ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດມີ ນັກສຶກສາ ນາໆຊາດ ມາຮຽນ ຫລາຍກ່ວາ ປະເທດອື່ນໃດ ໃນໂລກ (ວີດີໂອ ຮຽນພາສາອັງກິດ)


US Hosts Record 866,000 Foreign Students
please wait

No media source currently available

0:00 0:02:56 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ມີ​ນັກ​ສຶກສາ​ຕ່າງປະ​ເທດ ​ເກືອບ​ຮອດ 9 ​ແສນ​ຄົນ ມາສຶກສາ ​
ຢູ່​ໃນມະຫາວິທະຍາ​ໄລແຫ່ງ​ຕ່າງໆ ​ໃນ​ທົ່ວ​ສະຫະລັດ. ​ໃນ​ນັ້ນ
ປະມານ​ເຄິ່ງໜຶ່ງ​ແມ່ນ​ມາ​ຈາກ​ເອ​ເຊຍ ​ຊຶ່ງ​ສ່ວນ​ໃຫຍ່​ ແມ່ນ​ມາ​
ຈາກ​ປະ​ເທດ​ຈີນ​. ສະຫະລັດ​ມີ​ນັກ​ສຶກສາ​ຈາກ​ຕ່າງປະ​ເທດ
ມາ​ຮຽນຫລາຍ​ກ່ວາ​ປະ​ເທດ​ອື່ນ​ໃດ​ໃນ​ໂລກ ​ແລະ​ກໍ​ກຳລັງ​ມີ​
ຫລາຍ​ຂຶ້ນ​ເລື້ອຍໆ. ດາຣາມີ​ລາຍລະອຽດ​ ມາະ​ເໜີ​ທ່ານ
ຈາກ​ລາຍ​ງານ​ຂອງ ວີ​ໂອ​ເອ ພະ​ແນ​ກຮຽນ​ພາສາ​ອັງກິດ.

ຟັງລາຍງານນີ້ ເປັນພາສາອັງກິດຊ້າໆ ເພື່ອຮຽນໄປພ້ອມ

ປັດຈຸບັນນີ້ ມີນັກສຶກສານາໆຊາດ ເກືອບຮອດ 9 ແສນຄົນ ສຶກສາຢູ່ໃນມະຫາວິທະຍາໄລ
ແຫ່ງຕ່າງໆ ໃນສະຫະລັດອາເມຣິກາ. ເກືອບເຄິ່ງໜຶ່ງຂອງຈຳນວນສູງເປັນປະຫວັດການ
ດັ່ງກ່າວນີ້ ແມ່ນມາຈາກເອເຊຍ ຊຶ່ງສ່ວນໃຫຍ່ແມ່ນ ຈາກປະເທດຈີນ.

ນັກສຶກສາຈີນ ແມ່ນຮວມຢູ່ໃນ ບັນດາຜູ້ຄົນຈາກປະເທດອື່ນໆ ທີ່ເວລານີ້ ປະກອບເປັນ
ປະມານ 4 ສ່ວນຮ້ອຍຂອງ ນັກສຶກສາມະຫາວິທະຍາໄລທັງໝົດ ຢູ່ໃນສະຫະລັດ. ອາເມ
ຣິກາແມ່ນມີສ່ວນແບ່ງ ຂອງນັກສຶກສານາໆຊາດ ຈຳນວນທັງໝົດ 4 ລ້ານ 5 ແສນຄົນ
ຂອງໂລກ ຫລາຍກ່ວາປະເທດອື່ນໃດ.

ລາຍງານໃໝ່ສະບັບໜຶ່ງ ເວົ້າວ່າ ມີນັກສຶກສາຕ່າງປະເທດ ຫລາຍກ່ວາ 886 ພັນຄົນ ລົງທະບຽນເຂົ້າຮຽນ ຢູ່ຕາມມະຫາວິທະຍາໄລແຫ່ງຕ່າງໆ ໃນທົ່ວສະຫະລັດ ໃນສົກປີສຶກ
ສາ 2013-2014 ຊຶ່ງເປັນການເພີ້ມຂຶ້ນ 8 ສ່ວນຮ້ອຍ ຈາກເມື່ອໜຶ່ງປີກ່ອນ. ສະຖາບັນ
ການສຶກສານາໆຊາດ ແລະກະຊວງການຕ່າງປະເທດສະຫະລັດ ເປັນຜູ້ເຮັດລາຍການນີ້. (ຄລິກບ່ອນນີ້ report ເພື່ອອ່ານລາຍງານ).

