ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ​ຂໍໃຫ້ສົ່ງໂຕ ເຈົ້າ​ໜ້າ​ທີ່ ອົງການ FIFA 7 ຄົນ ໃຫ້ຕົນ


FIFA Corruption
please wait
Embed

No media source currently available

0:00 0:00:49 0:00

ສະຫະລັດ ​ໄດ້ຮ້ອງ​ຂໍໃຫ້ Switzerland ສົ່ງ​ເຈົ້າ​ໜ້າ​ທີ່ 7 ຄົນ
ຂອງອົງການ​ຄຸ້ມຄອງ​ເຕະ ບານ​ໂລກ ຫຼື FIFA ໃນ​ຄະດີ​ຂອງ​ການ
​ສໍ້​ໂກງ​ທີ່ກຳລັງດຳເນີນຢູ່ນັ້ນ ໃຫ້ແກ່ຕົນ.

​ເຈົ້າ​ໜ້າ​ທີ່​ສານຂອງ Switzerland ​ໃນ​ວັນ​ພະຫັດ​ມື້​ນີ້ ກ່າວ​ວ່າ
ຕົນ​ໄດ້​ຮັບ​ຄຳ​ຂໍ​ຮ້ອງ​ໃຫ້ ສົ່ງໂຕເຈົ້າ​ໜ້າ​ທີ່ 7 ຄົນ ຂອງ​ອົງການ
FIFA ທີ່ຖືກຈັບ​ກຸມ ​ໃນ​ນະຄອນ Zurich ​ເມື່ອເດືອນພຶດສະພາ​
ທີ່​ຜ່ານ​ມາ​ນີ້ ​ໃນ​ຖານ​ສົງ​ໄສ​ຮັບເງິນ​ສິນ​ບົນ.

ການຍື່ນສຳນວນຟ້ອງຂອງ​ສະຫະລັດ ​ໄດ້​ມີຂຶ້ນ​ໃນ​ເດືອນ​ພຶດສະພາ
​ຜ່ານ​ມາ​ນີ້ ໂດຍກ່າວຫາເຈົ້າ​ໜ້າ​ທີ່ 9 ຄົນ ຂອງ​ອົງການ FIFA ​
ແລະ ຄະນະບໍ​ລິ​ຫານ​ຂອງອົງການດັ່ງກ່າວ​ອີກ5 ຄົນ ໃນຄວາມຜິດທີ່ຮວມທັງການຕົວະຕົ້ມ ການສໍ້​ໂກງທາງສື່ສານຫຼືອິນເຕີແນັດ ​ແລະການຟອກ​ເງິນ.

ການ​ສືບສວນ​ສອບ​ສວນຕ່າງຫາກ​ຂອງ Switzerland ​ແມ່ນໄດ້​ເພັ່ງ​ເລັງ​ໃສ່​ການກ່າວຫາ ກ່ຽວກັບການ​ບໍ​ລິ​ຫານ​ທີ່​ຜິດພາດ ​ແລະ​ການ​ຟອກ​ເງິນ ທີ່​ພົວພັນ​ກັບ​ການອະນຸມັດ​ໃຫ້ຣັດ​ເຊຍ​ແລະກາ​ຕ້າ ເປັນເຈົ້າພາບຈັດການ​ແຂ່ງຂັນ​ເຕະບານ​ໂລກ ໃນ​ປີ 2018 ​ແລະ ປີ 2022 ຕາມລຳດັບນັ້ນ.

ຄະນະ​ໄອຍະ​ການຂອງ Switzerland ​ໄດ້​ທຳ​ການ​ສືບສວນ​ສອບ​ສວນ ກ່ຽວກັບ​ຄວາມ​ເປັນ​ໄປ​ໄດ້​ຂອງການຟອກ​ເງິນ 53 ຄັ້ງ ທີ່​ພົວພັນ​ກັບ​ຂັ້ນ​ຕອນ​ຂອງ​ການ​ປະມູນທີ່​ຈະ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນເຕະບານ​ໂລກ ຫຼື World Cub.

ອະທິໄອ​ຍະ​ການ​ຂອງ Switzerland ທ່ານ Michael Lauber ​ໄດ້​ກ່າວ​ວ່າ ການໂອນ​ເງິນ​ນັ້ນ ​ແມ່ນໄດ້ລາຍງານໂດຍທະນາຄານຕ່າງໆ ໂດຍຜ່ານ​ລະບົບເຕືອນໄພ ​ເພື່ອຕ້ານການ
ຟອກ​ເງິນຂອງ Switzerland. ​ທ່ານ Lauber ​ໄດ້​ກ່າວ​ວ່າ ທະນາຄານຕ່າງໆ ​ໄດ້​ເຮັດ​ໜ້າ​ທີ່​ຂອງຕົນ ​ໃນ​ການ​ລາຍ​ງານ​ເຖິງ​ກິ​ດຈະ​ກຳຕ່າງໆ ​ແລະ​ໄດ້ເຕືອນວ່າ ຄະດີນີ້ແມ່ນ ໃຫຍ່ ​ແລະ​ສະ​ລັບ​ສັບ​ຊ້ອນ.

ອົງການ FIFA ​ໄດ້​ໂຈະຂັ້ນຕອນໃນ​ການ​ປະມູນເປັນ​ເຈົ້າພາບ ເພື່ອຈັດການແຂ່ງຂັນເຕະ ບານໂລກຫລື World Cub ປີ 2026 ເປັນການຊົ່ວຄາວ ຍ້ອນຂ່າວນອງນັນທີ່ວ່ານີ້.

ເຈົ້າພາບຈັດການແຂ່ງຂັນ World Cub ປີ 2026​ມີກຳນົດທີ່ຈະຖືກເລືອກໂດຍສະມາຊິກ
ຂອງອົງການFIFA ລະຫວ່າງກອງປະຊຸມກັນທີ່ມາເລເຊຍ ໃນປີ 2017 ແຕ່ຍັງບໍ່ທັນເປັນ
ທີ່ຈະແຈ້ງເທື່ອວ່າ ການຕັດສິນໃຈດັ່ງກ່າວ ຈະມີຂຶ້ນເມື່ອໃດ.

XS
SM
MD
LG