ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ປ້ອງກັນປະເທດ ສະຫະລັດ ຢ້ຽມຢາມ ເຮືອລົບ ປະຈຳການຢູ່ໃນທະເລຈີນໃຕ້

US South Chana Sea
please wait
Embed

No media source currently available

0:00 0:00:38 0:00

ເຊີນຊົມ ວີດີໂອ ລາຍງານນີ້

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter
ໄດ້ເດີນທາງໄປຍັງ ກ່ຳປັ່ນບັນທຸກເຮືອບິນລົບ ສະຫະລັດ ທີ່
ປະຈຳການຢູ່ໃນທະເລຈີໃຕ້ ໃນວັນພະຫັດມື້ນີ້ ຂະນະທີ່ຄວາມ
ເຄັ່ງຕຶງກັບຈີນ ກຳລັງເພີ້ມສູງຂຶ້ນ ກ່ຽວກັບ ການແຜ່ຂະຫຽາຍ
ອຳນາດດ້ານການເດີນທະເລຂອງປັກກິ່ງ ຢູ່ໃນຂົງເຂດດັ່ງກ່າວ.

ທ່ານ Carter ເດີນທາງໄປພ້ອມກັນກັບ ຄູ່ຕຳແໜ່ງ ຈາກ
ມາເລເຊຍ ທ່ານ Hishammuddin Hussein.

ທັງສອງທ່ານ ໄດ້ຂຶ້ນກ່ຳປັ່ນບັນທຸກເຮືອບິນລົບ ສະຫະລັດ
USS Theodore Roosevelt ຂະນະທີ່ມັນລ່ອງອອກຈາກ
ແຄມຝັ່ງຂອງມາເລເຊຍ ໄປຍັງທະເລຈີນໃຕ້.

ໃນການປະກາດ ການເດີນທາງຢ້ຽມຢາມຂອງທ່ານ ເມື່ອວັນພຸດວານນີ້ ທ່ານ Carter
ໄດ້ກ່າວວ່າ ມັນເປັນ “ສັນຍະລັກຂອງຄຳໝັ້ນສັນຍາພວກເຮົາ” ຕໍ່ຂົງເຂດນີ້ ແລະ
ເພື່ອເພັ່ງເລັງ ການເອົາໃຈໃສ່ຕໍ່ບັນດາປະເທດຢູ່ໃນເຂດເອເຊຍປາຊີຟິກ ໃຫ້ຫຼາຍຂຶ້ນ
ຕື່ມ ຫຼັງຈາກທີ່ໄດ້ເພັ່ງເລັງໃສ່ ເຂດຕາເວັນອອກກາງເປັນເວລາຫຼາຍປີຜ່ານມາ.

ທ່ານ Carter ແລະ ທ່ານ Hussein ພວມສັງເກດເບິ່ງ ການປະຕິບັດງານ ຂອງເຮືອບິນ
ລົບໄອພົ່ນ ເທິງກ່ຳປັ່ນດັ່ງກ່າວ ແລະ ຮັບຟັງການບັນລະຍາຍສະຫລຸບ ໂດຍ ບັນດານາຍ
ທະຫາກອງທັບເຮືອ ກ່ຽວກັບການເຄື່ອນໄຫວ ເມື່ອບໍ່ດົນມານີ້.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ກ່າວ ໃນກອງປະຊຸມຖະແຫລງຂ່າວ ຫຼັງຈາກ ກອງປະຊຸມ ບັນດາລັດຖະມົນຕີປ້ອງກັນປະເທດ ຂອງອາຊຽນ ຫຼື Association of Southeast Asian Nations (ASEAN) Plus ໃນນະຄອນ Kuala Lumpur, Malaysia,ວັນທີ 4 ພະຈິກ 2015.

ການຂຶ້ນເຮືອໄລຍະສັ້ນໆດັ່ງກ່າວ ໂດຍ ທ່ານ Carter ແລະ ທ່ານ Hussein ນັ້ນ ໄດ້
ມີຂຶ້ນ ບໍ່ເທົ່າໃດມື້ ຫຼັງຈາກ ເຮືອພິຄາດ ລູກສອນໄຟນຳວິຖີ ຂອງສະຫະລັດ ໄດ້ແລ່ນ
ເຂົ້າໄປພາຍໃນ 22 ກິໂລແມັດ ຈາກເກາະ Subi ຢູ່ໃນເຂດໝູ່ເກາະ Spratly ບ່ອນທີ່
ປັກກິ່ງໄດ້ເລີ້ມໂຄງການກໍ່ສ້າງຢ່າງໃຫຍ່ໂຕ ເມື່ອປີກາຍນີ້ ເພື່ອປ່ຽນແປງ ