ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ກັບ ອີ​ຢູ ​ຮັບປາກ ຈະໜັບສະໜຸນ ​ຢູ​ເຄຣນ (ວີ​ດີ​ໂອ/ສະໄລດ໌)


US, Europe Wary of Russian Actions, Pledge Support for Ukraine
please wait

No media source currently available

0:00 0:03:03 0:00

​ເບິ່ງ​ວີ​ດີ​ໂອ ກ່ຽວ​ກັບ​ລາຍ​ງານ​ນີ້.

ຄວາ​ມຮຸນ​ແຮງ​ທີ່​ເພີ້​ມທະວີ​ຂຶ້ນ​ນັບ​ມື້ ຢູ່​ໃນ​ພາກ​ຕາ​ເວັນ​ອອກ
​ຂອງ​ຢູ​ເຄຣນ ກັບຄວາມ​ຢ້ານກົວ​ວ່າ ຣັດ​ເຊຍ​ຈະ​ເຂົ້າ​ໄປ​ແຊກ​
ແຊງ​ຫລາຍ​ຂຶ້ນ​ນັ້ນ ​ໄດ້​ຄອບ​ງຳ​ຄວາມ​ສົນ​ໃຈ​ຂອງ​ທັງ​ສະຫະ
ລັດ​ແລະ​ຢູ​ໂຣບ. ຂະນະ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່ກຳລັງ​ພະຍາຍາມ​
ຢ່າງ​ຂຸ້ນຂ້ຽວ ​ເພື່ອ​ຫາວິທີ​ຮັບ​ມືກັບສະຖານະ​ການ ​ໃນ​ທາງທີ່​
ຈະ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ທົ່ວຂົງ​ເຂດ​ນັ້ນລົງ ​ແລະ​ປະທາ
ນາທິບໍດີ ບາ​ຮັກ ​ໂອ​ບາ​ມາ ກໍ​ໄດ້​ໂອ້​ລົມ​ອີກ​ຄັ້ງ​ນຶ່ງ​ ກັບ​ທ່ານ
Vladimir Putin ຄູ່​ຕຳ​ແໜ່​ງຣັດ​ເຊຍ​ຂອງ​ທ່ານ. ຜູ້​ສື່​ຂ່າວ​ວີ​
ໂອ​ເອ Jeff Seldin ມີ​ລາຍ​ງານ​ມາຈາກ​ທຳນຽບຫ້າ​ແຈ ດັ່ງ​
ດາຣາຈະ​ນຳ ມາ​ສະ​ເໜີ​ທ່ານ.

ບັນດາລັດຖະມົນຕີ​ຂອງ​ສະຫະພາບ​ຢູ​ໂຣບ ຫລື ອີ​ຢູ ທີ່​ເດີນທາງ​ໄປ​ Luxembourg ໃນ​ວັນ​
ຈັນ​ຜ່ານ​ມາ ເພື່ອຫາລື​ກັນ​ກ່ຽວ​ກັບ​ເຫດການ​ຜັນ​ຂະຫຍາຍ​ອອກ ຢູ່​ໃນ​ຢູ​ເຄຣນນັ້ນ ຕ່າງ​ກໍພາ
ກັນ​ຖິ້ມ​ໂທດ​ໃສ່ຣັດ​ເຊຍ ​ໂດຍ​ທີ່ລັດຖະມົນຕີຕ່າງປະ​ເທດ​ອັງກິດ ທ່ານ William Hague
​ໄດ້​ກ່່າວ​ອອກ​ມາ​ກົງໆ​ດັ່ງ​ນີ້:


“ມັນ​ມີ​ທຸກລັກສະນະ​ຂອງ​ການ​ລ່ວງ​ລະ​ເມີດຕື່ມ​ອີກ ຕໍ່​ເອກະລາດ ​ແລະ​ອະທິປະ​ໄຕ
ຂອງ​ຢູ​ເຄຣນ ຢ່າງ​ໂຈ່ງ​ແຈ້ງ ​ເປີດ​ແປນ ​ແລະ​ວາງ​ແຜນ​ໄວ້​ລ່ວງ​ໜ້າ.”


