ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ຟ້ອງຜູ້ຊາຍຄົນນຶ່ງ ໃນຂໍ້ຫາ ພະຍາຍາມ ສະໜັບສະໜຸນ ລັດອິສລາມ (ວີດີໂອ)


Mufid Elfgeeh, of Rochester, N.Y. is shown in a June 2, 2014 file photo provided by the Monroe County Sheriff's Office.
Mufid Elfgeeh, of Rochester, N.Y. is shown in a June 2, 2014 file photo provided by the Monroe County Sheriff's Office.

ຄະນະຕຸລາການ ຂອງລັດຖະບານກາງ​ສະຫະລັດ​ ​ໄດ້​ຟ້ອງຜູ້​
ຊາຍ​ຄົນ​ນຶ່ງ​ໃນ​ຂໍ້​ຫາ ພະຍາຍາມທີ່ຈະ​ໃຫ້ການສະໜັບສະໜຸນ
​ແລະ​ໃຫ້​ຊັບພະຍາກອນ​ ແກ່ກຸ່ມ ລັດ​ອິສລາມ ​ແລະ​ພະຍາຍາມ
ສັງຫານ​ສະມາ​ຊິກ​ຂອງກອງທັບ​ສະຫະລັດ.

ກະຊວງ​ຍຸຕິ​ທຳກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ທ້າວ Mufid
Elfgeeh ອາຍຸ 30 ປີ ທີ່​ເມືອງ Rogester ລັດ New York ​
ໄດ້​ຊັກ​ຊວນໃຫ້​ສອງ​ຄົນ​ເດີນທາງ​ໄປ ຕ່າງ​ປະ​ເທດ ​ເພື່ອສູ້​ລົບ
ໃຫ້ແກ່ກຸ່ມລັດອິສລາມ ​ແລະ​ຍັງ​ສົ່ງ​ເງິນ 600 ​ໂດ​ລາ ​ໄປ​ໃຫ້​
ຄົນ​ນຶ່ງ​ທີ່ປະ​ເທດ​ເຢ​ເມນ ​ເພື່ອ​ໃຫ້​ເຂົາ​ເຈົ້າ ​ສາມາດ​ເດີນ​ທາງ​
ໄປປະ​ເທດ​ຊີິເຣຍ ​ເພື່ອ​ຮ່ວມສູ້​ລົບ​ກັບກັບ​ພວກ​ຫົວ​ຮຸນ​ແຮງ
ດັ່ງກ່າວ.

ລັດຖະມົນຕີກະຊວງ​ຍຸຕິ​ທຳ ທ່ານ Eric Holder ກ່າວ​ວ່າ ສະຫະ​ລັດຈະ “ຍັງຈະດຳ​ເນີນ
ການ​ຢ່າງ​ແຂງ​ຂັນ ​ເພື່ອລະບຸໂຕ ​ແລະລົບ​ກວນ” ພວກ​ທີ່​ພະຍາຍາມ​ໃຫ້ການສະໜັບສະ
ໜຸນແກ່​ບັນດາ​ກຸ່ມ​ກໍ່​ການ​ຮ້າຍ ທີ່​ຕ້ອງການ​ທຳຮ້າຍ​ ຊາວ​ອາ​ເມຣິກັນ.

​ການ​ຟ້ອງຮ້ອງເຈັດ​ຂໍ້ດັ່ງກ່າວນີ້ ຍັງ​ຮວມ​ທັງ ຂໍ້ຫາການມີເຄື່ອງເກັບສຽງທີ່ໃຊ້ໃນ ເວລາຍິງ
ປືນ ຢູ່ໃນຄວາມຄອບ​ຄອງ​ ​ແລະໄດ້​ຮັບ​ເຄຶ່ອງ​ເກັບ​ສຽງ​ດັ່ງກ່າວ ທີ່ບໍ່ໄດ້​ລົງທະບຽນ.

US ISLAMIC STATE INDICTMENT VO
please wait

No media source currently available

0:00 0:00:40 0:00

XS
SM
MD
LG