ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ແລະ ສປປ ລາວ ປືກສາຫາລືຮອບດ້ານ ຄັ້ງທີຫົກ ທີ່ ນະຄອນຫຼວງວໍຊິງຕັນ


ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ສປປ ລາວ ທ່ານນາງ ສູນທອນ ໄຊຍະຈັກ (ກາງຂວາ) ແລະ ລັດຖະມົນຕີ ຊ່ວຍວ່າການ ກະຊວງຕ່າງປະເທດ ສະຫະລັດ ຝ່າຍເອເຊຍຕາເວັນອອກ ແລະປາຊິຟິກ ທ່ານ Danny Russel (ກາງຊ້າຍ) ພ້ອມດ້ວຍບັນດາຜູ້ຕາງໜ້າ ລາວ ແລະ ສະຫະລັດ ທີ່ກອງປະຊຸມ ພົບປະປືກສາຫາລືຮອບດ້ານ ສອງ ຝ່າຍ ທີ່ ນະຄອນວໍຊິງຕັນ ເມື່ອວັນທີ 19 ມິຖຸນາ.
ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ສປປ ລາວ ທ່ານນາງ ສູນທອນ ໄຊຍະຈັກ (ກາງຂວາ) ແລະ ລັດຖະມົນຕີ ຊ່ວຍວ່າການ ກະຊວງຕ່າງປະເທດ ສະຫະລັດ ຝ່າຍເອເຊຍຕາເວັນອອກ ແລະປາຊິຟິກ ທ່ານ Danny Russel (ກາງຊ້າຍ) ພ້ອມດ້ວຍບັນດາຜູ້ຕາງໜ້າ ລາວ ແລະ ສະຫະລັດ ທີ່ກອງປະຊຸມ ພົບປະປືກສາຫາລືຮອບດ້ານ ສອງ ຝ່າຍ ທີ່ ນະຄອນວໍຊິງຕັນ ເມື່ອວັນທີ 19 ມິຖຸນາ.

ສະຫະລັດອາເມຣິກາ ແລະ ສປປ ລາວ ສືບຕໍ່ການຮ່ວມມືຜ່ານ
ກອງປະຊຸມ ພົບປະປືກສາຫາລືຮອບດ້ານ ສອງຝ່າຍຄັ້ງທີຫົກ
6 ທີ່ໄດ້ຖືກຈັດຂື້ນ ທີ່ ນະຄອນວໍຊິງຕັນ ເມື່ອວັນທີ 19 ມິຖຸນາ
ຜ່ານມານີ້. ໃນລະຫວ່າງການພົບປະ ຫາລື ທ່ານ Daniel
Russel ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງ ປະເທດ
ສະຫະລັດອາເມຣິກາ ແລະ ຄະນະຜູ້ແທນຝ່າຍລາວ ຊື່ງນຳໂດຍ
ທ່ານນາງ ສູນທອນ ໄຊຍະຈັກ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງ ປະເທດ ສປປ
ລາວ ມີຄວາມເຫັນດີເປັນເອກກະພາບ ທີ່ຈະຮັດແໜ້ນ ແລະ ເພີ້ມທະວີການສ້າງສາຍພົວ
ພັນ ແລະການຮ່ວມມືຮອບດ້ານ ລະຫວ່າງສະຫະ ລັດອາເມຣິກາ ແລະ ສປປ ລາວ ໃຫ້
ຫລາຍຂື້ນກວ່າເກົ່າ. ທ່ານ Daniel Russel ຍັງໄດ້ແຈ້ງໃຫ້ຊາບວ່າ ສະຫະລັດ ອາເມຣິ
ກາຈະເພີ່ມທຶນຊ່ວຍເຫຼືອ ສະໜັບສະໜູນ ໃຫ້ແກ່ຂົງເຂດວຽກງານການເກັບກູ້ລະເບີດບໍ່
ທັນແຕກ ໃຫ້ແກ່ ສປປ ລາວ ຈາກ $13 ລ້ານໂດລາສະຫະລັດ ຂື້ນເປັນຈຳນວນ $15 ລ້ານ ໂດລາສະຫະລັດ.

