ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ຫລ ຊ່ວຍເຫຼືອລາວ ເພື່ອໃຫ້ຮຽນຮູ້ ແລະລະວັງໄພ ລະເບີດ ບໍ່​ທັນ​ແຕກ


ພິທີລົງນາມບັນທຶກຄວາມເຂົ້າໃຈລະຫວ່າງ ສຫລ ແລະ ລາວ
ກ່ຽວ ກັບການຊ່ວຍເຫຼືອອົບລົມ ໃຫ້ຄວາມຮູ້ການປ້ອງກັນໄພ
ອັນຕະລາຍ ຈາກ UXO
ພິທີລົງນາມບັນທຶກຄວາມເຂົ້າໃຈລະຫວ່າງ ສຫລ ແລະ ລາວ ກ່ຽວ ກັບການຊ່ວຍເຫຼືອອົບລົມ ໃຫ້ຄວາມຮູ້ການປ້ອງກັນໄພ ອັນຕະລາຍ ຈາກ UXO
ສະຫະລັດ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ລາວ​ໃນ​ໂຄງການ​ສຶກສາ​ອົບ​
ລົມ​ໃນ​ໂຮງຮຽນ ​ເພື່ອ​ການ​ລະວັງ​ ແລະ​ປ້ອງ​ກັນ​ ໄພ​ອັນຕະ
ລາ​ຍຈາກ​ລະ​ເບີດ​ບໍ່​ທັນ​ແຕກທີ່​ຕົກ​ຄ້າງ​ຢູ່​ໃນ​ພື້ນ​ທີ່ 15 ​ເມືອງ
​ໃນ​ເຂດ ​9 ແຂວງ​ຂອງ​ລາວ.


ການ​ລົງ​ນາມ​ໃນ​ບັນທຶກ​ຄວາມ​ເຂົ້າໃຈ​ຮ່ວມ​ລະຫວ່າງ ຜູ້ຕາງໜ້າ​ຂອງ​ກະຊວງ​ສຶກສາທິ ການ ​ແລະ​ກິລາຂອງ​ລາວ ​ແລະ​ກະຊວງ​ການ​ຕ່າງປະ​ເທດ​ ຂອງ​ສະຫະລັດ​ອາ​ເມຣິກາ ​ເພື່ອ​ໃຫ້ການຊ່ວຍ​ເຫຼືອ​ທາງ​ການ​ລາວໃນ​ໂຄງການ​ສຶກສາ​ອົບ​ລົມ​ໃນ​ໂຮງຮຽນ ​ເພື່ອ​ການ​ລະວັງ​ແລະ​ປ້ອງ​ກັນ ໄພ​ອັນຕະລາຍ​ ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່​ໃນ​ລາວ ຫຼື UXO ​ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງການ ​ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່​ນະຄອນ​ວຽງ​ຈັນ.

​ໂດ​ຍໂຮງຮຽນທີ່​ເປັນ​ເປົ້າໝາຍ​ຂອງ​ການ​ດໍາ​ເນີນ​ໂຄງການ​ດັ່ງກ່າວ​ນີ້ ກໍ​ຄື​ໂຮງຮຽນທີ່​ຕັ້ງ​ຢູ່​ໃນ​ພື້ນ​ທີ່ 15 ​ເມືອງ ​ໃນ​ເຂດ 9 ​ແຂວງ ທີ່​ມີ​ລະ​ເບີດ UXO ຕົກ​ຄ້າງ​ຢູ່​ຢ່າງ​ໜາ​ແໜ້ນ ​ເຊັ່ນ​ເມືອງ​ນໍ້າ​ບາກ ​ໃນ​ແຂວງ​ຫຼວງ​ພະ​ບາງ ​ເມືອງ​ຫຽມ ​ແລະ​ເມືອງ​ວຽງ​ໄຊ ​ໃນ​ແຂວງ​ຫົວພັນ ​ເມືອງ​ຄໍາ ​ແລະ​ເມືອງ​ໜອງ​ແຮດ ​ໃນ​ເຂດ​ແຂວງ​ຊຽງ​ຂວາງ ສ່ວນ​ອີກ 10 ​ເມືອງ​ທີ່​ເຫຼືອ​ນັ້ນ ກໍຢູ່​ໃນ​ເຂດ​ແຂວງ​ຄໍາ​ມ່ວນ ສະຫວັນ​ນະ​ເຂດ ສາລະ​ວັນ ​ເຊ​ກອງ ອັດ​ຕະປື ​ແລະ​ຈໍາປາ​ສັກ.

