ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເດືອນກໍລະກົດ ທີ່ຜ່ານມານີ້ ເປັນເດືອນທີ່ຮ້ອນທີ່ສຸດ ໃນ ປະຫວັດສາດ


ຜູ້ຍິງເກົາຫລີໃຕ້ ກຳລັງນັ່ງແຊຢູ່ແມ່ນຳ້ Han River ທີ່ມີຮູບ ໃຫຍ່ ຕັດຕັ້ງໄວ້ ບອກເຖິງຄວາມແຫ້ງແລ້ງ ຂາດແຄນນຳ້.
ຜູ້ຍິງເກົາຫລີໃຕ້ ກຳລັງນັ່ງແຊຢູ່ແມ່ນຳ້ Han River ທີ່ມີຮູບ ໃຫຍ່ ຕັດຕັ້ງໄວ້ ບອກເຖິງຄວາມແຫ້ງແລ້ງ ຂາດແຄນນຳ້.

ຖ້າ​ຫາກ​ທ່ານຮູ້ສຶກວ່າ ​ອາກາດຄື​ຮ້ອນ​ເອົ້າ​ຂື້ນ​ກວ່າ​ເກົ່າໃນປີ​ນີ້
ທ່ານ​ບໍ່​ໄດ້​ເພີ້​ຝັນ​ເລີຍແຕ່ຢ່າງໃດ.

ບັນດາ​ນັກ​ຊ່ຽວຊານກ່ຽວ​ກັບ​ດິນ​ຟ້າ​ອາກາດ ສະຫະລັດ ກ່າວ​ວ່າ
​ໃນ​ເດືອນ​ກໍ​ລະ​ກົດທີ່​ຜ່ານ​ມາ​ນີ້ເປັນ​ເດືອນ​ຮ້ອນ​ເອົ້າທີ່ສຸດ ​ເທົ່າທີ່
ເຄີຍບັນທຶກມາ ​ແລະ​ປີ 2015 ຈະ​ເປັນ​ປີ​ທີ່​ຮ້ອນ​ສຸດ​ໃນ​ປະຫວັດ
ສາດ.

ອົງການຄຸ້ມຄອງມະຫາສະມຸດ ແລະບັນຍາກາດແຫ່ງ​ຊາດ ຂອງ
ສະຫະລັດຫລື NOAAກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ສະ​ເລ່ຍແລ້ວ
ອຸນຫະພູມຢູ່​ທົ່ວ​ໂລກ ​ໃນເດືອນ​ກໍລະ​ກົດ​ທີ່ຜ່ານມານີ້ ໄດ້​ສູງ​ເຖິງ 16.6 ອົງສາ Celsius ຊຶ່ງໄດ້ທຳລາຍ​ສະຖິຕິ​ກ່ອນໜ້ານີ້ ໃນປີ1998.

ອຸນຫະພູມ​ຢູ່​ໃນທົ່ວ​ໂລກ ນັບ​ແຕ່​ເດືອນ​ມັງກອນເປັນຕົ້ນມາ ແມ່ນ .85 ອົງສາ​ສູງກວ່າ
ອັດຕາສະ​ເລ່ຍ ຂອງສັດຕະວັດ​ທີ 20 ຊຶ່ງເປັນໄລຍະທີ່ຮ້ອນ​ທີ່​ສຸດ ແຕ່ ເດືອນ​ມັງກອນ
​ໄປ​ຫາເດືອນ​ກໍລະ​ກົດ ເທົ່າທີ່ເຄີຍບັນທຶກມາ.

ບັນດາ​ຂົງ​ເຂດ​ ທີ່​ໄດ້​ປະສົບກັບສະພາບອາກາດ​ຮ້ອນ​ເອົ້າ​ ໃນ​ເດືອນ​ກໍລະກົດ ແມ່ນຮວມ
ທັງ​ຢູ​ໂຣບຕາເວັນຕົກ ​ໂດຍ​ສະ​ເພາະແລ້ວແມ່ນອອສ​ເຕ​ຣຍ ອັງກິດ ຝຣັ່ງ ​ແລະ​ເນ​ເທີ​ແລນ
​ແລະພາກ​ຕາ​ເວັນ​ອອກ​ກາງ. ​ເມື່ອ​ວັນ​ທີ 31 ​ກໍລະກົດ ຜ່ານມານີ້ ທີ່​ເມືອງ Bandar Mah-
shahr ປະ​ເທດ​ອີຣ່ານ ​ມີລາຍ​ງານ​ວ່າດັດ​ຊະ​ນີຄວາມຮ້ອນ ແມ່ນສູງເຖິງ 74 ອົງສາ Cel-
sius.

ການຈົດບັນທຶກ ​ປະຫວັດຄວາມຮ້ອນ ຂອງ​ອົງການ NOAA ເລີ້ມມາຕັ້ງແຕ່​ປີ 1880.
ບັນດາ​ນັກວິທະຍາສາດ​ຂອງ​ອົງການດັ່ງກ່າວ ​ຊີ້​ໃສ່​ກິດຈະການຂອງ​ມະ​ນຸດ ​ແລະສະພາບ
​ອາ​ກາດ​ທີ່ອົບ​ອຸ່ນ​ຂຶ້ນຂອງມະຫາ​ສະ​ມຸດປາຊິ​ຟິກ ​ໃກ້​ກັບເສັ້ນ​ສູນສູດ ຊຶ່ງເປັນປາກົດການ
ທີ່ເອີ້ນວ່າ El Nino ທີ່ເຮັດໃຫ້ອາກາດອົບອຸ່ນເປັນ ປະຫວັດ​ການ.

ບັນດາ​ຜູ້​ຊ່ຽວຊານ ກ່າວ​ວ່າ ​ເກົ້າ​ໃນ​ຈຳນວນ 10 ເດືອນຫລ້າສຸດ ທີ່ມີອາກາດຮ້ອນເອົ້າທີ່
ສຸດເປັນປະຫວັດການ ແມ່ນ​ໄດ້​ເກີດຂຶ້ນແຕ່​ປີ 2005 ເປັນຕົ້ນມາ.

XS
SM
MD
LG