ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ໃຫ້ການຊ່ວຍເຫຼືອ ແກ່ຜູ້ປະສົບໄພ ນຳ້ຖ້ວມ ໃນ ສປປ ລາວ


ສະຖານທູດສະຫະລັດ ມອບເຄື່ອງຊ່ວຍເຫລືອ ແກ່ຜູຸ້ປະສົບໄພນຳ້ຖ້ວມ ທີ່ ສປປ ລາວ.
ສະຖານທູດສະຫະລັດ ມອບເຄື່ອງຊ່ວຍເຫລືອ ແກ່ຜູຸ້ປະສົບໄພນຳ້ຖ້ວມ ທີ່ ສປປ ລາວ.

ໃນ​ການ​ຕອບ​ຮັບ​ຕໍ່ໄພ​ນ້ຳຖ້ວມ​ຢ່າງ​ກວ້າງ​ຂວາງ ​ຢູ່ບັນດາ​ແຂວງ​
ພາກ​ເໜືອ ​ແລະ​ພາກ​ພາກ​ເໜືອ​ຕອນ​ກາງ​ ຢູ່​ໃນ ສປປ ລາວ ສະ
ຖານທູດສະຫະລັດ ແລະ​ ກະຊວງ​ແຮງ​ງານແລະ​ສະຫວັດດີ​ການ
​ສັງຄົມ ​ໄດ້​ຮ່ວມ​ກັບ​ອົງການສາກົນເພື່ອ​ການ​ເຄື່ອນ​ຍ້າຍຖິ່ນຖານ
ຫຼື IOM ​ແລະ​ຫ້ອງການ​ປະສານ​ງານອົງການ​ສຸພາ​ນິມິດເພື່ອ​ໃຫ້
ການ​ຊ່ວ​ຍ​ເຫລືອ​ແຈກ​ຢາຍເຄື່ອງບັນ​ເທົາ​ທຸກໃຫ້​ແກ່​ຜູ້​ປະສົບ​ໄພ
​ນຳ້ຖ້ວມ ໃນ​ຊຸມ​ຊົນ​ຕ່າງໆ​ ແຂວງ​ບໍລິ​ຄຳໄຊ. ​ເຄື່ອງຊ່ວຍ​ເຫລືອ​ນີ້ ​ແມ່ນ​ສວນ​ນື່ງ ຂອງ​ໂຄ​ງ ການ “ສ້າງ​ຄວາມ​ເຂັ້ມ​ແຂງ​ ໃຫ້​ແກ່ລັດຖະບານ​ລາວດ້ານ​ຄວາມ​ສາມາດ​ ໃນ​ການ​ຄຸ້ມ​ຄອງ ​
ແລະ​ໃຫ້​ການ​ຊ່ວຍ​ເຫລືອ ​ດ້ານ​ມະນຸດ​ສະທຳສຸກ​ເສີນ ​ຢ່າງ​ມີ​ປະສິດ​ທິພາ​ບ” ​ໂຄ​ງການ​ນີ້​
ໄດ້ຮັບ​ການສະ​ໜັບສະ​ໜູນ ​ທາງ​ດ້ານ​ທຶນຮອນ ຈາກ​ອົງການ​ພັດທະນາ​ສາກົນສະຫະລັດ
ອາ​ເມຣິກາ ຫຼື USAID ຂອງ​ຫ້ອງການ​ຊ່ວຍ​ເຫລືອ​ໄພພິບັດ​ສາກົນສະຫະລັດ.

ຜູ້ປະສົບ​ໄພ​ນຳ້ຖ້ວມ​ ໃນ​ແຂວງບໍລິ​ຄຳ​ໄຊ ​ແມ່ນ​ໄດ້​ຮັບ​ຜົນ​ກະທົບ ຈາກ​ນຳ້​ໄຫລ​ເຂົ້າ​ຖ້ວມ
​ພື້ນ​ທີ່​ຕຳ່ຢ່າງ​ກະທັນຫັນ ​ໂດຍ​ສະ​ເພາະ ​ແມ່ນໃນ​ເຂດ​ເມືອງ​ປາກ​ຊັນ ​ແລະ ​ເມືອງ​ບໍລິ​ຄັນ.
ປະຊາຊົນ​ທ້ອງຖິ່ນ​ເວົ້າ​ວ່າ ລະດັບ​ນຳ້ສູງ​ຂື້ນຖ້ວມຢ່າງ​ໄວວາ ​ເຮັດ​ໃຫ້​ປະຊາຊົນ​ບໍ່​ສາມາດ​
ເກັບເຄື່ອງຂອງ​ໄວ້​ໄດ້​ທັນ ​ແລະ​ກໍ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ສູນ​ເສຍ ​ເຄື່ອງ​ໃຊ້​ພາຍ​ໃນ​ເຮືອນ
ທີ່​ສຳຄັນ. ລະດັບ​ນຳ້ຖ້ວມ ​ໄດ້​ທຳລາຍ ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ເຮືອນ​ຊານ​ຂອງ​
ປະຊາຊົນ ​ແລະ​ລະບົບ​ຫ້ອງ​ນຳ້ກໍ ຖືກ​ທຳລາຍ ​ແລະ​ເຄຶ່ອງ​ໃຊ້​ຕ່າງໆ​ພາຍ​ໃນ​ຄົວ​ເຮືອນ ກໍ
​ຕ້ອງການ​ຜ້າ​ໃບ​ທີ່​ກັນນຳ້​ໄດ້ເພື່ອ​ປົກ​ຄຸມບ່ອນ​ທີ່​ຖືກ​ທຳລາຍແລະ​ຕ້ອງການ​ຄຸ​ນຳ້​ເພື່ອ​ເອົາ​
ໄວ້​ໃຊ້​ຕັກ​ນຳ້ສະອາດ.

ລັດຖະບານສະຫະລັດ ​ໄດ້​ໃຫ້ການ​ຊ່ວຍ​ເຫ​ລື​ອ​ ເປັນ​ມູນ​ຄ່າ 20,000 ​ໂດ​ລາ ​ໂດຍ​ຜ່ານ​
ອົງການ​ສາກົນ​ເພື່ອ​ການ​ເຄື່ອນ​ຍ້າຍ​ຖິ່ນ​ຖານໃນ​ໂຄງການ​ຝຶກ​ອົບຮົມ ​ເພື່ອ​ຮັບມືກັບ​ໄພ
​ທະ​ມະ​ຊາດແລະ​ຫ້ອງການ​ປະສານ​ງານອົງການ​ສຸພາ​ນິມິດ​ເພື່ອ​ຈັດ​ຊື້​ເຄຶ່ອງ​ໃຊ້​ທີ່​ຈຳ​ເປັນ
​ພາຍ​ໃນ​ຄົວ​ເຮືອນສຳລັບ 1,280 ຄົນ ທີ່ປະສົບໄພນ້ຳຖ້ວມໃນ 256 ຄອບຄົວ. ເຄື່ອງໃຊ້
ທີ່ຈຳເປັນພາຍໃນຄອບຄົວປະກອບ​ດ້ວຍຊຸດ​ສຸຂາ​ອະນາ​ໄມ ມຸ້ງ ຜ້າ​ໃບ​ທີ່​ກັນນຳ້ໄດ້ແລະ​
ເຄຶ່ອງ​ໃຊ້​ໃນ​ເຮືອນຄົວ​ຕ່າງໆ.

