ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດອາເມຣິກາ ປະກາດໃຫ້ການຊ່ວຍເຫຼືອ ລາວ ໃນການເກັບກູ້ລະເບີດບໍ່ທັນແຕກ


 ເຈົ້າໜ້າທີ່ລາວ ແລະ ສະຫະລັດ ກຳລັງຮ່ວມກັນເຊັນບັນທຶກຄວາມເຂົ້າໃຈກ່ຽວກັບການຊ່ວຍເຫຼືອເກັບກູ້ລະເບີດບໍ່ທັນແຕກໃນ ລາວ
ເຈົ້າໜ້າທີ່ລາວ ແລະ ສະຫະລັດ ກຳລັງຮ່ວມກັນເຊັນບັນທຶກຄວາມເຂົ້າໃຈກ່ຽວກັບການຊ່ວຍເຫຼືອເກັບກູ້ລະເບີດບໍ່ທັນແຕກໃນ ລາວ

ທາງການສະຫະລັດອາເມຣິກາຕົກລົງໃຫ້ການຊ່ວຍເຫຼືອແກ່
ລາວ ເພີ່ມຂຶ້ນເປັນ 13 ລ້ານໂດລາ ສຳລັບນຳໃຊ້ໃນການເກັບກູ້
ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ໃນລາວໃນຕະຫຼອດ
ປີ 2015 ນີ້.

ທ່ານ Daniel Clune ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳລາວ
ໄດ້ປະກາດການໃຫ້ຄວາມຊ່ວຍເຫຼືອ ດ້ານງົບປະມານສຳລັບການເກັບກູ້ລະເບີດ
ບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ໃນລາວເພີ່ມຂຶ້ນເປັນ 13​ ລ້ານໂດລາໃນຕະຫຼອດ
ປີ 2015 ໃນໂອກາດທີ່ທ່ານໄດ້ຮ່ວມເປັນກຽດ ໃນພິທີການລົງນາມ ບັນທຶກຄວາມ
ເຂົ້າໃຈ ວ່າດ້ວຍການເກັບກູ້ລະເບີດ UXO ໃນແຂວງ ຊຽງຂວາງທີ່ເປັນການຮ່ວມມື ລະຫວ່າງອົງການເກັບກູ້ລະເບີດ ແຫ່ງຊາດລາວ ກັບກຸ່ມທີ່ປຶກສາ Mines Advisory
Group (MAG) ຊຶ່ງໄດ້ມີຂຶ້ນເມື່ອບໍ່ດົນມານີ້ຢູ່ ນະຄອນຫຼວງວຽງຈັນ.

ໂດຍການເພີ່ມການຊ່ວຍເຫຼືອແກ່ລາວຂອງທາງການສະຫະລັດໃນຄັ້ງນີ້ຍັງລວມເຖິງ
ການສົມທົບທຶນໃນມູນຄ່າ 2 ລ້ານໂດລາ ສຳລັບໃຫ້ກຸ່ມທີ່ປຶກສາ MAG ເພື່ອນຳໃຊ້ໃນ
ການເກັບກູ້ລະເບີດ UXO ໃນແຂວງຊຽງຂວາງໃນປີ 2015 ນີ້ ແລະ ຖືກເປັນພາກສ່ວນ
ໜຶ່ງໃນໂຄງການທີ່ທາງການສະຫະລັດໄດ້ລິເລີ່ມຂຶ້ນໃໝ່ເພື່ອໃຫ້ການຊ່ວຍເຫຼືອແກ່
ປະຊາຊົນລາວທີ່ໄດ້ຮັບຜົນກະທົບຈາກ ລະເບີດ UXO ອີກດ້ວຍ.

ການເກັບກູ້ລະເບີດບໍ່ທັນແຕກໃນ ລາວ
ການເກັບກູ້ລະເບີດບໍ່ທັນແຕກໃນ ລາວ

​ກ່ອນໜ້ານີ້ ທ່ານ Daniel Clune ໃຫ້ການຢືນຢັນວ່າ ລັດຖະບານ
ສະຫະລັດ ໄດ້ອະນຸມັດງົບປະມານໃນມູນຄ່າລວມ 6.5 ລ້ານ
ໂດລາ ຊຶ່ງແບ່ງອອກເປັນ 5 ລ້ານໂດລາ ສຳລັບໃຫ້ການຊ່ວຍ
ເຫຼືອຜູ້ທີ່ພິການຈາກລະເບີດ UXO ໃນລາວຫຼາຍກວ່າ 70,000
ຄົນ ທີ່ດຳເນີນໂຄງການໂດຍອົງການ World Education ພາຍໃຕ້
4 ເປົ້າໝາຍຄືການຝຶກອົບຮົມ ການເພີ່ມຂີດຄວາມສາມາດດ້ານ
ເສດຖະກິດ ການເຂົ້າເຖິງເຕັກໂນໂລຢີ ແລະ ການຟື້ນຟູທາງ
ການແພດ ສຳລັບຄົນພິການໃນລາວ ເປັນເວລາ 3 ປີຕິດຕໍ່ກັນ.

