ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ແລະ 11 ປະເທດ ບັນລຸຂໍ້ຕົກລົງ ການຄ້າເສລີ ຂ້າມມະຫາສະມຸດ ປາຊີຟິກ


Pacific Rim Countries Reach Landmark Trade Agreement
please wait

No media source currently available

0:00 0:02:10 0:00

ສະຫະລັດ ແລະບັນດາ 11 ປະເທດທີ່ຕັ້ງເລາະລຽບແຄມຝັ່ງ
ມະຫາສະມຸດປາຊີ ຟິກ ໄດ້ບັນລຸຂໍ້ຕົກລົງຂັ້ນສຸດທ້າຍ ໃນວັນ
ຈັນວານນີ້ ກ່ຽວກັບການສ້າງຕັ້ງເຂດ ການຄ້າຢ່າງເສລີຂະ
ໜາດໃຫຍ່ ທີ່ຈະຕັດພາສີແລະຫລຸດຜ່ອນກຳແພງການຄ້າ
ສຳລັບເກືອບເຄິ່ງນຶ່ງຂອງເສດຖະກິດໂລກ.

ພາຄີຂ້າມມະຫາສະມຸດປາຊີຟິກ ແມ່ນໄຊຊະນະໃນນະໂຍ
ບາຍການເມືອງທີ່ສຳ ຄັນສຳລັບປະທານາທິບໍດີສະຫະລັດ
ທ່ານ Barack Obama ເຖິງແມ່ນວ່າການຮັບຜ່ານໃນສະ
ພາແມ່ນຍັງບໍ່ທັນເປັນທີ່ແນ່ນອນເທື່ອກໍຕາມ. ປະທານາທິບໍ
ດີໄດ້ ກ່າວວ່າ ສົນທິສັນຍານີ້ “ສະທ້ອນໃຫ້ເຫັນຄຸນຄ່າຂອງ
ສະຫະລັດ ແລະອຳນວນ ໃຫ້ບັນດາແຮງງານຂອງພວກເຮົາມີໂອກາດທີ່ຈະໄດ້ຮັບ
ຄວາມທ່ຽງທຳໃນຄວາມ ສຳເລັດທີ່ເຂົາເຈົ້າ ສົມຄວນໄດ້ຮັບ.”

ທ່ານກ່າວວ່າ ສະຫະລັດ ບໍ່ສາມາດປ່ອຍໃຫ້ “ບັນດາປະເທດ ຄືດັ່ງຈີນ ເປັນ ຜູ້ຂຽນກົດ
ລະບຽບຕ່າງໆຂອງເສດຖະກິດໂລກ. ພວກເຮົາຄວນເປັນຜູ້ຂຽນກົດ ລະບຽບເຫລົ່ານັ້ນ
ເປີດຕະຫລາດໃໝ່ໃຫ້ແກ່ຜະລິດຕະພັນຂອງ ອາເມຣິກັນໃນ ຂະນະທີ່ຕັ້ງມາດຕະຖານ
ທີ່ສູງໄວ້ ເພື່ອປົກປ້ອງພວກຄົນງານ ແລະຮັກສາສິ່ງ ແວດລ້ອມຂອງພວກເຮົາ.”

ບັນດານັກວິເຄາະ ກ່າວວ່າ ພາຄີຂ້າມມະຫາສະມຸດ ຫຼື TPP ສາມາດຮັບມືກັບ ອິດທິພົນ
ທີ່ພວມເພີ້ມຂຶ້ນຂອງຈີນ ຊື່ງປັດຈຸບັນນີ້ເປັນເສດຖະກິດໃຫຍ່່ສຸດອັນດັບ ສອງຂອງໂລກ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ຮ້ອງການຕົກລົງນີ້ວ່າ “ເປັນນະ ໂຍບາຍທີ່
ມອງການໄກ ສຳລັບບັນດາປະເທດທີ່ເຂົ້າຮ່ວມທັງໝົດແລະຍຶດໝັ້ນໃນຫລັກຄຸນຄ່າແບບ
ດຽວກັນ ແລະພະຍາຍາມທີ່ຈະສ້າງເຂດເສດຖະກິດທີ່ເສລີ ແລະຍຸຕິທຳຂຶ້ນ.”

ມີການໃຊ້ເວລາເຖິງເຈັດປີໃນການເຈລະຈາທີ່ເຕັມໄປດ້ວຍການຖົກຖຽງໂຕ້ແຍ້ງເພື່ອສຳ
ເລັດເສັດສິ້ນ ຂໍ້ຕົກລົງການຄ້າດັ່ງກ່າວ. ລາຍລະອຽດຫລາຍຢ່າງ ຍັງຈະມີການປະກາດ
ໃຫ້ຊາບຕາມທີຫລັງ.

US Pacific Trade Pact
please wait
Embed

No media source currently available

0:00 0:02:23 0:00

XS
SM
MD
LG