ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ແລະ ສປປ ລາວ ຈັດງານລ້ຽງ ສະເຫຼີມສະຫຼອງ ສາຍພົວພັນການທູດ ຄົບຮອບ 60 ປີ

ຮອງທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງສະຫະລັດ ທ່ານ ເບນຈາມິນ ໂຣສ (ຄົນທີສອງຈາກຊ້າຍ) ພ້ອມດ້ວຍ ພະນະທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ສປປ ລາວ (ຄົນທຳອິດຈາກຊ້າຍ) ໄດ້ຈັດງານລ້ຽງ ເພື່ອສະເຫຼີມສະຫຼອງ ສາຍພົວພັນການທູດ ລະຫວ່າງ ສະຫະລັດອາເມຣິກາ ແລະ ລາວ ຄົບຮອບ 60 ປີ.

ໃນຕອນແລງວັນສຸກທີ່ຜ່ານມາ ຮອງທີ່ປຶກສາທາງດ້ານຄວາມ
ໝັ້ນຄົງແຫ່ງສະຫະລັດ ທ່ານ Benjamin Rhodes ພ້ອມດ້ວຍ
ພະນະທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ສປປ
ລາວ ໄດ້ຈັດງານລ້ຽງເພື່ອສະເຫຼີມສະຫຼອງ ສາຍພົວພັນການ
ທູດລະຫວ່າງ ສະຫະລັດອາເມຣິກາ ແລະ ລາວ ຄົບຮອບ 60 ປີ.

ໃນຄຳປາໄສ ຂອງທ່ານນັ້ນ ທ່ານ Rhodes ໄດ້ອະທິບາຍເຖິງ ການຂະຫຍາຍຕົວ ຂອງ
ການຮ່ວມມື ລະຫວ່າງອາເມຣິກາ ແລະ ລາວ.

ຮອງທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງສະຫະລັດ ທ່ານ ເບນຈາມິນ ໂຣສ ກ່າວຄຳປາໄສ ຢູ່ທີ່ງານດັ່ງກ່າວ ໂດຍໄດ້ອະທິບາຍເຖິງ ການຂະຫຍາຍຕົວ ຂອງ ການຮ່ວມມື ລະຫວ່າງອາເມຣິກາ ແລະ ລາວ.
ຮອງທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງສະຫະລັດ ທ່ານ ເບນຈາມິນ ໂຣສ ກ່າວຄຳປາໄສ ຢູ່ທີ່ງານດັ່ງກ່າວ ໂດຍໄດ້ອະທິບາຍເຖິງ ການຂະຫຍາຍຕົວ ຂອງ ການຮ່ວມມື ລະຫວ່າງອາເມຣິກາ ແລະ ລາວ.

ທ່ານ Rhodes ຍັງໄດ້ອະທິບາຍ ເຖິງຄວາມເລິກເຊິ່ງ ຂອງ
ການຮ່ວມມືກັນ ກ່ຽວກັບ ບັນຫາຕ່າງໆເຊັ່ນ ການຮັກສາ
ສຸຂະພາບ ໂພຊະນາການທາງດ້ານອາຫານ ການສຶກສາ
ການປະຕິຮູບລະບົບຍຸດຕິທຳ ການປົກປັກຮັກສາ ສິ່ງ
ແວດລ້ອມ ແລະ ການຮ່ວມມື ທີ່ກຳລັງດຳເນີນຢູ່ ເພື່ອເກັບ
ກູ້ລະເບີດ ທີ່ຍັງບໍ່ທັນແຕກ ທີ່ມາຈາກບັນຫາຂັດແຍ່ງ ໃນ
ອິນດູຈີນ.

ໃນຕອນເຊົ້າຂອງມື້ວັນເສົາຜ່ານ​ມາ ທ່ານ Benjamin
Rhodes ນຶ່ງໃນບັນດາທີ່ປຶກສາສູງສຸດ ກ່ຽວກັບເລື່ອງ
ນະໂຍບາຍການຕ່າງປະເທດ ຂອງປະທານາທິບໍດີ ບາຣັກ ໂອບາມາ ກໍໄດ້ເຂົ້າຮ່ວມ
ການແລ່ນມາຣາທອນ ກັບທ່ານທູດ Daniel Clune, ທ່ານຮອງເຈົ້າແຂວງໆ ຫຼວງພະບາງ
ແລະ ພະນັກງານສະຖານທູດອາເມຣິກາ. ສະຖານທູດ ສະຫະລັດ ຮູ້ສຶກປື້ມປິຕິ ທີ່ໄດ້
ສະໜັບສະໜຸນການແລ່ນມາຣາທອນໃນຄັ້ງນີ້ ເພື່ອຫາທຶນເຂົ້າສົມທົບກອງທຶນສຳລັບ
ເດັກນ້ອຍ ໃນລາວ.

ງານລ້ຽງ ສະ​ຫລອງສາຍພົວພັນການທູດລະຫວ່າງ ສະຫະລັດ ອາເມຣິກາ ກັບ ລາວ ຄົບຮອບ 60 ປີ ໂດຍມີ ບັນດາເຈົ້າໜ້າທີ່ ລະດັບສູງຂອງ ສຫລ ແລະ ສປປ ລາວ ເຂົ້າຮວ່ມ (ແຖວໜ້າ ຈາກຊາຍຫາຂວາ) ທ່ານ ແດນຽລ ຄລູນ ເອກອັກຄະລັດຖະທູດ ສຫລ ປະຈຳ ສປປ ລາວ, ພະນະທ່ານ ທອງລຸນ ສີສຸລິດ ຮອງນາຍົກ ລັດຖະມົນຕີ ສປປ ລາວ ແລະ ທ່ານ ເບນຈາມິນ ໂຣສ ຮອງທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງ ສຫລ.

ໃນຂະນະການໄປຢ້ຽມຢາມແຂວງຫຼວງພະບາງນັ້ນທ່ານ Benjamin
Rhodes ຍັງໄດ້ເດີນທາງໂດຍເຮືອຫ້ອງສະໝຸດ ເພື່ອນຳປຶ້ມໄປໃຫ້
ເດັກນ້ອຍ ໂຮງຮຽນປະຖົມປາກອູ. ເຮືອຫ້ອງສະໝຸດ ແມ່ນຖືກ
ບໍລິຫານໂດຍຫ້ອງສະໝຸດແຂວງຫຼວງພະບາງ ແລະ ການຮ່ວມ
ມືການຮຽນການສອນສາກົນ ໂດຍການສະໜັບສະໜູນ ຂອງ
ສະຖານທູດສະຫະລັດ ເຊິ່ງເຮືອຫ້ອງສະໝຸດໄດ້ນໍາປຶ້ມຫຼາຍ
ຮ້ອຍຫົວໄປໃຫ້ເດັກ ນ້ອຍທີ່ຢູ່ຫ່າງໄກສອກຫຼີກ ຫຼາຍກວ່າ 75
ໝູ່ບ້ານ ໃນແຂວງຫຼວງພະບາງ ແລະ ອຸດົມໄຊ.

XS
SM
MD
LG