ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ ສຫລ ຊັ່ງຊາເບິ່ງ ຂໍ້ຕົກລົງ ວ່າດ້ວຍການຮ່ວມມື ດ້ານນີວເຄລຍ ກັບຈີນ


 ຮູບພາບເຄື່ອງປະຕິກອນນີວເຄລຍທີ່ໂຮງໄຟຟ້ານີວເຄຍ Taishan ທີ່ກຳກັບໂດຍອົງການຄວບຄຸມນີວເຄລຍຂອງຈີນ ໃນແຂວງກວາງຕຸ້ງ ວັນທີ 17 ຕຸລາ 2013.
ຮູບພາບເຄື່ອງປະຕິກອນນີວເຄລຍທີ່ໂຮງໄຟຟ້ານີວເຄຍ Taishan ທີ່ກຳກັບໂດຍອົງການຄວບຄຸມນີວເຄລຍຂອງຈີນ ໃນແຂວງກວາງຕຸ້ງ ວັນທີ 17 ຕຸລາ 2013.

ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພນີວ​ເຄລຍຂອງ​ສະຫະລັດກ່າວ​ຕໍ່ ບັນດາ​ສະມາຊິກ​ລັດຖະສະພາ​ໃນວັນອັງຄານ​ວານ​ນີ້ວ່າ ການ​ຕໍ່​ອາຍຸຂໍ້ ​ຕົກລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ນີວ​ເຄລຍກັບ​ຈີນ ​ແມ່ນ “ຊ່ອງ​ທາງ​ດີ​ທີ່​ສຸດ” ສຳລັບສະຫະລັດເພື່ອ​ໃຊ້​ອິດ​ທິພົນ ​ແລະ​ປັບປຸງ​ບັນປະຫວັດກ່ຽວ ກັບ​ການ​ຫ້າມ​ແຜ່ຜາຍ​ອາວຸດ​ນີວ​ເຄລຍຂອງ​ຈີນ​ໃຫ້​ດີ​ຂຶ້ນນັ້ນ.

ພົນ​ໂທ​ເບ້ຍ​ບຳນານ​ກອງທັບ​ອາກາດ Frank Klotz ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ພະລັງງານ ວ່າ​ດ້ວຍ​ຄວາມ​ປອດ​ໄພ​ດ້ານ​ນີວ​ເຄລຍ ​ແລະ​ຜູ້​ຄຸ້ມຄອງ​ອົງການ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ນີວ​ເຄລຍ​ແຫ່ງ​ຊາດ ກ່າວ​ວ່າ “ບໍ່​ມີ​ການ​ນຳ​ໃຊ້​ຂໍ້​ຕົກລົງ​ສະບັບ​ໃໝ່​ຂຶ້ນ​ມາ​ແທນ ພວກ​ເຮົາ​ຈະ​ສູນ​ເສຍ​ກົນ​ໄກທີ່​ສຳຄັນ​ທີ່​ສຸດ​ສຳລັບ​ໃຊ້​ອິດ​ທິພົນ​ໃນ​ພຶດຕິ​ກຳ​ຫ້າມ​ແຜ່ ຜາຍອາວຸດ​ນີວ​ເຄລຍຂອງ​ຈີນ” ນັ້ນ.

ທ່ານ Frank Klotz ກ່າວ​ໃນ​ຄຳ​ໃຫ້ການ​ຕໍ່​ຄະນະ​ກຳມາ​ທິການ​ ວ່າ​ດ້ວຍ​ຄວາມ​ສຳພັນ​ກັບ​ຕ່າງປະ​ເທດ​ຂອງ​ສະພາ​ສູງວ່າ “ພວກ​ເຮົາ​ຈະ​ສູນ​ເສຍ​ຄວາມ​ໄດ້​ປຽບ​ດ້ານ​ເສດຖະ
ກິດ​ທີ່​ບົ່ມ​ຊ້ອນ ​ແລະ​ພວກ​ເຮົາ​ຈະ​ສູນ​ເສຍ​ການ​ເຂົ້າ​ໃຈ​ຢ່າງ​ຄ່ອງ​ແຄ້ວ​ທີ່​ພວກ​ມີ​ໃນ​ໂຄງການ​ນີວ​ເຄລຍຂອງ​ຈີນ ຮວມທັງການ​ຄົ້ນຄວ້າ ​ແລະ​ການ​ພັດທະນາ​ນີວ
ເຄລຍນັ້ນ.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ຮຽກຮ້ອງ​ໃຫ້​ລັດຖະສະພາ ອະນຸ ມັດ​ຕໍ່ຂໍ້ສະເໜີ ທີ່ຈະຕໍ່​ອາຍຸ​ສົນທິສັນຍາ​ເປັນ​ເວລາ 30 ປີ ​ໂດຍ​ກ່າວ​ວ່າ ມັນ​ຈະ​ອະນຸມັດ​ໃຫ້​ມີ​ “​ໂຄງ​ຮ່າງ​ຮອບ
ດ້ານ​ສຳລັບການ​ຮ່ວມ​ໄມ້​ຮ່ວມມື​ດ້ານ​ນີວ​ເຄລຍທີ່​ສັນຕິ​ກັບ​ຈີນ ອີງ​ຕາມ​ຄຳ​ໝັ້ນ​ໝາຍ​ຊຶ່ງ​ກັນ​ແລະ​ກັນ ຕໍ່​ການ​ຫ້າມແຜ່ຜາຍ​ອາວຸດ​ນີວ​ເຄລຍນັ້ນ."

​ໃນ​ການໃຫ້ການ​ຕໍ່​ຄະນະ​ກຳມາ​ທິການ​ດັ່ງກ່າວ​ໃນ​ວັນອັງຄານ​ວານ​ນີ້ກໍ ​ມີ​ທ່ານ Thomas Countryman ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ ການ​ຕ່າງປະ​ເທດ​ສຳລັບ​ຄວາມ​ປອດ​ໄພ​ນາໆ​ຊາດ​ແລະ​ຫ້າມແຜ່ຜາຍ​ນີວ​ເຄລຍນັ້ນ.

ການ​ໄປ​ໃຫ້ການ​ຕໍ່​ຄະນະ​ກຳມາ​ທິການ​ດັ່ງກ່າວ​ໃນ​ວັນ​ອັງຄານ​ວານ​ນີ້ ​ແມ່ນ​ເພ່ງ​ເລັງ​ໃສ່​ການ​ປະ​ເມິ​ນ” ຄວາມ​ສ່ຽງ​ ​ແລະສິ່ງ​ຕອບ​ແທນທີ່​ສາ ມາດ​ເປັນ​ໄປ​ໄດ້ ”ຂອງ​ຂໍ້​ຕົກລົງ​ເປັນ​ເວລາ 30 ປີ​ສະ​ບັບ​ໃໝ່. ການ​ໃຫ້ການ​ດັ່ງກ່າວ​ມີ​ຂຶ້ນ​ນຶ່ງ​ມື້ ຫຼັງ​ຈາກ​ການ​ພົບ​ປະກັນ​ທາງ​ລັບ​ຂອງ​ຄະນະ​ກຳມາ​ທິການ​ດັ່ງກ່າວ ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ໂອ​ບາ​ມາ ກ່ຽວ​ກັບ​ການ​ຕໍ່​ອາຍຸ​ສັນຍາ​ດັ່ງກ່າວ​ທີ່​ສະ​ເໜີ​ໄປ​ນີ້.

US Lawmakers Discuss Extension of US-China Nuclear Deal
please wait

No media source currently available

0:00 0:01:57 0:00

XS
SM
MD
LG