ທາງ​ການ​ສະຫະລັດ ​ໄດ້​ເລີ່​ມ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ທາງ​ການ​ລາວ ​ໃນ​ໂຄງການ​ດັ່ງກ່າວ​ນີ້ ນັບແຕ່​ປີ 1996 ​ເປັນ​ຕົ້ນ​ມາ ພາຍ​ໃຕ້​ເປົ້າໝາຍ​ເພື່ອ​ລົດ​ຈໍານວນ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຈາກ​ລະ​ເບີດ UXO ​ໃຫ້​ໜ້ອຍ​ລົງ ​ໂດຍ​ທີ່​ຜ່ານ​ມາ​ກໍ​ປາກົດ​ວ່າ ​ໄດ້​ໃຫ້ການ​ສຶກສາ​ອົບ​ລົມ​ແກ່​ນັກຮຽນ​ໃນ​ລາວ ​ໄດ້​ແລ້ວ​ຫຼາຍ​ກວ່າ 228,000 ຄົນ ​ແລະ​ໃນ​ຂະນະ​ດຽວກັນ ກໍ​ມີ​ຄູ-ອາ​ຈານ ຫຼາຍ​ກວ່າ 9,000 ຄົນ ທີ່​ໄດ້​ຜ່ານ​ມາ​ເຝິກອົບ​ລົມ​ຄວາມ​ຮູ້​ກ່ຽວ​ກັບ​ການ​ປ້ອງ​ກັນ​ໄພ​ອັນຕະລາຍ​ຈາກ​ລະ​ເບີດ UXO ດັ່ງກ່າວ.

ການ​ລົດ​ຈໍານວນ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຈາກ​ລະ​ເບີດ UXO ນັບ​ເປັນ​ເປົ້າໝາຍ​ທີ 9 ຂອງ​ສະ ຫັດສະ ວັດ​ການ​ພັດທະນາ​ໃນ​ລາວ ທີ່​ຕ້ອງການ​ຈະ​ລົດ​ຈໍານວນ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຈາກ​ລະ​ເບີດ UXO ລົງ​ຈາກ 300 ຄົນ ​ໃນ​ແຕ່ລະ​ປີ ​ໃຫ້​ຢູ່​ໃນ​ລະດັບ​ບໍ່​ເກີນ 56 ຄົນ​ພາຍໃນ​ປີ 2020 ​ໂດຍ​ການ ດໍາ​ເນີນ​ໂຄງການ​ທີ່​ຜ່ານ​ມາ ກໍປາກົດ​ວ່າ​ໄດ້​ປະສົບ​ຜົນ​ສໍາ​ເລັດ​ເກີນ​ຄາດໝາຍ ຊຶ່ງ​ຈະ​ເຫັນ​ໄດ້ ຈາກ​ການ​ທີ່​ສາມາດ​ລົດ​ຈໍານວນ​ຜູ້​ທີ່​ໄດ້​ຮັບ​ເຄາະຈາກ​ລະ​ເບີດ UXO ລົງ​ຈາກ 300 ກໍລະນີ ໃນ​ປີ 2008 ​ເຫຼືອ​ພຽງ 34 ກໍລະນີ​ເທົ່າ​ນັ້ນ ​ໃນ​ປີ 2013 ທີ່​ຜ່ານ​ມາ.

ຍິ່ງ​ໄປ​ກວ່າ​ນັ້ນ ລັດຖະສະພາ​ສະຫະລັດ ຍັງ​ໄດ້​ອະນຸມັດ​ງົບປະມານ​ມູນ​ຄ່າ 12 ລ້ານ​ໂດ​ລ່າ ​ເພື່ອ​ໃຫ້ການ ຊ່ວຍ​ເຫຼືອ​ໃນ​ການ​ເກັບ​ກູ້​ລະ​ເບີດ UXO ​ແລະໃຫ້ການ​ຊ່ວຍ​ເຫຼືອ​ແກ່​ປະຊາຊົນ​ທີ່​ໄດ້​ຮັບ​ເຄາະ ຈາກ​ລະ​ເບີດ UXO ລວມ​ເຖິງ​ການ​ປຸກ​ລະດົມ​ເຜີຍ​ແຜ່​ເພື່ອ​ໃຫ້​ຄວາມ​ຮູ້​ແກ່​ປະຊາຊົນ​ລາວ​ທີ່​ແນ​ໃສ່​ການ​ລົດ​ອັນຕະລາຍ​ຈາກ​ລະ​ເບີດ UXO ​ໃຫ້​ໄດ້​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຕະຫຼອດ​ປີ 20134 ນີ້​ອີກ​ດ້ວຍ.

