ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ John Boehner ປະກາດລາອອກ ຈາກການເປັນ ສະມາຊິກສະພາ


Boehner Stuns Congress With Abrupt Resignation
please wait

No media source currently available

0:00 0:02:29 0:00

ປະທານ​ສະພາ​ຕຳ່ສະຫະລັດ ທ່ານ John Boehner ​ໄດ້​ປະ
ກາດ​ລາ​ອອກ​ຈາກ​ ສະພາ ​ໃນ​ວັນ​ສຸກ​ວານ​ນີ້ ​ໂດຍກ່າວ​ວ່າ
ທ່ານ​ຈະສະຫລະບ່ອນ​ນັ່ງຂອງ​ທ່ານໃນ​ທ້າຍ​ເດືອນ​ຕຸລາ​ທີ່
ຈະ​ມາ​ເຖິງ​ນີ້ ​ເພາະວ່າ ​ຄວາມວຸ້ນວາຍທີ່ແກ່ຍາວ​ມາ ກ່ຽວ​ກັບ
ການ​ນຳ​ພາຂອງ​ທ່ານຈະສ້າງຄວາມເສຍຫາຍທີ່ປົວແປງບໍ່
ໄດ້ ​ຕໍ່ສະພາຕ່ຳ.

ທ່ານ Boehner ​ຊຶ່ງເປັນສະມາຊິກສະພາຕ່ຳ ສັງກັດ​ພັກຣີ
ພັບ​ບລິ​ກັນ ຈາກລັດ Ohio ກ່າວ​ວ່າ ທ່ານ​ມີ​ແຜນ​ທີ່​ຈະລາ​
ອອກ ​ຈາກການ​ເປັນປະທານ​ສະພາ​ຕຳ່ໃນ ​ທ້າຍ​ປີ​ນີ້ຢູ່​ແລ້ວ
​ແຕ່​ໄດ້​ເລື່ອນ​ເວລາໃຫ້​ໄວ​ຂື້ນ ​ໃນ​ຂະນະ​ທີ່​ຄວາມ​ບໍ່​ສະຫງົບ
​ລະຫວ່າງພວກນິຍົມ​ແນ​ວທາງ​ເດີມ ຂົ່ມ​ຂູ່ຕໍ່​ສະພາ.

ທ່ານ Boehner ກ່າວວ່າ “ໜ້າ​ທີ່​ທຳ​ອິດ ຂອງປະທານ​ສະພາ​ໃດໆ ກໍ​ຄືປ້ອງ​ກັນ​ສະ​ຖາ​ບັນ
​ດັ່ງ​ກ່າວ ທີ່​ພວກ​ເຮົາ​ທັງ​ໝົດຮັກຫອມ. ນີ້​ບໍ່​ໄດ້​ກ່ຽວ​ກັບຂ້າພະ​ເຈົ້າ. ມັນ​ກ່ຽວ​ກັບ​ປະຊາຊົນ
​ແລະ​ສະ​ຖາ​ບັນ.”​

​ທ່ານ Boehner ຊຶ່ງໄດ້ເຂົ້າຮັບຕໍາແໜ່ງຕັ້ງແຕ່​ປີ 1990 ​ໄດ້​ຢູ່​ພາຍໃຕ້​ຄວາມ​ກົດ​ດັນ​ຈາກ
ພວກຝ່າຍຂວາ​ໃນພັກຣີພັບ​ບລິ​ກັນຂອງ​ທ່ານ ​ຢູ່ໃນ​ຫລາຍໆ​ບັນຫາ ດ້ວຍກັນ.

ບັນ​ດາ​ພວກນິຍົມແນວທາງ​ເດີມ ​ໄດ້​ຮຽກ​ຮ້ອງ​ໃຫ້​ຮ່າງ​ກົດ​ໝາຍໃດໆກໍຕາມທີ່ຈະໃຫ້ ​ລັດ
ຖະບານປະຕິບັດ​ງານໄດ້ກາຍເສັ້ນ​ຕາຍ​ໃນວັນ​ພຸດຈະມານີ້ ກ່ຽວກັບ​ງົບປະ​ງານທີ່ຈະຕັດ
ໃຫ້ບໍລິການໃນການຄຸມກຳເນີດຂອງກຸ່ມ Planned Parenthood ທີ່​ໄດ້​ຮັບ​ທຶນ​ຈາກລັດ
ຖະບານ​ກາງນັ້ນ ຊຶ່ງເປັນ​ການ​ໂຕ້​ຖຽງທີ່ໄດ້ຮັບການ​ປະຕິ​ເສດ ​ໂດຍບັນດາສະມາຊິກ
ສະພາທີ່ເນັ້ນການປະຕິບັດເປັນຫຼັກ.

ທ່ານ Boehner ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ຢູ່​ກອງ​ປະຊຸມ​ຖະແຫຼງຂ່າວວ່າ ທ່ານຮູ້ສຶກເປັນ
ກຽດ ທີ່​ໄດ້​ຮັບ​ໃຊ້ສະພາ​ຕ່ຳເປັນ​ເວລາ 25 ປີ ​ແລະໄດ້ເປັນ​ຜູ້ນຳສູງສຸດຂອງສະພາດັ່ງ
ກ່າວ. ທ່ານ​ກ່າວ​ວ່າ ສະມາຊິກສະພາຕ່ຳຈາກລັດ California ທ່ານ Kevin McCarthy ຊຶ່ງເປັນບຸກຄົນໝາຍເລກ 2 ຂອງ​ພັກຣີພັບບລິ​ກັນໃນສະພາຕ່ຳ ຈະ “​ເປັນ​ປະທານ
ສະພາ​ທີ່​ດີ​ເລີດ.”

ຄວາ​ມ​ຂັດແຍ້ງຢ່າງດຸເດືອດ​ລະຫວ່າງພວກ​ຜູ້ນຳພັກຣີພັບ​ບລິ​ກັນທີ່ມີການຈັດຕັ້ງ ​ແລະ
​ແກນ​ນຳຂອງ​ພວກນິຍົມແນວທາງເດີມ ​ໄດ້ຂົ່ມຂູ່ຊຳ້ແລ້​ວຊຳ້ອີກ​ຕໍ່​ການເປັນ​ປະທານ
ສະພາຂອງ​ທ່ານ Boehner ​ແລະ​ແບ່ງ​ແຍກພັກຣີພັບ​ບລິ​ກັນ. ບັນດາ​ສະ​ຊິກ​ຝ່າຍຂວາ​
ໄດ້​ທ້າ​ທາຍ​ທ່ານ Boehner ກ່ຽວ​ກັບ​ທຸກ​ສິ່ງ​ທຸກ​ຢ່າງ​ນັບແຕ່ ການໃຊ້ຈ່າຍຂອງລັດ
ຖະບານ​ກາງ ​ຕະຫລອດເຖິງ​ການ​ແທ້ງ​ລູກ.

ທ່ານ Boehner ​ເອງ ​ກໍ​ໃຫ້ການ​ສະໜັບສະໜູນແກ່​ສ່ວນ​ໃຫຍ່​ຂອງ​ລາຍ​ການ​ດັ່ງ​ກ່າວ ​
ແຕ່​ບໍ່​ເຫັນ​ດີ ໃນ​ການຈັດຕັ້ງປະຕິບັດ ທີ່​ປິດ​ລັດຖະບານ​ນັ້ນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG