​ທິບໍດີສະຫະລັດທ່ານບາຣັກ
​ໂອ​ບາ​ມາ​ໄດ້​ປະກາດຂະຫຍາຍ ການປະຕິບັດງານ ​ທີ່ຮວມທັງ
ການ​ໂຈມ​ຕີ​ທາງ​ອາກາດ ​ເພື່ອ​ຊ່ອຍ​ກອງກຳລັງອີຣັກ ​ແລະການ
​ອະນຸມັດຂອງ​ທ່ານ ທີ່ຈະ​ທຳການ​ໂຈມ​ຕີ​ທາງ​ອາກາດ ຢູ່ໃນ​
ຊີ​ເຣຍ ນຳ​ອີກ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດທ່ານ Chuck Hagel ຈະ​ໄດ້​ໃຫ້ການກ່ຽວ​ກັບ​ໄພ​ຂົ່ມຂູ່​ຂອງ ຫົວຮຸນແຮງ​ໃນວັນ​ອັງຄານ​ມື້​ນີ້ ຕໍ່ຄນະ​ກຳມະການ​ດ້ານກອງ​ທັບ ​ພ້ອມໆກັບ ທ່ານ​ນາຍ​ພົນ Martin Dempsey ປະທານ​ເສນາ​ທິການຮ່ວມຂອງກອງທັບສະຫະລັດ.

ທ່ານ Obama ​ໄດ້​ກ່າວ​ວ່າ ທ່ານ​ບໍ່​ຈຳ​ເປັນ​ທີ່​ຈະຕ້ອງໄດ້ຮັບການອະນຸມັດຈາກລັດຖະສະພາ ແຕ່ທ່ານກໍໄດ້ຮ້ອງຂໍໃຫ້ບັນດາສະມາຊິກສະພາອະນຸມັດ​ແຜນການ​ທີ່​ຈະ​ຝຶກແອບພວກຕໍ່ຕ້ານ
ລັດຖະບານໃນ​ຊີ​ເຣຍ ​ຊຶ່ງ​ພວມທຳ​ການ​ສູ້ລົບກັບພວກກະບົດລັດອິສລາມ ​ແລະ​ທະຫານລັດ
ຖະບານ​ຊີ​ເຣຍ ​ໃນ​ສົງ​ຄາມ​ກາງ​ເມືອງ​ຢູ່ໃນປະເທດຊີເຣຍ.

ສະມາຊິກສະພາ​ຕ່ຳ ຈະ​ອະພິປາຍກ່ຽວ​ກັບ​ຮ່າງ​ກົດໝາຍດັ່ງກ່າວ ​ໃນ​ມື້​ອັງຄານ​ມື້​ນີ້ ຊຶ່ງ​ບັງ ຄັບວ່າ​ທຳນຽບຫ້າ​ແຈ ຕ້ອງໄດ້ແຈ້ງໃຫ້ຊາບ​ 15 ມື້ ກ່ອນຈະ​ມີ​ການ​ຝຶກແອບໃດໆເລີ້ມຂຶ້ນ ​ແລະຄວາມຄືບໜ້າເປັນປະຈຳ​ຫຼັງຈາກ​ນັ້ນ. ບັນດາ​ສະມາຊິກ​ສະພາ ອາດຈະລົງ​ຄະ​ແນນ​ສຽງໃນ​ວັນ​ພຸດ​ມື້​ອື່ນນີ້ກໍເປັນໄດ້. ມາດ​ຕະການ​ທີ່​ວ່າ​ນີ້ ຈຳ​ເປັນຍັງຈະ​ຕ້ອງ​ໄດ້​ຮັບ​ອະນຸມັດ​ຈາກ​ສະພາ​ສູງນຳດ້ວຍ.

​ເຮືອບິນ​ລົບຂອງສະຫະລັດ ໄດ້​ທຳການ​ໂຈມ​ຕີ​ເປັນເທື່ອທຳອິດ ໃນການ​ຂະຫຍາຍ​ການ​ຖິ້ມ​ລະ​ເບີດ ຢູ່​ໃນ​ອີຣັກ​ ໃນ​ວັນ​ຈັນ​ວານ​ນີ້ ​ໂດຍໂຈມຕີ​ເປົ້າ​ໝາຍຕ່າງ​ໆ​ ​ທາງພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ນະຄອນຫຼວງ​ Baghdad ຂອງ​ອີຣັກ ພ້ອ​ມທັງ​ຂົງ​ເຂດທີ່​ໃກ້​ໆກັບ ພູ Sinjar ທາງ​ພາກ​ເໜືອ​ຂອງ​ອີຣັກນຳ.

World's Top Diplomats Pledge Iraq Support
please wait

No media source currently available

0:00 0:02:58 0:00

XS
SM
MD
LG