ໃນການພົບປະປືກສາຫາລືກັນນັ້ນ, ທັງສອງຝ່າຍ ໄດ້ທົບທວນຄືນຮ່ວມກັນກ່ຽວກັບວຽກ
ງານການພັດທະນາຮອບດ້ານໃນຂົງເຂດເອເຊຍ ທ່ານລັດຖະມົນຕີຊ່ວຍວ່າການ Russel
ຍັງໄດ້ເນັ້ນໜັກເຖິງຄວາມມຸ້ງໝັ້ນຂອງສະຫະລັດອາເມຣິກາ ໃນສາຍພົວພັນແບບສ້າງສັນ
ແລະ ຕ່າງຝ່າຍຕ່າງມີຜົນ ກັບ ສປປ ລາວ ແລະ ບັນດາປະເທດຕ່າງໆໃນກຸ່ມອາຊຽນ.
ຄະນະຜູ້ແທນລາວ ໄດ້ສົນທະນາກ່ຽວກັບ ແຜນງານ ທີ່ ສປປ ລາວ ຈະກ້າວຂຶ້ນເປັນປະ
ທານອາຊຽນ ໃນປີ 2016 ນີ້. ພ້ອມນີ້ທັງສອງຝ່າຍ ຍັງໄດ້ທົບທວນຄືນກ່ຽວກັບກົນໄກ
ຕ່າງໆ ເພືີ່ອອຳນວຍ ຄວາມສະດວກ ແລະສົ່ງເສີມຂອບເຂດການຮ່ວມມືສອງຝ່າຍ ໃນ
ວຽກງານການ ຄ້າ ແລະການລົງທຶນ. ທັງສອງຝ່າຍ ຕົກລົງເຫັນດີເປັນເອກກະພາບໃນ
ການບັນລຸເປົ້າໝາຍ ໃນໂຄງການຊ່ວຍເຫຼືອ ເພື່ອການພັດທະນາຮອບດ້ານ ໃຫ້ແກ່ ສປປ ລາວ, ມີມູນຄ່າ ເຖິງ $40 ລ້ານໂດລາສະຫະລັດ ໃນປີ 2014 ແລະ ສຸມໃສ່ ວຽກງານດ້ານ
ໂພຊະນາການ, ສາທາລະນະສຸກ, ການສຶກສາ, ການຄ້າ, ສະພາບແວດລ້ອມ, ລະບົບ
ຍຸຕິທຳ ແລະ ວຽກງານຕ້ານຢາເສບຕິດ.

The United States and Lao PDR completed their sixth Comprehensive Bilateral Dialogue on June 19 in Washington, D.C. The Comprehensive Bilateral Dialogue is held each year, rotating between Vientiane and Washington, D.C. The Lao delegation met with U.S. officials from the Department of State, Department of Defense, Office of the U.S. Trade Representative, USAID, and U.S. Peace Corps.

During the day-long discussions, U.S. Assistant Secretary of State Daniel Russel and Lao delegation head Vice Foreign Minister Sounthone Xayachack agreed that the U.S.-Lao relationship is stronger and more dynamic than ever. Both officials noted that this year marks the 60th anniversary of diplomatic relations between the two countries and discussed plans to recognize the anniversary throughout the year, including at the upcoming U.S. Embassy celebrations of U.S. Independence Day.

A highlight of the Dialogue was when Assistant Secretary Russel announced that the United States will further increase its funding to the UXO sector in Laos, from $13 million to $15 million. Assistant Secretary Russel noted the progress that Laos has made in its commitment to survey, locate, and clear UXO, and said the United States is eager to help Laos speed up the process to avoid further casualties and to assist Laos’ economic growth.

During their Dialogue, U.S. and Lao officials reviewed developments in Asia, and Assistant Secretary Russel emphasized the United States’ commitment to constructive and beneficial relations with Laos and with ASEAN. The Lao delegation discussed plans for Laos’ chairmanship of ASEAN in 2016. The U.S. and Lao delegations also reviewed mechanisms to facilitate and encourage bilateral trade and investment. They agreed on goals for a comprehensive U.S. development assistance program in Laos, valued at over $40 million in 2014 and focused on nutrition, health, education, trade, environment, justice, and anti-narcotics."

Lao Version (PDF 227KB)

XS
SM
MD
LG