ສ່ວນເງິນທຶນອີກ 1.5 ລ້ານໂດລານັ້ນ ເປັນການສະໜັບສະໜູນ ໃຫ້ແກ່ໂຄງການຮ່ວມມື
ທາງດ້ານການຜະລິດອົງຄະທຽມ ແລະ ເຄື່ອງເຄື່ອງຄ້ຳຊູສຳລັບຄົນພິການໃນໄລຍະ 3 ປີ
ຕໍ່ໄປນີ້ໂດຍ ໂຄງການດັ່ງກ່າວນີ້ ຈະມີສ່ວນຢ່າງສຳຄັນໃນການເສີມຂະຫຍາຍ ການຕອບ
ສະໜອງເພື່ອເຮັດໃຫ້ ຄົນພິການໃນລະດັບທ້ອງຖິ່ນນັ້ນ ສາມາດເຂົ້າເຖິງ ການໄດ້ຮັບ
ອົງຄະທຽມ ແລະ ບໍລິການຟື້ນຟູ ຕ່າງໆຢ່າງທົ່ວເຖິງທັງນີ້ ໂດຍນັບແຕ່ປີ 1993 ເປັນຕົ້ນມາ
ທາງການສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອ ສຳລັບການເກັບກູ້ລະເບີດ UXO ໃນລາວ
ໄປແລ້ວເຖິງ 83 ລ້ານໂດລາ ລວມເຖິງການຊ່ວຍເຫຼືອ ໃນການສຶກສາຄວາສ່ຽງ ແລະ
ໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ໄດ້ ຮັບເຄາະຈາກລະເບີດ UXO ໃນລາວດ້ວຍສ່ວນໃນການ
ເກັບກູ້ລະເບີດນັ້ນກໍໄດ້ເພີ່ມການຊ່ວຍເຫຼືອຈາກ 9 ລ້ານໂດລາ ໃນປີ 2012 ແລະ ປີ 2013
ເປັນ 12 ລ້ານໂດລາໃນປີ 2014 ທັງຍັງຖືວ່າ ສະຫະລັດເປັນລາຍດຽວ ທີ່ໄດ້ໃຫ້ການ
ຊ່ວຍເຫຼືອ ລາວ ໃນດ້ານນີ້ຢ່າງຄົບຊຸດອີກດ້ວຍ.

ທາງດ້ານທ່ານ ບຸນເຮືອງ ບຸນພະຈັນ ລັດຖະມົນຕີ ປະຈຳ ສຳນັກງານນາຍົກລັດຖະມົນຕີ
ກໍໄດ້ຖະແຫຼງວ່າລັດຖະບານລາວ ກຳລັງສຸມໃສ່ການສຶກສາຄົ້ນຄວ້າ ແລະ ກຳນົດວິໄສທັດ ໃນການຮ່າງແຜນການໄລຍະຍາວ ສຳລັບການເກັບກູ້ລະເບີດ UXO ໃນຊ່ວງປີ 2016-
2030 ໂດຍມີກະຊວງການຕ່າງປະເທດ ເປັນ ພາກສ່ວນປະສານງານ ເພື່ອຂໍການຊ່ວຍ
ເຫຼືອຈາກຕ່າງປະເທດ ດັ່ງທີ່ທ່ານໄດ້ຊີ້ແຈງວ່າ:

“ພວກເຮົາຈະໄດ້ປືກສາຫາລືວິໄສທັດ ໃນການພັດທະນາ ຊົນນະບົດລົບລ້າງ
ຄວາມທຸກຍາກ ແລະ ແກ້ໄຂບັນຫາລະເບີດ ບໍ່ທັນແຕກແຕ່ປີ 2016 ຮອດ 2030
ປະຈຸບັນກະຊວງການ ຕ່າງປະເທດ ໄດ້ມອບໃຫ້ແຕ່ລະກະຊວງ ອົງການ ໄປຄົ້ນ
ຄວ້າ ແລະ ກະຊວງອົງການທີ່ກ່ຽວຂ້ອງ ຈະຮັບເອົາອັນໃດໄປຜັນ ຂະຫຍາຍ.”

ແຕ່ຢ່າງໃດກໍ່ຕາມ UXO Lao ກຳລັງປະເຊີນໜ້າກັບການຂາດ ແຄນງົບປະມານຢ່າງໜັກ
ໜ່ວງ ຊຶ່ງເຮັດໃຫ້ສາມາດເກັບກູ້ລະເບີດ UXO ໄດ້ໃນພື້ນທີ່ຈຳກັດ ໂດຍໄລຍະ 6 ເດືອນ
ທ້າຍປີ 2014 ນັ້ນສາມາດເກັບກູ້ໄດ້ໃນພື້ນທີ່ 4,958 ເຮັກຕາ ແລະ ໄດ້ທຳລາຍລະເບີດ
ໄປ 72,346 ໜ່ວຍເທົ່ານັ້ນ.

XS
SM
MD
LG