ທ່ານ​ຮອງ​ທູດ ​Michael Keine ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ມີຄວາມ​ກະຕືລື​ລົ້ນ ທີ່​ໄດ້​ໃຫ້ການ​
ຊ່ວຍ​ເຫລືອ ຜູ້​ປະສົບ​ໄພ​ນຳ້​ຖ້ວມ ​ແລະ​ຫວັງ​ວ່າ ​ເຄື່ອງຊ່ວຍ​ເຫລືອ​ເຫລົ່າ​ນີ້ ຈະ​ຊ່ວຍ​ພວກ
​ເຂົາ​ເຈົ້າ​ໄດ້ ​ໃນ​ຍາມ​ຫຍຸ້ງ​ຍາກ​ນີ້.” ທ່ານ​ຮອງ​ທູດ ຍັງ​ໄ​ດ້ສະ​ແດ​ງຄວາມ​ຂອບໃຈ ມາ​ຍັງ
ອົງການ IOM, World Vison ​ແລະ​ກົມ​ ສັງຄົມ​ສົງ​ເຄາະ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ
​ແລະ​ໃຫ້​ຄວາມ​ຮວ​ມມື.

​ເຄື່ອງ​ຊ່ວຍ​ເຫລືອ​ຕ່າງໆ ​ແມ່ນ​ໄດ້​ຖືກ​ແຈກ​ຢາຍ​ໃຫ້​ແກ່​ຄອບຄົວ ທີ່ໄດ້ປະສົບ​ໄພ​ນຳ້ຖ້ວ​ມ
​ໂດຍ​ເຈົ້າ​ໜ້າ​ທີ່​ຈາກ ສະຖານທູ ສະຫະລັດ ອົງການ IOM ​ແລະອົງ ການ World Vision
ໂດຍໄດ້​ຮັບ​ການ​ສະໜັບສະໜູນຈາກກົມ​ສັງຄົມ​ສົງ​ເຄາະ ກະ​ຊວງ​ແຮງ​ງານແລະ​ສະຫວັດ
ດີ​ການ​ສັງຄົມ.

ຜູ້ປະສົບໄພນຳ້ຖ້ວມໃນ ສປປ ລາວ ໄດ້ຮັບເຄື່ອງການຊ່ວຍເຫລືອຈາກ ສະຖານທູດ ສະຫະລັດ
ຜູ້ປະສົບໄພນຳ້ຖ້ວມໃນ ສປປ ລາວ ໄດ້ຮັບເຄື່ອງການຊ່ວຍເຫລືອຈາກ ສະຖານທູດ ສະຫະລັດ

Pictured here is Deputy Chief of Mission Michael Kleine helping a resident of Bolikhan village with a box of cooking equipment, mosquito nets and cleaning supplies.

In response to widespread flooding in the northern and north-central provinces of Lao PDR, the U.S. Embassy and the Ministry of Labor and Social Affairs are partnering with the International Organization of Migration (IOM) and World Vision to distribute disaster relief supplies to communities in Bolikhamxay province. The disaster relief supply distribution is part of a multi-year “Strengthening Government of Laos Capacity to Manage Humanitarian Emergencies” program funded by the USAID Office of US Foreign Disaster Assistance (OFDA).

Residents of Bolikhamxay Province were inundated by the recent flooding, particularly in the impoverished Paksan and Bolikhan Districts Local residents said the water rose so fast they were unable to pack their belongings and lost many essential household items. Flood waters also damaged houses and latrines with many households needing tarpaulins to cover damaged areas and buckets for carrying water.

With 20,000 USD provided by the U.S. government and facilitated through IOM’s Disaster Response Training Project, World Vision procured essential household items for 1,280 victims in 256 households. These included sanitation kits, mosquito nets, tarpaulins, and kitchen equipment.

U.S. Embassy Deputy Chief of Mission Michael Kleine said, “We are eager to help the victims of the flooding and hope that these supplies will help them during this difficult time.” He thanked IOM, World Vision and the Department of Social Welfare for their support and cooperation.

The equipment was distributed to flood victim families by officials from the U.S. Embassy, IOM and World Vision, with the support of the Department of Social Welfare.

XS
SM
MD
LG