ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການໂຈມຕີ ໂດຍເຮືອບິນ ບໍ່ມີຄົນຂັບ ສ​ຫລ ​ຢູ່ຊີ​ເຣຍ ສັງຫານ ນັກລົບອະວຸໂສ ຂອງ ກຸ່ມລັດອິສລາມ


ແຜນ​ທີ່​ເມືອງ Shaddadi ໃນ​ຊີ​ເຣຍ
ແຜນ​ທີ່​ເມືອງ Shaddadi ໃນ​ຊີ​ເຣຍ

ນັກລົບອະວຸໂສຄົນນຶ່ງຂອງກຸ່ມລັດອິສລາມຈາກຕູນີເຊຍໄດ້ຖືກ
ສັງຫານ ໃນການໂຈມຕີໂດຍເຮືອບິນບໍ່ມີຄົນຂັບຂອງສະຫະລັດ
ຢູ່ທີ່ຊີເຣຍ ອີງຕາມການເປີດເຜີຍຂອງທຳນຽບຫ້າແຈໃນວັນພະ
ຫັດວານນີ້.

ທ້າວ Tariq bin Tahar al-‘Awni al-Harzi ໄດ້ຊ່ອຍ ໃນການ
ຊອກຫາເງິນໃຫ້ແກ່ກຸ່ມລັດອິສລາມ ກຳກັບໃນຄວາມພະຍາຍາມ
ເພື່ອນຳເອົານັກລົບຕ່າງປະເທດ ເຂົ້າໄປໃນຂົງເຂດ ແລະໄດ້ຖືກ
ຂະໜານນາມວ່າ ເປັນປະມຸກໃນການໂຈມຕີສະຫຼະຊີບ ໂດຍກະ ຊວງການຕ່າງປະເທດສະຫະລັດ.

ຮ້ອຍເອກ Jeff Davis ໂຄສົກຂອງທຳນຽບຫ້າແຈກ່າວວ່າ ທ້າວ al-Harzi ໄດ້ຖືກສັງຫານ
ໃນການໂຈມຕີຂອງເຮືອບິນບໍ່ມີຄົນຂັບ ເມື່ອວັນທີ 16 ມິຖຸນາ ທີ່ເມືອງ Shaddadi. ຮ້ອຍ
ເອກ Davis ເວົ້າວ່າ ການເສຍຊີວິດຂອງທ້າວ al-Harzi ຈະສ້າງຄວາມເສຍຫາຍ ໃຫ້ແກ່ ຄວາມສາມາດໃນການຍົກຍ້າຍພວກນັກລົບຕ່າງປະເທດ ທັງເຂົ້າແລະອອກ ຈາກຂົງເຂດ ດັ່ງກ່າວ.

ເຈົ້າໜ້າທີ່ສະຫະລັດໄດ້ລະບຸວ່າ ທ້າວ al-Harzi ເປັນຜູ້ກໍ່ການຮ້າຍ ໃນລະດູໃບໄມ້ຫລົ່ນ ປີກາຍນີ້. ກະຊວງການເງິນສະຫະລັດ ໄດ້ທຳການລົງໂທດ ຕໍ່ທ້າວ al-Harzi ແລະອີກ 7 ສ່ວນບຸກຄົນທີ່ສະຫະລັດກ່າວວ່າ ໃຫ້ການຊ່ອຍເຫຼືອດ້ານການເງິນ ແລະອຳນວຍຄວາມ ສະດວກໃນການເຄື່ອນຍ້າຍພວກນັກລົບຕ່າງປະເທດທີ່ໄປຮ່ວມກັບກຸ່ມລັດອິສລາມແລະ
ກຸ່ມ al-Nusra. ທັງສອງກຸ່ມນີ້ໄດ້ຕົກເປັນເປົ້າໃນການໂຈມຕີທາງອາກາດຂອງແນວໂຮມ
ຢູ່ໃນຊີເຣຍ.

XS
SM
MD
LG