ພະນັກງານເກັບກູ້ລະເບີດ ບໍ່ທັນແຕກ ຫຼື UXO
ພະນັກງານເກັບກູ້ລະເບີດ ບໍ່ທັນແຕກ ຫຼື UXO

ທັງ​ນີ້ ​ໂດຍ​ນັບ​ຈາກ​ສົງຄາມ​ອິນ​ໂດ​ຈີນ​ສິ້ນ​ສຸດ​ລົງ ທາງ​ການ
ສະຫະລັດ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ລາວ​ໃນ​ການ​ຫຼຸດ​ຜ່ອນ​
ບັນຫາ​ຜົນ​ກະທົບ​ຈາກ​ລະ​ເບີດ UXO ​ໄປ​ແລ້ວ ຄິດ​ເປັນ​ມູນ​
ຄ່າ​ຫຼາຍ ກວ່າ 74 ລ້ານ​ໂດ​ລ່າ ​ໂດຍ​ລວມ​ເຖິງ​ການ​ຊ່ວຍ​
ເຫຼືອໃນ​ຄັ້ງ​ລ່າ​ສຸດ​ນີ້​ດ້ວຍ ​ແຕ່​ຖ້າ​ຫາກ​ຄິດ​ໄລ່ ສະ​ເພາະ​ໃນ​
ຊ່ວງ 5 ປີ​ມາ​ນີ້ ກໍ​ຈະ​ໄດ້​ວ່າ ທາງ​ການ​ສະຫະລັດ ​ໄດ້​ໃຫ້
ການ​ຊ່ວຍ​ເຫຼືອ​ແກ່​ລາວ ​ໃນ​ດ້ານ​ດັ່ງກ່າວ​ນີ້​ໄປ​ແລ້ວ ຫຼາຍ​
ກວ່າ 32 ລ້ານ​ໂດ​ລ່າ ​ແລະ​ໃນ​ປີ 2014 ນີ້ກໍ​ຖື​ເປັນ​ເທື່ອ​ທໍາ
ອິດ ທີ່​ການ​ຊ່ວຍ​ເຫຼືອ​ມີ​ມູນ​ຄ່າ​ເກີນ​ກວ່າ 10 ລ້ານ​ໂດ​ລ່າ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີລາວ ກໍ​ໄດ້​ຖະ​ແຫຼ​ງຢືນ ຢັນ​ວ່າການ​ທີ່​ລັດຖະບານ​ລາວ​ຍັງ​ໄດ້​ຮັບ ການ​ຊ່ວຍ​ເຫຼືອ​ດ້ານ​ງົບປະມາ​ນຈາກ​ຕ່າງປະ​ເທດ​ຢ່າງ​ຈໍາກັດ ​ແລະ​ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ ທີ່​ເປັນ​ຈິງ​ນັ້ນ​ ​ໄດ້​ເຮັດ​ໃຫ້​ສາມາດ​ຄາດໝາຍ​ໄດ້​ວ່າການ​ເກັບ​ກູ້​ລະ​ເບີດ UXO ​ໃຫ້​ໝົດ​ໄປ​ຈາກດິນ​ລາວ​ນັ້ນ ຈະ​ຕ້ອງ​ໃຊ້​ເວລາ​ອີກ​ຍາວ​ນານ​ກວ່າຮ້ອຍ​ປີ ຢ່າງ​ແນ່ນອນ ດັ່ງ​ທີ່​ທ່ານ​ທອງ​ສິງ ​ໄດ້​ຢືນຢັນ​ວ່າ:

“ການ​ຫຼຸດຜ່ອນ​ຜົນ​ກະທົບຈາກ​ລະ​ເບີດ​ບໍ່​ທັນ​ແຕກ ຖ້າວ່າ​ເຮົາ​ມາ​ໄລ່​ໃສ່​ສະພາບ​ປັດຈຸບັນ​ນີ້ ​ໃນ​ເນື້ອ​ທີ່​ຂອງ​ປະ​ເທດ​ລາວ ນີ້ ທີ່​ຖືກ​ລະ​ເບີດ ​ແລະ​ລະ​ເບີດ​ກໍ​ຍັງ​ຝັງ​ດິນ​ຢູ່​ໃນ​ເນື້ອ​ທີ່​ດຽວ​ນີ້ຍັງ​ຫຼາຍ ຄັນ​ແຕ່​ວ່າແກ້​ໃນ​ຈັງ ຫວະ​ຄື​ສູ່​ມື້​ນີ້ ​ເປັນ​ຮ້ອຍ​ປີ ຮ້ອຍ​ຫ້າ​ສິບ​ປີ ກະ​ຍັງ​ບໍ່​ທັນ​ແລ້ວ ​ເວັ້ນ​ແຕ່​ວ່າ​ຕ່າງປະ​ເທດ​ສຸມໃສ່ ຊ່ວຍ​ເຫຼືອ​ພວກ​ເຮົາ​ໃຫ້​ມີ​ທຶນຮອນ​ຢ່າງ​ພຽງ ພໍ.”

​ໂດຍ​ສໍາລັບ​ແຜນການ​ເກັບ​ກູ້​ລະ​ເບີດ UXO ​ໃນ​ຊ່ວງ​ປີ 2011-2015 ລັດຖະບານ​ລາວ​ໄດ້ວາງ​ເປົ້າໝາຍ​ທີ່​ຈະ​ເກັບ​ກູ້​ລະ​ເບີດ UXO​ ​ໃຫ້​ໄດ້​ໃນ​ພື້ນ​ທີ່​ລວມບໍ່​ໜ້ອຍ​ກວ່າ 1​ ​ແສນ​ເຮັກ​ຕ້າ ​ແຕ່​ໃນ​ລະຍະ 3 ປີ​ທີ່​ຜ່ານ​ມາ​ນີ້ ກັບ​ສາມາດ​ເກັບ​ກູ້​ໄດ້​ໃນ​ພື້ນ​ທີ່​ພຽງ​ແຕ່ 30,000 ​ເຮັກ​ຕ້າ ຫຼື 30% ຂອງ​ແຜນການ​ເທົ່າ​ນັ້ນ.
XS
SM
MD
LG