ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ອະນຸມັດ ໃຫ້ສົ່ງທະຫານ ຫຼາຍເຖິງ 1,500 ຄົນ ໄປຕື່ມອີກ ຢູ່ອີຣັກ


Anti-Islamic State Coalition Fights Radical Jihadi Propaganda
please wait

No media source currently available

0:00 0:02:54 0:00

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ອະນຸມັດໃຫ້ສົ່ງທະຫານສະ
ຫະລັດຕື່ມອີກຫລາຍເຖິງ 1,500 ຄົນໄປຍັງອີຣັກ ອັນເປັນພາກ
ສ່ວນນຶ່ງຂອງການປະຕິບັດງານ ເພື່ອຮັບມືກັບພວກຫົວຮຸນແຮງ
ລັດອິສລາມ.

ເຈົ້າໜ້າທີ່ທຳນຽບຂາວ ກ່າວວ່າ ທະຫານຈຳນວນດັ່ງກ່າວນີ້ຈະ
ບໍ່ມີບົດບາດ ໃນການສູ້ລົບ ແຕ່ຈະຊ່ອຍເຝິກແອບ ແລະໃຫ້ຄຳ
ແນະນຳ ແກ່ກອງກຳລັງອີຣັກແລະຊາວເຄີດ ໃນການສູ້ລົບກັບ
ກຸ່ມລັດອິສລາມ.

ນອກນັ້ນ ປະທານາທິບໍດີໂອບາມາ ຍັງຂໍເງິນຈາກລັດຖະສະ
ພາ 5 ພັນ 6 ຮ້ອຍລ້ານໂດລາ ເພື່ອຊ່ອຍສະໜັບສະໜຸນການປະຕິບັດງານດັ່ງກ່າວ. ເຈົ້າ ໜ້າທີ່ອະວຸໂສຂອງລັດຖະບານສະຫະລັດກ່າວວ່າ ການຮ້ອງຂໍເງິນໃນຄັ້ງນີ້ ແມ່ນຮວມທັງ
1 ພັນ 600 ລ້ານໂດລາ ສຳຫລັບໃຊ້ຈ່າຍໃນການສ້າງບ່ອນເຝິກແອບ ແລະອຸບປະກອນ ສະໜັບສະໜຸນໃນການເຝິກແອບ.