"Institute of International Education. (2014).Open Doors Report on International Educational Exchange. Retrieved from http://www.iie.org/opendoors
"Institute of International Education. (2014).Open Doors Report on International Educational Exchange. Retrieved from http://www.iie.org/opendoors

ລາຍງານຍັງສະແດງໃຫ້ເຫັນ ແນວໂນ້ມ ກໍຄື ທ່າອ່ຽງ ຫລື trends ໃນໄລຍະ 15 ປີຜ່ານ ມາ. ມັນສະແດງໃຫ້ເຫັນວ່າ ນັບແຕ່ປີ 2000 ເປັນຕົ້ນມາ ຈຳນວນຂອງນັກສຶກສານາໆ​ຊາດ ຢູ່ໃນສະຫະລັດ ໄດ້ເພີ້ມຂຶ້ນເຖິງ 72 ສ່ວນຮ້ອຍ. ນັກສຶກສາຈີນ ທີ່ມາຮຽນເອົາປະລິນ
ຍາຕີ ແມ່ນເປັນສາເຫດຫລັກ ຂອງແນວໂນ້ມດັ່ງກ່າວນີ້.

ທ້າວ Eric Xu ນັກສຶກສາຈີນ ທີ່ມະຫາວິທະຍາໄລ Columbia ໃນລັດນິວຢອກ ກ່າວວ່າ ການໄດ້ມາສຶກສາ ຢູ່ໃນສະຫະລັດ ແມ່ນເປັນປະສົບການ ທີ່ມີຄຸນຄ່າ.

"ຢູ່ໃນສະຫະລັດ ເຂົາເຈົ້າເນ້ນໜັກໃສ່ ການສົນທະນາກັນຢູ່ໃນຫ້ອງຮຽນ ແລະ
ເນ້ນໜັກໃຫ້ຄວາມສຳຄັນ ແກ່ຄວາມເຫັນຂອງເຈົ້າ. ເຈົ້າສາມາດໂຕ້ຖຽງກັບ
ນັກສຶກສາຄົນອື່ນໆໄດ້ ຢ່າງແທ້ຈິງ ແລະກັບອາຈານ ຫລືນາຍຄູຂອງເຈົ້າ ແລະນັ້ນແຫລະຄືບັນຍາກາດ ທີ່ຂ້ອຍຢາກໄດ້ປະສົບການ.
"

ໃນຂະນະທີ່ການເຂົ້າມາຮຽນ ໃນສະຫະລັດ ຂອງນັກສຶກສາຈີນ ເພີ້ມຂຶ້ນເກືອບ 17 ສ່ວນ
ຮ້ອຍ ໃນໄລຍະປີຜ່ານມາ ປະເທດອື່ນໆຫລາຍປະເທດ ກໍໄດ້ເຫັນການເພີ້ມຂຶ້ນຢ່າງສຳຄັນ ເຊັ່ນກັນ. ຕົວຢ່າງ ຈຳນວນນັກສຶກສາມະຫາວິທະຍາໄລ ໃນປະເທດ ຄູເຫວດ ໄດ້ເພີ້ມຂຶ້ນ
42 ສ່ວນຮ້ອຍ ແລະຢູ່ໃນ ບຣາຊິລ ເພີ້ມຂຶ້ນ 22 ສ່ວນຮ້ອຍ. ປະເທດອື່ນໆທີ່ມີນັກສຶກສາ
ຕ່າງປະເທດເຂົ້າໄປຮຽນ ຫລາຍກ່ວາແຕ່ກ່ອນ ກໍມີ ຊາອຸດີ ອາເຣເບຍ ອິຣ່ານ ແລະ ເວເນ
ຊູເອລາ.

