ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະ ສປປ ລາວ ລົງນາມ ເພື່ອກໍ່ຕັ້ງ ສະຖາບັນ ໂພຊະນາການ


ຈາກຊ້າຍໄປຫາຂວາ ທ່ານ Benjamin Rhodes ທີ່ປຶກສາ​​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ສະຫະລັດ, ສຈ. ດຣ. ເອກສະ ຫວ່າງ ລັດຖະມົນຕີ ວ່າການ ​ກະຊວງສາທາ​ລະນະສຸກ ແລະ
Dr. Justin Denny ຈາກ​ ສະຖາບັນ ສຸຂະພາບ ແລະ​ວິທະຍາສາດ ມະຫາວິທະຍາ​ໄລ Oregon.
ຈາກຊ້າຍໄປຫາຂວາ ທ່ານ Benjamin Rhodes ທີ່ປຶກສາ​​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ສະຫະລັດ, ສຈ. ດຣ. ເອກສະ ຫວ່າງ ລັດຖະມົນຕີ ວ່າການ ​ກະຊວງສາທາ​ລະນະສຸກ ແລະ Dr. Justin Denny ຈາກ​ ສະຖາບັນ ສຸຂະພາບ ແລະ​ວິທະຍາສາດ ມະຫາວິທະຍາ​ໄລ Oregon.

ຮອງ​ທີ່​ປຶກສາ​ທາງ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດສະຫະລັດ ທ່ານ
Benjamin Rhodes ພ້ອມ​ດ້ວຍລັດຖະມົນຕີ ​ວ່າການ​ກະຊວງ
​ສາທາ​ລະນະ​ສຸກ ພະນະ​ທ່ານ ສຈ. ດຣ. ​ເອກ​ສະຫວ່າງ ວົງ​ວິຈິດ
​ແລະ ດຣ. Justin Denny ຈາກ​ ສະຖາບັນສຸຂະພາບແລະ​ວິທະ
ຍາສາດ ມະຫາວິທະຍາ​ໄລ Oregon ​ໄດ້​ຮ່ວມກັນ​ລົງ​ນາມ​ ໃນ
​ໜັງສື​ເຈດ​ຈຳນົງ ​ໂຄ​ງການ​ສ້າງ​ ສະ​ຖາ​ບັນ​ໂພ​ຊະນາ​ການ ​ລາວ-
ອາ​ເມຣິກາ ໃນວັນສຸກທີ 16 ຕຸລາຜ່ານມາ. ການ​ຮ່ວມ​ມື​ຄັ້ງ​ປະຫວັດສາດ​ໃນ​ຄັ້ງ​ນີ້ຈະ​ຊ່ວຍ
ປ້ອງ​ກັນການ​ຂາດ​ສານ​ອາ​ຫານແລະ​ສົ່ງ​ເສີມ​ສຸຂະພາບຂອງ​ປະຊາ ຊົນ​ລາວ​ໃນ​ປັດຈຸບັນ​ແລະ​ຄົນ​ຮຸ້ນ​ຫລັງ​ໃນ​ອະນາ​ຄົດຕໍ່ໄປ.

ທ່ານ Daniel Klune ເອກອັກຄະລັດຖະທູດ ສະຫະລັດປະຈຳ ສປປ ລາວ ໄດ້​ກ່າວ​ກ່ຽວ​ກັບ​ຜົນ ​ທີ່​ຈະ​ໄດ້​ຈາກ​ສະ​ຖາ​ບັນ LANI ວ່າ ​ໃນ​ການ​ສົ່ງ​ເສີມ​ໂຄງການ ທີ່​ເຮັດ​ໃຫ້​ແ​ມ່​ແລະເດັກ ມີ​ສຸຂະພາບ​ດີນີ້ ພວກ​ເຮົາ​ໄດ້​ລົງ​ທຶນ​ໄລຍະ​ຍາວ​ ໃຫ້​ແກ່ ເສດຖະກິດ ​ແລະ​ການ​ພັດທະນາ​ຂອງ ສປປ ລາວ.

​ນອກນັ້ນ ໃນລະຫວ່າງ​ທີ່​ເດີນທາງ​ຢ້ຽມຢາມ​ແຂວງ​ຫຼວງພະ​ບາງ ທ່ານ Ben Rhodes ​ກໍ
ໄດ້​ຢຸດແວ່ຢ້ຽມຢາມ​ທິມເກັບ​ກູລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກຫລື UXOLao ທີ່​ບ້ານປາກ​ອູ
ແຂວງ​ຫຼວງ​ພະ​ບາງ. ທີ​ມ UXO Lao ​ໄດ້​ລາຍ​ງານ​ໂດຍ​ຫຍໍ້​ໃຫ້​ທ່ານ Ben Rhodes ຊາບ​ເຖິງ​ຄວາມ​ຄືບ​ໜ້າ​ຂອງ​ບ້ານແລະ​ອະທິບາຍ​ວ່າ ສະມາຊິກ​ທຸກ​ຄົນ​ຕ້ອງ​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ ​ເພື່ອ​ຈະ​ເຮັດ​ວຽກ​ໃນ​ສາຂາ​ນີ້. ທ່ານ Ben Rhodes ກ່າວ​ວ່າ ຂ້າພະ​ເຈົ້າ​ຮູ້ສຶກ​ປະ​ທັບ​ໃຈ​ຫຼາຍ​ເຖິງ​ຄວາມ ຕັ້ງ​ໃຈ​ຂອງ​ທິມ UXO Lao ​ໃນ​ພາລະກິດ​ທີ່​ສຳຄັນ​ນີ້.

​ເມື່ອວັນ​ທີ 16 ຕຸລາ ທ່ານ Ben Rhodes ​ໄດ້​ປະກາດ ​ໃຫ້ທຶນ​ຊ່ວຍ​ເຫຼືອຈຳ ນວນ 2 ລ້ານ 2 ລ້ານ​ໂດ​ລາຫຼື 17.5 ຕື້​ກີບໃຫ້​ການ​ກູ້​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ ຢູ່ລາວ.

XS
SM
MD
LG