ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມົນຕີອີຣັກ ຂໍຮ້ອງ ເພີ້ມການຊ່ວຍເຫລືອ ທາງທະຫານ ຈາກ ສະຫະລັດ


US Defense Officials: Islamic State Losing Territory After Strikes
please wait

No media source currently available

0:00 0:02:49 0:00

ນາຍົກລັດຖະມົນຕີ ອີຣັກ ທ່ານ Haider al-Abadi ມີກຳນົດ​
ທີ່​ຈະ​ໄປໃຫ້ການ ຊີ້ແຈງ​ໃນ​ວັນ​ອັງຄານ​ມື້​ນີ້ ກ່ຽວກັບ​ການ​ຂໍ​
ຄວາມ​ຊ່ວຍ​ເຫລືອ​ເພີ້​ມ​ເຕີມຈາກສະຫະ ລັດ ​ເພື່ອ​ເອົາ​ຊະນະ
ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ ​ໃນ​ຂະນະ​ທີ່​ທ່ານ​ພົບ​ປະ​ກັບ
ປະທານາທິບໍດີ Barack Obama ທີ່ທຳນຽບຂາວ.

ກ່ອນ​ໜ້າ​ການ​ຢ້ຽມຢາມນັ້ນ ທ່ານ Abadi ກ່າວ​ວ່່າ ອີຣັກ ​ໄດ້​
ຮັບ​ການ​ສະໜັບ ສະໜູນເພີ້ມຂຶ້ນ​ຈາກສະຫະລັດ ​ແຕ່​ວ່າ​ຕ້ອງ
ການ​ຢາກ​ເຫັນການຊ່ວຍເຫຼືອ​ເພີ້​ມ​ເຕີມ ​ໃນ​ຂະນະ​ທີ່​ກຳລັງ​
ທະ​ຫານ​ຂອງ​ທ່ານພວມພະຍາຍາມ​ບຸກເຂົ້າຍຶດ​ເອົາ​ເນື້ອ​ທີ່
​ຫລາຍ​ຂື້ນ ທີ່​ພວກ​ຫົວ​ຮຸນ​ແຮງ​ໄດ້​ຍຶດ​ເອົາ​ໃນ​ປີ​ທີ່​ຜ່ານມາ.

ນັບ​ແຕ່​ເດືອນ​ສິງຫາປີກາຍນີ້ມາ ສະຫະລັດ ​ໄດ້​ນຳພາ​ກຳລັງແນວໂຮມ ທຳ​ການ​ອອກ​ໂຈມ
​ຕີ​ທາງ​ອາກາດຫລາຍ​ກວ່າ 1,800 ຖ້ຽວ​ ແນໃສ່​ເປົ້າ​ໝາຍຂອງກຸ່ມລັດ​ອິສລາມ ຢູ່​ໃນ​ອີຣັກ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ​ເຂົາ​ເຈົ້າ​ບໍ່​ໄດ້​ຮູ້​ເລື້ອງຫຍັງ ກ່ຽວກັບ
ການ​ຮ້ອງ​ຂໍ​ທີ່​ເຈາະ​ຈົງ​ໃດໆຂອງອີຣັກ ​ແຕ່​ວ່າ​ໂຄສົກ​ທຳນຽບຂາວ ທ່ານ Josh Earnest ກ່າວ​ວ່າ ທ່ານ Obama ຈະ​ພິຈາລະນາ​ ຄຳ​ຮ້ອງຂໍ​ເພື່ອໃຫ້ ການ​ຊ່ວຍເຫລືອເພີ້ມເຕີມແກ່
ອີຣັກ.

ສະຫະລັດ ​ໄດ້​ສົ່ງ​ກຳລັງ​ທະຫານ 3,000 ຄົນ​ໄປ​ອີຣັກ ​ເພື່ອ​ໃຫ້​ຄຳ​ແນະນຳແລະ ​ຊ່ວ​ຍ​
ເຫລືອ​ທະຫານ​ອີຣັກ. ທ່ານ Obama ​ໄດ້​ປະກາດ​ແລ້ວວ່າ ບໍ່​ສົ່ງ​ກຳລັງ​ທະຫານ​ສະຫະລັດ
​ເພື່ອປະຕິບັດ​ງານ​ສູ້ລົບທາງ​ພາກ​ພື້ນ​ດິນ.

ກຳລັງ​ທະຫານ​ອີຣັກ ​ໄດ້​ປະສົບຜົນສຳ​ເລັດ ຫວ່າງ​ບໍ່​ເທົ່າ​ໃດ​ອາທິດ​ທີ່ຜ່ານ​ມາ​ນີ້ ​ໃນ​ການ​ຍຶດ​ເອົາ​ດິນແດນ​ຄືນມາ​ຈາກພວກ​ນັກ​ລົບ​ລັດ​ອິສລາມ ຮວມທັງ​ເມືອງ Tikrit ຫລັງ​ຈາກ​ມີ​ການ​ສູ້​ລົບ​ກັນມາ​ເປັນ​ເວລາ​ນຶ່ງ​ເດືອນ. ​ແຕ່​ວ່າ ພວກ​ກະບົດ ຍັງ​ຍຶດ​ເອົາ​ພາກສ່ວນ​ໃຫຍ່​ຂອງ​ສ​ອງ​ແຂວງ​ ຄື Ninevah ​ແລະ Anbar.​ ​

Iraqi PM Seeks More US Help in Islamic State Fight
please wait

No media source currently available

0:00 0:02:35 0:00

XS
SM
MD
LG