ລາຍງານເວົ້າວ່າ ພາກຕາເວັນອອກກາງ ແລະພາກເໜືອຂງອາຟຣິກາ ໄດ້ເປັນເຂດທີ່ຈຳ
ນວນນັກສຶກສານາໆຊາດ ເພີ້ມຂຶ້ນໄວທີ່ສຸດ. ລາຍງານສະແດງວ່າ ມີການເພີ້ມຂຶ້ນເຖິງ
20 ສ່ວນຮ້ອຍ ໃນຈຳນວນນັກສຶກສາ ທີ່ລົງທະບຽນເຂົ້າຮຽນ ໃນມະຫະວິທະຍາໄລຕ່າງໆ. ໃນຂົງເຂດອາເມຣິກາລາຕິນ ແລະແຖບທະເລແຄຣີບຽນນັ້ນ ໄດ້ມີການເພີ້ມຂຶ້ນ 8 ສ່ວນ
ຮ້ອຍ.

"Institute of International Education. (2014).Open Doors Report on International Educational Exchange. Retrieved from http://www.iie.org/opendoors
"Institute of International Education. (2014).Open Doors Report on International Educational Exchange. Retrieved from http://www.iie.org/opendoors

ທ່ານນາງ Rajika Bhandari ເປັນຜູ້ຂຽນລາຍງານນີ້ ແລະເປັນຮອງປະທານຝ່າຍຄົ້ນຄ້ວາ ແລະຕ່ີລາຄາ ຂອງສະຖາບັນການສຶກສານາໆຊາດ. ທ່ານນາງກ່າວວ່າ ການມີໜ້າຂອງນັກ
ສຶກສາຕ່າງປະເທດ ຢູ່ໃນໂຮງຮຽນຂອງສະຫະລັດ ແມ່ນເປັນການຊ່ວຍສະຫະລັດ. ທ່ານ
ນາງກ່າວອີກວ່າ ມີມະຫາວິທະໄລອາເມຣິກັນ ປະມານ 4 ພັນແຫ່ງ ທີ່ສາມາດຮັບເອົານັກ
ສຶກສາຕ່າງປະເທດ ໄດ້ຕື່ມອີກ.

“ພວກເຮົາຮູ້ວ່າ ບັນດານັກສຶກສານາໆຊາດ ມີການປະກອບສ່ວນຢ່າງຫລວງ
ຫລາຍ
ຕໍ່ຫ້ອງຮຽນແລະມະຫາວິທະຍາໄລ ຜ່ານທັດສະນະ ແລະມຸມມອງຂອງ
ເຂົາເຈົ້າ ແລະໂດຍການເອົາລັກສະນະສາກົນມາແຜ່ແບ ໃຫ້ພວກນັກສືກສາ
ອາເມຣິກັນໄດ້ສຳພັດ ຜູ້ຊຶ່ງອາດບໍ່ມີໂອກາດຈະໄດ້ໄປສຶກສາຢູ່ຕ່າງປະເທດ ຈັກເທື່ອເລີຍ.”

ສ່ວນທ່ານນາງ Evan Ryan ລັດຖະມົນຕີຊ່ວຍວ່າການ ກະຊວງຕ່າງປະເທດສະຫະລັດ
ກ່າວວ່າ ການມາຈົດທະບຽນເຂົ້າຮຽນ ຫລື enrollment ໃນສະຫະລັດ ຂອງນັກສຶກສາ
ຈາກ​ຕ່າງປະເທດ ຍັງເພີ້ມພູນເສດຖະກິດຂອງສະຫະລັດ ນຳອີກ. ທ່ານກ່າວວ່າ:

" ໃນປີນີ້ ເງິນ ຈຳນວນ 27 ຕື້ດອລລ່າ ໄດ້ຖືກຕື່ມເຂົ້າໃສ່ເສດຖະກິດຂອງ
ປະເທດເຮົາ ໃນລະດັບທ້ອງຖິ່ນ ລະດັບລັດ ແລະລະດັບຊາດ ຜ່ານການ
ຈ່າຍຄ່າຮ່ຳຮຽນ ຄ່າທີ່ຢູ່ອາໄສ ແລະຄ່າໃຊ້ຈ່າຍອື່ນໆ ອີກ.”

