ສະຫະລັດ ແລະອີກ 11 ປະເທດ ໄດ້ບັນລຸຂໍ້ຕົກລົງໃນວັນຈັນທີ່ຜ່ານມາກ່ຽວກັບການສ້າງຕັ້ງເຂດການຄ້າເສລີຂະໜາດໃຫຍ່ ທີ່ຈະເຮັດໃຫ້ກຳແພງກີດກັ້ນດ້ານການຄ້າຫຼຸດຕ່ຳລົງ ແລະ ຕັ້ງມາດຕະຖານທົ່ວໄປໃນລະຫວ່າງບັນດາປະເທດທີ່ຢູ່ຕິດກັບມະຫາສະໝຸດປາຊີຟິກ ເຊິ່ງເປັນຜົນຜະລິດລວມດ້ານເສດຖະກິດ ປະກອບເປັນ ເກືອບເຄິິ່ງໜຶ່ງຂອງໂລກຂ່າວຂອງຂໍ້ຕົກລົງດ້ານການຄ້າທີ່ໄດ້ຮັບຄວາມສຳເລັດນີ້ ໄດ້ຖືກປະກາດໃນວັນຈັນຜ່ານມາທີ່ນະຄອນ Atlanta. ຕອນນີ້ມັນກໍຂຶ້ນກັບສະມາຊິກສະພາ ຂອງທັງສິບສອງປະເທດ ທີ່ຈະພິຈາລະນາວ່າ ເງື່ອນໄຂຂອງພາຄີຂ້າມມະຫາສະມຸດປາຊີຟິກ ຫຼື TPP ແມ່ນມີຜົນປະໂຫຍດ ສຳລັບປະເທດຂອງພວກເຂົາເຈົ້າຫຼືບໍ່. ຜູ້ສື່ຂ່າວ Mil Arcega ມີລາຍງານ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.
ຜູ້ຕາງໜ້າດ້ານການຄ້າຂອງ ສະຫະລັດ ທ່ານ Michael Froman ກ່າວວ່າ “ພວກເຮົາລັດຖະມົນຕີການຄ້າ ອອສເຕຣເລຍ, ບຣູໄນ, ການາດາ, ຊີເລ, ຍີ່ປຸ່ນ, ມາເລ ເຊຍ, ເມັກຊິໂກ, ນິວຊີແລນ, ເປຣູ, ສິງກະໂປ, ສະຫະລັດ ແລະ ຫວຽດນາມ ແມ່ນຍິນດີທີ່ຈະປະກາດວ່າພວກເຮົາໄດ້ສະຫຼຸບການເຈລະຈາ ພາຄີຂ້າມມະຫາສະມຸດປາຊີຟິກຢ່າງປະສົບຜົນສຳເລັດ.”
ຫຼັງຈາກການເຈລະຈາກັບໄປກັບມາເປັນເວລາ 5 ປີ, ບັນດາປະເທດແຄມມະຫາສະມຸດ ປາຊີຟິກ 12 ປະເທດກ່າວວ່າ ພວກເຂົາເຈົ້າມີຂໍ້ຕົກ ລົງໜຶ່ງທີ່ຜູ້ຕາງໜ້າດ້ານການຄ້າຂອງ ສະຫະລັດ ທ່ານ Michael Froman ກ່າວວ່າຈະເປັນການຫຼຸດອັດຕາພາສີ ແລະ ປັບປຸງມາດຖານການດຳລົງຊີວິດໃນທົ່ວພາກພື້ນ ເອເຊຍ ປາຊີຟິກ.
ທ່ານ Michael Froman ກ່າວວ່າ “ພວກເຮົາຫວັງວ່າ ຂໍ້ຕົກລົງ
ທີ່ມີຄວາມສຳຄັນ ປະຫວັດສາດສະບັບນີ້ ຈະສົ່ງເສີມການ
ຂະຫຍາຍຕົວຂອງເສດຖະກິດ, ສະໜັບສະໜູນວຽກງານທີ່ມີ
ຄ່າຈ້າງສູງຂຶ້ນ, ຍົກລະດັບອັດຕາການຜະລິດທີ່ມີການປັບປຸງໃໝ່
ແລະ ການແຂ່ງຂັນ, ຍົກສູງມາດຕະຖານການດຳລົງຊີວິດ,
ຫຼຸດຜ່ອນຄວາມທຸກຍາກໃນປະເທດຂອງພວກເຮົາ, ແລະ ສົ່ງ
ເສີມຄວາມໂປ່ງໃສ, ວິທີການປົກຄອງປະເທດທີ່ດີ ແລະ ມີແຮງ
ງານທີ່ເຂັ້ມແຂງ ແລະ ການປົກປ້ອງສິ່ງແວດລ້ອມ.”
ບັນດາສະມາຊິກສະພາມີເວລາ 90 ມື້ ເພື່ອໃຫ້ການອະນຸມັດຂໍ້ຕົກລົງ. ແຕ່ມີພຽງຈຳນວນໜ້ອຍດຽວເທົ່ານັ້ນ ທີ່ຄາດວ່າ ຂໍ້ຕົກລົງນີ້ຈະໄດ້ຖືກຮັບຜ່ານຢ່າງງ່າຍດາຍໃນສະພາ.
ທ່ານ Scott Kennedy ແມ່ນຜູ້ຊ່ຽວຊານກ່ຽວກັບສາຍພົວພັນທາງດ້ານເສດຖະກິດໂລກ ທີ່ສູນກາງຍຸດທະສາດ ແລະ ການສຶກສາ ລະຫວ່າງປະເທດ.
ທ່ານ Scott Kennedy ກ່າວວ່າ “ນີ້ຈະເປັນການອະພິປາຍທີ່ເປັນບັນຫາໂຕ້ແຍ້ງ ເຊິ່ງພວກເຂົາເຈົ້າຈະເຈລະຈາກ່ຽວກັບທຸກໆບັນຫາທີ່ແຕກຕ່າງກັນ ແລະໃນເມື່ອພວກເຮົາກຳລັງເຂົ້າໃນລະດູການທີ່ປັ່ນປ່ວນຂອງ ການໂຄສະນາຫາສຽງລົງສະໝັກຕຳເອົາແໜ່ງປະທານາທິບໍດີ, ສຳລັບປີ 2016, ທ່ານຈະເຫັນການໂຕ້ຖຽງກັນກ່ຽວກັບທຸກໆບັນຫາ ສຳລັບຂໍ້ຕົກລົງນີ້.”
ຝ່າຍຄ້ານທີ່ແຂງແກ່ນທີ່ສຸດແມ່ນຄາດວ່າຈະມາຈາກກຸ່ມແຮງງານ ແລະ ຈາກພັກລັດຖະ
ບານຂອງປະທານາທິບໍດີ ໂອບາມາ ເອງ, ເຊິ່ງອ້າງວ່າຂໍ້ຕົກລົງດັ່ງກ່າວຈະເຮັດໃຫ້ມີການສູນເສຍວຽກງານ ແລະ ສົ່ງຜົນກະ ທົບຕໍ່ສິ່ງແວດລ້ອມ. ແຕ່ຜູ້ສະໜັບສະໜູນການຄ້າເສລີກ່າວວ່າ ຂໍ້ຕົກລົງນີ້ຈະຂະຫຍາຍການສົ່ງອອກຂອງ ສະຫະລັດ ແລະ ເປີດປະຕູໃຫ້ບັນດາ
ຊາວນາອາເມຣິກາ. ມັນກໍຍັງຈະຂະຫຍາຍການປົກປ້ອງສິດທິບັດ ສຳລັບຜູ້ຜະລິດຢາປົວພະຍາດຂອງ ສະຫະລັດ ບາງບໍລິສັດອີກດ້ວຍ.
ທ່ານ Scott Kennedy ກ່າວວ່າ “ມັນເປັນການພິສູດວ່າ ເຖິງແມ່ນວ່າບາງພາກ ສ່ວນ, ບາງບໍລິສັດໂດຍສະເພາະ, ອາດປະສົບກັບການສູນເສຍ ແຕ່ເສດຖະກິດສ່ວນ ໃຫຍ່ໂດຍລວມຈະດີຂຶ້ນ. ການສ້າງວຽກງານເພີ່ມເຕີມຄວນຈະເປັນຜົນທີ່ອອກມາສຳລັບ
ຂໍ້ຕົກລົງນີ້, ແທນທີ່ຈະເປັນການຫຼຸດລົງ.”
ບັນດານັກວິເຄາະກ່າວວ່າ ພາຄີຂ້າມມະຫາສະໝຸດປາຊີຟິກ ຈະຂະຫຍາຍໂອກາດຂອງ ສະຫະລັດ ໃນພາກພື້ນປາຊີຟິກ ແລະ ອາດຈະສາມາດຕ້ານຢັນອິດທິພົນຂອງ ຈີນ ທີ່ພວມ ເພີ້ມທະວີຂຶ້ນ, ເຊິ່ງຕອນນີ້ເປັນປະເທດທີ່ມີເສດຖະກິດໃຫຍ່ເປັນອັນດັບສອງຂອງໂລກ.