ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບໍ່ມີ​ຫຼັກ​ຖານແຂງຂັນ ທີ່​ວ່າ ພຽງຢາງ​ ຈະ​ທົດ​ລອງ ​ນິວ​ເຄລຍ ລະຫວ່າງ ປ. ໂອບາມາ ຢ້ຽມຢາມ​ (ວີດີໂອ)


KOREA NUCLEAR VOSOT
please wait
Embed

No media source currently available

0:00 0:01:45 0:00
ກຸ່ມຄົ້ນຄວ້າ​ກຸ່ມ​ນຶ່ງ​ຂອງ​ສະຫະລັດ ກ່າວ​ວ່າ ມີ​ຫຼັກ​ຖານພຽງ
ເລັກ​ນ້ອຍ​ເທົ່າ​ນັ້ນ ທີ່​ວ່າເກົາຫລີ​ ເໜືອ​ຈະ​ທຳ​ການ​ທົດ​ລອງ
​ອາວຸດ​ນິວ​ເຄລຍ ​ໃນ​ຂະນະ​ທີ່​ປະທານາທິບໍດີ​ສະຫະລັດ
ທ່ານບາຣັກ ​ໂອ​ບາ​ມາ ພວມທຳ​ການ​ຢ້ຽມ​ຢາມນະຄອນຫຼວງ
​ໂຊ​ລ.

ເກົາຫລີ​ໃຕ້ກ່າວໃນ​ອາທິດ​ນີ້ວ່າ ຕົນ​ໄດ້​ພົບເຫັນມີການ​ເຄື່ອນ
ໄຫວເພີ້ມຂຶ້ນ ​ຢູ່ທີ່ບ່ອນທົດ​ລອງ​ອາວຸດ​ຂອງພຽງ​ຢາງໂດຍສະ
ເໜີແນະວ່າ ການ​ທົດ​ລອງນິວ​ເຄລຍ​ໃຕ້​ດິນແມ່ນໃກ້ຈະມີ​ຂຶ້ນ​
ແລ້ວ.

ພວກ​ນັກສັງ​ເກດ​ການ​ບາງຄົນກ່ຽວກັບເກົາຫລີ​ເໜືອຄາດ​ຫວັງ​
ວ່າຈະ​ມີ​ການທ້າທາຍເກາະ​ຜິ​ດ ​ໃນ​ລະຫວ່າງ​ທີ່​ທ່ານ​ໂອ​ບາ​ມາ
ໄປຢ້ຽມ​ຢາມເກົາຫຼີໃຕ້ ໃນ​ວັນ​ສຸກ​ຈະ​ມາ​ນີ້. ພວກ​ເຂົາ​ເຈົ້າໃຫ້ຂໍ້ສັງເກດວ່າ ເກົາຫລີ​ເໜືອ​ໄດ້​ເຕືອນ​ວ່າ ຕົນ​ອາດຈະ​ທຳ​ການທົດ​ລອງນິວ​ເຄລຍ ຕື່ມອີກຄັ້ງໃໝ່.

ສະ​ຖາ​ບັນ​ສະຫະລັດເກົາຫຼີ ​ໃຫ້ການ​ຢືນຢັນ ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ຮູບ​ພາບ​ຈາກດາວ​ທຽມ
ພານິດ​ສະແດງ​ໃຫ້​ເຫັນ​ວ່າ ເກົາຫລີ​ເໜືອ ທີ່ຈິງແລ້ວໄດ້ເລີ້ມ​ທຳ​ການ​ປະຕິບັດ​ງານ​ຮອບ​ໃໝ່ ​ຢູ່ບ່ອນທົດລອງອາວຸດນິວເຄລຍ​ Pungggye-ri.

​ແຕ່​ສະຖາບັນດັ່ງກ່າວກໍເວົ້າວ່າ ​ກິດຈະກຳການໃໝ່ເຫຼົ່າ​ນີ້ ປາກົດວ່າປະກອບດ້ວຍ ​
ການ​ໂຍກ​ຍ້າຍແກັດ ຫີບຫໍ່ ແລະພັດສະດຸ​ຕ່າງໆ ​ແລະ​ຍັງ​ບໍ່​ທັນ​ເຖິງ​ລະດັບ​ຂຸ້ນຂ້ຽວ ດັ່ງທີ່ເຄີຍ​ເຫັນ​ກັນ ​ກ່ອນ​ການ​ທົດ​ລອງ​ຄັ້ງ​ກ່ອນໆ.
XS
SM
MD
LG