ກະຊວງການຕ່າງປະເທດ ແລະກະຊວງສຶກສາທິການ ຂອງສະຫະລັດ ຍັງໄດ້ຊຸກຍູ້ໃຫ້ ນັກສຶກສາອາເມຣິກັນ ອອກໄປສຶກສາຢູ່ໃນປະເທດອື່ນໆນຳ. ທ່ານນາງ Ryan ກ່າວວ່າ:

“ພວກເຮົາເຊື່ອວ່າ ການສຶກສາຢູ່ຕ່າງປະເທດ ສາມາດເພີ້ມທະວີຄວາມສາມາດ
ໃນການແຂ່ງຂັນຂອງອາເມຣິກາໄດ້ ໂດຍການອຳນວຍໃຫ້ ນັກສຶກສາສະຫະລັດ
ໄດ້ຮຽນຮູ້ຄວາມຊຳນວນດ້ານພາສາ ຕະຫລອດທັງແນວຄິດແລະມຸມມອງໃນລະ
ດັບພາກພື້ນ ແລະລະດັບໂລກ ທີ່ຈຳເປັນ ຕໍ່ການໃຫ້ໄດ້ປະສົບຜົນສຳເລັດ ໃນ
ສັດຕະຫວັດທີ່ 21 ນີ້.”

ມີນັກຮຽນອາເມຣິກັນ ປະມານ 2 ແສນ 9 ໝື່ນຄົນ ໄປຕ່າງປະເທດ ຫລື go abroad ໃນ
ສົກປີ 2012-2013 ເພື່ອສຶກສາ. ພາກພື້ນຢູໂຣບ ໂດຍສະເພາະອັງກິດ ຍັງເປັນປະເທດ
ອັນດັບໜຶ່ງ ທີ່ນັກສຶກສາອາເມຣິກັນນິຍົມກັນໄປຮຽນ. ແຕ່ລາຍງານສະບັບຫລ້າສຸດສະ
ແດງໃຫ້ເຫັນ ການເພີ້ມທະວີຂຶ້ນໃນຈຳນວນນັກສຶກສາ ທີ່ບັດນີ້ ພາກັນເລືອກ ໄປຮຽນຢູ່ຈີນ ແລະປະເທດອື່ນໆ.

ທ່ານນາງ Christine Farruga ເປັນເຈົ້າໜ້າທີ່ຄົ້ນຄ້ວາອາວຸໂສ ທີ່ສະຖາບັນການສຶກສາ ນາໆຊາດ. ທ່ານນາງກ່າວວ່າ ຈີນແມ່ນຮວມຢູ່ໃນ 5 ປະເທດທຳອິດ ທີ່ນັກຮຽນອາເມຣິກັນ ນິຍົມກັນ ໄປສະແຫວງຫາການສຶກສາຢູ່ຕ່າງປະເທດ. ທ່ານນາງເວົ້າວ່າ:

“ບັດນີ້ ຈີນແມ່ນເປັນປະເທດເຈົ້າພາບອັນດັບຫ້າ ສຳຫລັບນັກສຶກສາສະຫະລັດ
ໂດຍໄດ້ຮັບເອົາ ນັກສຶກສາອາເມຣິກັນ ກ່ວາ 14 ພັນຄົນ.”

ໃນຂະນະທີ່ ບັນດາໂຮງຮຽນຂອງອາເມຣິກາ ຍັງສືບຕໍ່ຕ້ອນຮັບເອົາພວກຊາວໜຸ່ມ ຈາກ ທົ່ວໂລກນັ້ນ ການແລກປ່ຽນນັກສຶກສາໃນລະຫວ່າງປະເທດອື່ນໆ ກໍເພີ້ມທະວີຂຶ້ນເຊັ່ນກັນ.

ເບິ່ງວີດີໂອຂອງພະແນກຮຽນພາສາອັງກິດ ເລື້ອງນັກສຶກສາຈີນມາຮຽນມັດທະຍົມໃນ
ສະຫະລັດ ເປັນຈຳນວນຫລວງຫລາຍ:

______________________________________________________________

Words in this Story

trend- n. a general direction of change: a way of behaving, proceeding, that is developing and becoming more common

origin – n. the point or place where something begins or is created

enroll – v. to enter (someone) as a member of or participant in something

abroad – adv. in or to a foreign country

Now it’s your turn to use these Words in this Story. In the comments section, write a sentence using one of these words and we will provide feedback on your use of vocabulary and grammar.

XS
SM
MD
LG