US ISLAMIC STATE IRAN SOTVO
please wait

No media source currently available

0:00 0:00:45 0:00

ພົນເຮືອຕີ John Kerby ໂຄສົກຂອງທຳນຽບຫ້າແຈ ກ່າວວ່າ “ພວກເຮົາສົ່ງໄປ ຕາມຄຳ ຮ້ອງຂໍຂອງລັດຖະບານອີຣັກ ເຂົາເຈົ້າຕ້ອງການພວກເຮົາຢູ່ທີ່ນັ້ນ. ເຂົາເຈົ້າບໍ່ຕ້ອງການ ໃຫ້ພວກເຮົາຢູ່ທີ່ນັ້ນຕໍ່ ຫຼັງຈາກປີ 2011. ສອງມາ ພວມມີການຂົ່ມຂູ່ ຢ່າງຮ້າຍແຮງ ທີ່ປະ ຊາຊົນອີຣັກ ລັດຖະບານອີຣັກແລະກຳລັງຮັກສາຄວາມສະຫງົບອີຣັກພວມປະເຊີນຢູ່ ຊຶ່ງ ເປັນການຂົ່ມຂູ່ທີ່ພວກເຂົາເຈົ້າພວມພະຍາຍາມຮັບມືໃນເວລານີ້ແລະພວກເຂົາເຈົ້າຍອມ ຮັບວ່າ ເຂົາເຈົ້າຕ້ອງການຄວາມຊ່ອຍ ເຫຼືອກ່ຽວກັບເລື່ອງນີ້. ດັ່ງນັ້ນ ມັນຈຶ່ງເປັນສະພາບ ການທີ່ແຕກຕ່າງຢ່າງສິ້ນເຊີງແລະພວກເຮົາມີຄວາມເຊື່ອໝັ້ນວ່າ ພວກເຮົາຈະໄດ້ຮັບເງິນ ທີ່ພວກເຮົາໄດ້ຮ້ອງຂໍໄປຍັງລັດຖະສະພາ ທີ່ພວກເຮົາຈະສາມາດສ້າງຄວາມຄືບໜ້າທີ່ສຳ ຄັນກ່ຽວກັບເລື່ອງນີ້. ສ່ວນອີກເລື່ອງນຶ່ງທີ່ຂ້າພະເຈົ້າຈະເວົ້າຕື່ມນັ້ນ ກໍແມ່ນເຫດຜົນນຶ່ງທີ່
ວ່າ ເປັນຫຍັງພວກເຮົາຈຶ່ງຄິດວ່າ ມັນເປັນຄວາມຄິດທີ່ດີໃນເວລານີ້ ກໍຍ້ອນວ່າກຳລັງຮັກ ສາຄວາມສະຫງົບຂອງອີຣັກ ພວມມີຄວາມເຂັ້ມແຂງຂຶ້ນ ແລະເປີດສາກບຸກໂຈມຕີແລະກໍ ສະແດງໃຫ້ເຫັນວ່າ ພວກເຂົາເຈົ້າມີຄວາມສາມາດ ແຕ່ກໍມີຊ່ອງຫວ່າງຢູ່. ຍັງມີຊ່ອງຫວ່າງ ຢູ່ໃນຄວາມສາມາດເຫຼົ່ານັ້ນ ການເສີີມຂະຫຍາຍໜ້າທີ່ບາງຢ່າງ ທີ່ເຂົາເຈົ້າຕ້ອງການກໍຄື ການຊ່ອຍເຫຼືອເລັກໆນ້ອຍ ແລະຄຳແນະນຳ ແລະອີກຄັ້ງນຶ່ງ ນັ້ນຄືສິ່ງທີ່ພວກເຮົາຈະສະ ໜອງໃຫ້ເຂົາເຈົ້າ.”

US Tries to Stop Young Men From Joining Militants
please wait

No media source currently available

0:00 0:01:41 0:00

ການປະກາດໃນວັນສຸກວານນີ້ ມີຂຶ້ນຫລັງຈາກທ່ານໂອບາມາ ໄດ້ພົບປະກັບບັນດາຜູ້ນຳ ລັດຖະສະພາ. ເປັນທີ່ຄາດກັນວ່າ ທ່ານຈະສົນທະນາຫາລື ກັບພວກຜູ້ນຳສະພາ ທັງກ່ຽວ ກັບເລື່ອງການຂໍເງິນສະໜັບສະໜຸນ ແລະຄວາມປາຖະໜາຂອງ ທ່ານທີ່ຢາກເຫັນສະພາ ລົງຄະແນນສຽງໃຫ້ການອະນຸມັດ ຕໍ່ການປະຕິບັດງານທາງທະຫານຕໍ່ກຸ່ມລັດອິສລາມ.

ເຈົ້າໜ້າທີ່ສະຫະລັດ ກ່າວວ່າ ພວກທະຫານທີ່ຖືກສົ່ງໄປເພີ້ມຕື່ມ ຢູ່ອີຣັກນັ້ນ ຈະປະຕິບັດ ໜ້າທີ່ຢູ່ຕາມສູນກາງຕ່າງໆ ນອກນະຄອນຫລວງແບັກແດດ ແລະເມືອງ Irbil ເພື່ອໃຫ້ຄຳ ແນະນຳ ແລະຊ່ອຍເຫຼືອກຳລັງອີຣັກ. ສ່ວນອີກຈຳນວນນຶ່ງ ຈະແຈກຢາຍກັນ ຢູ່ໃນທົ່ວປະ
ເທດ ເພື່ອໃຫ້ການເຝິກແອບແກ່ກຳລັງອີຣັກ.

XS
SM
MD
LG