ທາງ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ສະ​ວີ​ເດັນ ທ່ານ Carl Bildt ກໍ​ເວົ້າ​ຢ່າງ​ບໍ່​ຈົ່ງ​ຄື​ກັນ.
ທ່ານ Bildt ​ເວົ້າ​ວ່າ: ​

“ມາ​ຮອດ​ດຽວ​ນີ້ ພວກ​ເຂົາ​ແມ່ນ​ໄດ້​ທະວີ ການ​ເຄື່ອນ​ໄຫວ​ຫລາຍຂຶ້ນ​ນັບ​ມື້ ​ແລະ​ຖ້າ​
ພວກ​ເຂົາ​ສືບ​ຕໍ່​ທະວີ​ຂຶ້ນ ຂ້າ​ພະເຈົ້າ​ຄິດ​ວ່າ ພວກ​ເຮົາ​ກໍ​ຄວນ​ຈະ​ທະວີ​ຂຶ້ນ​ຄື​ກັນ.”


ແລະບັນດາລັດຖະມqນຕີ​ອີ​ຢູ ກໍ​ໄດ້​ກະທຳ​ເຊັ່ນ​ນັ້ນ​ແທ້ ​ໂດຍ​ການ​ຕົກລົງເສີມ​ຂະຫຍາຍ
ການ​ລົງ​ໂທດ​ຕໍ່ຣັດ​ເຊຍ ​ແລະ​ການ​ຫ້າມ​ອອກ​ວີ​ຊ່າ​ ໃຫ້​ເຈົ້າ​ໜ້າ​ທີ່ຣັດ​ເຊຍ.

ທາງ​ການ​ທະຫານ​ຂອງ​ສະຫະລັດໄດ້​ອອກ​ມາ​ຖະ​ແຫລ​ງ​ວ່າ ແມ່ນ​ແຕ່​ໃນ​ຂະນະ​ທີ່ ​ອີ​ຢູ​
ເຄື່ອນໄຫວ​ເພື່ອ​ເອົາ​ບາດກ້າວ​ຕື່ມ​ຢູ່​ນັ້ນ ​ເຮືອບິນ​ລົບ ຂອງຣັດ​ເຊຍລຳ​ນຶ່ງ ​ກໍ​ຍັງຂຶ້ນບິນ​ ​
ຜ່ານ​ກຳ​ປັ່ນ USS Donald Cook ຂອງ​ສະຫະລັດ ​ທີ່ລາດຕະ​ເວນ​ຢູ່ເໜືອ​ເຂດ​ນ່ານນ້ຳ​
ສາກົນ ​ໃນ​ທະ​ເລ​ດຳນັ້ນ ​ໄປໃນ​ລະດັບ​ຕ່ຳ ​ເຖິງ 12 ຖ້ຽວ ເມື່ອ​ວັນ​ເສົາ​ອາທິດ​ແລ້​ວນີ້.
ເຈົ້າ​ໜ້າ​ທີ່​ທຳ​ນຽນ​ຫ້າ​ແຈ​ກ່າວ​ວ່າ ​ເຮືອບິນຣັດ​ເຊຍ​ລຳ​ນັ້ນ​ບໍ່​ໄດ້​ຕິດ​ລູກ​ສອນ​ໄຟ ​ແຕ່​ກໍ​
ເອີ້ນ
​ການ​ກະທຳ​ດັ່ງກ່າວວ່າ ​ເປັນ​ການ​“ກໍ່ກວນ​ເກາະ​ຜິດ” ​ແລະ​ “ບໍ່​ມີ​ຄວາມ​ເປັນ​ມື​ອາຊີບ.”

ຢູ່​ນະຄອນຫລວງ​ມອສ​ໂຄນັ້ນ ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​
ໄດ້​ຕອບ​ໂຕ້​ຄືນ ​ໂດຍກ່າວ​ຫາ​ຝ່າຍ​ຕາ​ເວັນ​ຕົກວ່າ ຊຸກຍູ້​ໃຫ້​ຢູ​ເຄຣນ ທຳ​ການກວດ​ລ້າງ​
ປາບ​ປາມ​ພວກ​ປະ​ທ້ວງ. ທ່ານ Lavrov ​ເວົ້າ​ວ່າ:

“ນີ້​ແ​ມ່ນ​ເປັນ​ການ​ຜັນ​ຂະຫຍາ​ຍອອກ ທີ່​ເປັນ​ອັນຕະລາຍ​ທີ່​ສຸດ ​ຂອງ​ເຫດການ
ຕ່າງໆ ​ແລະ​ພວກ​ຜູ້​ທີ່​ຊຸກຍູ້​ໃຫ້​ລັດຖະບານ Kyiv​ ຊຸດ​ປັດຈຸບັນ ມີ​ພຶດຕິ​ກຳ​ແບບ​
ນັ້ນ ກໍ​ຄວນ​ຈະ​ເປັນ​ຜູ້​ຮັບຜິດຊອບ​ໂດຍ​ເຕັມ.”


ທ່ານ Lavrov ຍັງ​ໄດ້​ຕັ້ງ​ຂໍ້​ສົງ​ໄສ​ວ່າ ຫົວໜ້າ​ໜ່ວຍ​ສືບ​ລັບ​ຂອງສະຫະລັດ ທ່ານ John
Brennan ​ໄປ​ເຮັດ​ຫຍັງ​ຢູ່​ນະຄອນຫລວງ Kyiv ​ເມື່ອ​ທ້າຍ​ສັບປະ​ດາ​ຜ່ານ​ມາ​ນີ້… ຊຶ່ງ​
ທາງ​ໂຄສົກ​ທຳນຽບຂາວ ທ່ານ Jay Carney ​ໄດ້​ກ່າວ​ປ້ອງ​ກັນ​ວ່າ ​ເປັນ​ການ​ຢ້ຽມຢາມ​
ຕາມ​ປົກກະຕິ ​ເພື່ອ​ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ ​ແລະ​ພ້ອມ​ດຽວ​ກັນ​ກໍ​ໄດ້​
ເຕືອນຣັດ​ເຊຍ ​ໃຫ້​ຖອຍ​ຫ່າງ​ອອກ​ໄປ. ​ໂຄສົກ Carney ເວົ້າ​ວ່າ:

“ຂ້າພະ​ເຈົ້າ​ສາມາດ​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ທ່ານ​ໄດ້​ໂລດ​ວ່າ ການ​ກໍ່ກວນ​ຂອງ
ຣັດ​ເຊຍ ກໍ​ຄື​ການ​ລ່ວງ​ລ້ຳ​ແລະ​ເກາະ​ຜິດ​ຕື່ມ​ອີກ​ນັ້ນ ​ແມ່ນ​ຈະ​ໄດ້​ຮັບ​ຜົນເສຍ
ຫາຍ​ຕອບ​ແທນ.”


ຄື​ກັນ​ກັບ​ສະຫະພາບ​ຢູ​ໂຣບ ຫລື​ອີ​ຢູ ສະຫະລັດ​ກ່າວ​ວ່າ ຕົນ​ກໍ​ກຽມພ້ອມ​ແລ້ວ ທີ່​ຈະ​ເພີ້ມ​
ທະວີ​ການລົງ​ໂທດ​ຕໍ່ຣັດ​ເຊຍ ​ແລະ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ສະຫະລັດ​ກໍ​ໄດ້​ປະກາດ​ໃຫ້
ກາ​ນຄ້ຳປະກັນ​ເງິນ​ກູ້​ແກ່ຢູ​ເຄຣນ ໃນ​ຈຳນວນ​ເຖິງ ນຶ່ງ​ຕື້​ໂດ​ລາ. ​ແຕ່​ວ່າ ການ​ຊ່ວຍ​ເຫ​ລື​ອ
ທາງ​ທະຫານ ທີ່ຢູ​ເຄຣນ​ໄດ້​ຮ້ອງ​ຂໍ​ໄປ​ນັ້ນ ຈະ​ຍັງ​ບໍ່​ມີ​ໃຫ້​ເທື່ອ ​ເຖິງ​ແມ່ນ​ທາງ​ເນ​ໂຕ້​ໄດ້​ສະ​
ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ການ​ລະດົມ​ກຳລັງ​ພົນ​ຂອງ​ຮັ​ດ​ເຊຍ ຢູ່​ເລາະ​ຕາມ​ຊາຍ​
ແດນ​ຂອງ​ຢູ​ເຄຣນນັ້ນ​ກໍ​ຕາມ. ອະດີດ​ສະມາຊິກ​ສະພາ​ສູງ​ສະຫະລັດ ທ່ານ Richard
Lugar ​ມີ​ຄວາມ​ເຫັນ​ດັ່ງ​ນີ້:

“ມັນ​ແມ່ນ​ຄຳ​ຖາມ ທີ່​ພວກ​ເຮົາ​ຫວັງວ່າ ຈະບໍ່​ພາ​ພວກ​ເຮົາ​ກັບ​ຄືນ​ໄປ​ຍັງຍຸກ
ສົງຄາມ​ເຢັນ​ອີກ ທີ່​ພວກ​ປະ​ເທດ​ຕາ​ເວັນ​ຕົກ​ປຸ້ມລຸມ​ກັນ​ຕໍ່ຕ້ານຣັດ​ເຊຍ ​ເພາະ
ວ່າການ​ຊ່ວຍ​ເຫລືອ​ຂອງຣັດ​ເຊຍ​ແມ່ນ ຍັງ​ສຳຄັນ​ຫລາຍ​ຢູ່​ໃນ​ເວລາ​ນີ້ ຢູ່​ໃນ
​ຫລາຍໆ​ສະຖານະ​ການໃນ​ທົ່ວ​ໂລກ.”


ແຕ່​ວ່າ ສຳ​ຫລັບ​ເວລາ​ນີ້ ​ແມ່ນ​ມີ​ຄຳ​ຖາມ​ຢ່າງ​ຫລວງຫລາຍ​ຢູ່​ໃນໂລກຕາ​ເວັນ​ຕົກ ກ່ຽວກັບ
​ວ່າ ຣັດ​ເຊຍ​ຈະ​ກ້າເຮັດໄປ​ໄກ​ສ່ຳ​ໃດ? ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ຢູ​ເຄຣນ
ທ່ານ Geoffrey Pyatt ​ໄດ້​ໃຫ້​ສຳພາດກັບ​ພະ​ແນ​ກຣັດ​ເຊຍ​ຂອງ​ວີ​ໂອ​ເອ ແລະເວົ້າ​ວ່າ:

“ຄົນພວກນີ້​ບໍ່​ແມ່ນ​ພວກປະ​ທ້ວງ​ຢ່າງ​ສັນຕິ ມັນ​ແມ່ນ​ກຳລັງ​ປະກອບ​ອາວຸດ. ​ແລະ​
ຂ້າພະ​ເຈົ້າ​ຄິດ​ວ່າ ມີ​ຄວາມ ສ່ຽງ​ຢ່າງ​ແທ້​ຈິງ ທີ່​ວ່າການ​ກະທຳ​ຂອງ​ພວກ​ເຂົາ​ອາດ​
ສາມາດ​ກໍ່​ໃຫ້​ເກີດ ຄວາມ​ຮຸນ​ແຮງ​ໃນ​ຂັ້ນ​ໃຫຍ່​ໂຕ​ຂຶ້ນ​ກ່ວາ​ເກົ່າ ​ແ​ລະ​ແນ່ນ​ອນ
ການ​ນອງ​ເລືອດ​ແບບ​ໃດ​ກໍ​ຕາມ ​ແມ່ນ​ສິ່ງ​ນຶ່ງ​ທີ່​ສະຫະລັດ​ຈະ​ຕ້ອງ​ຂັດຂວາງ.”


ໃນ​ລະຫວ່າງ​ນີ້ ຄວາມ​ເຄັ່ງ​ຕຶງ​ຢູ່​ໃນ​ຢູ​ເຄຣນ ກໍ​ແມ່ນ​ຈະ​ສືບ​ຕໍ່​ທະວີ​ ຂຶ້ນ​ໄປ​ນັບ​ມື້.

ວີດີໂອ: ຢູເຄຣນໄດ້ຮັບການຊ່ວຍເຫລືອເພີ້ມຂຶ້ນ ຂະນະທີ່ຄວາມເຄ່ງຕຶງຖີບຂຶ້ນ ເຊັ່ນກັນ:
Ukraine Receives Additional Aid As Tensions Rise
please wait

No media source currently available

0:00 0:02:28 0:00
XS
SM
MD
LG