ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ສັ່ງໃຫ້ ເຮືອບິນລົບ F-35 ໂຈະບິນ ຊົ່ວຄາວ ຂະນະທີ່ມີ ການກວດກາ


ຮູບພາບເຮືອບິນ F-35
ຮູບພາບເຮືອບິນ F-35

ກອງທັບສະຫະລັດ ກ່າວ​ວ່າ ຕົນ​ໄດ້​ສັ່ງໃຫ້ຢຸດບິນ ເຮືອບິນ​ລົບ
F-35 ທັງ​ໝົດ​ ຈົນ​ກວ່າ​ຈະເສັດສິ້ນການ​ສືບສວນ ກ່ຽວກັບການ
ເກີດ​ໄຟ​ໄໝ້ຢູ່ທາງແລ່ນ ທີ່​ພົວ ພັນກັບເຮືອບິນ​ລົບ​ດັ່ງກ່າວລຳ
​ນຶ່ງ ໃນອາທິດ​ແລ້ວ​ນີ້ິ.

ກະຊວງ​ປ້ອງ​ກັນ​ປະ​ເທດ ກ່າວ​ວ່າ ໄດ້ມີຄຳ​ສັ່ງ​ອອກໄປ​ແລ້ວ ໃຫ້
ການກວດກາ ເບິ່ງເຄື່ອງຈັກຂອງເຮືອບິນ​ລົບ F-35 ຕື່ມ​.

ເຫດໄຟໄໝ້ໃນອາທິດ​ແລ້ວ​ນີ້ ​ທີ່ຖານ​ທັບ​ອາກາດ Elgin ໃນລັດ
Florida ທາງ ພາກໃຕ້ຂອງສະຫະລັດ ແມ່ນເຫດການຫລ້າ​ສຸດ
ກ່ຽວກັບ​ ບັນຫາທາງ​ດ້ານ​ເທັກ​ນິກ ທີ່ມີມາເປັນລຳດັບ ​ແລະ​ການ​
ຊັກຊ້າ ທີ່​ໄດ້​ເກີດຂຶ້ນ​ຢູ່​ໃນ​ໂຄງການ​ເຮືອບິນ​ລົບມູນ ຄ່າ 369 ພັນ​ລ້ານ​ໂດ​ລາ​ຂອງທຳນຽບ
ຫ້າ​ແຈ. ມັນ​ເປັນ​ໂຄງການ​ອາ​ວຸດ​ທີ່ແພງທີ່​ສຸດໃນ​ປະຫວັດສາດ ຂອງກອງທັບສະຫະລັດ.
ການ​ຊັກຊ້າ​ເພີ້​ມ​ເຕີມ​ນັ້ນ ອາດ​ຈະເຮັດ​ໃຫ້ລາຄາເຮືອບິນດັ່ງກ່າວແພງ​ຂື້ນ​ຕື່ມອີກ.

ນ້ຳມັນຮົ່ວ​ ​ຂະນະທີ່ພວມບິນ​ຢູ່​ນັ້ນ ​ໄດ້​ເຮັດ​ໃຫ້​ມີ​ການ​ກວດກາ​ຝູງ​ບິນ​ທັງ​ໝົດ ​ໃນ​ເດືອນ​
ແລ້ວ​ນີ້.

ກະຊວງ​ປ້ອງ​ກັນ​ປະ​ເທດ ກ່າວ​ວ່າ ການ​ໄດ້ຮັບອະນຸຍາດໃຫ້ບິນໄດ້ອີກ​ຂອງ​ເຮືອ ບິນ​ລົບນີ້
ຈະຖືກ​ພິຈາລະນາ​ອີງ​ຕາມຜົນ​ຂອງ​ການກວດ​ສອບ ​ແລະ​ວິ​ໄຈກ່ຽວກັບ ຂໍ້ມູນການອອກແບບ.

ຖະ​ແຫລ​ງການສະ​ບັບນຶ່ງ ຢູ່ໜ້າເວັບໄຊທ໌ F-35.com ກ່າວ​ວ່າ ​ເຮືອບິນ​ລົບ ອາຍພົ່ນດັ່ງ
ກ່າວນີ້ “ສາມາດ​ປະຕິບັດ​ງານໄດ້ ຢູ່​ໃນ​ທຸກໆ​ສະພາບການ​ສູ້​ລົບ ຈາກ​ເດີ່ນ​ທີ່​ປູ​ຊີ​ມັງ ຢູ່​ເທິງ
ກຳປັ່ນບັນທຸກເຮືອບິນ ຢູ່​ຖະໜົນ​ແລະ​ຖານ​ທັບແບບ ງ່າຍ​ຕ່າງໆ.” ເວັບ​ໄຊທ໌ນີ້ຍັງກ່າວ​ວ່າ
ບໍ່​ມີ​ເຮືອບິນ​ລົບຊະນິດໃດ “ທີ່​ມີ​ປະ​ໂຫຍ​ດ ຫລາຍໆ​ຢ່າງ ​ແລະ​ປະສົມ​ກັບ​ສະມັດ​ຖະພາບ​ຕ່າງໆ ​ຢູ່ໃນຫລາຍບົດບາດ​ທຽບ ເຮືອບິນ​ລົບ F-35 ໄດ້.”

XS
SM
MD
LG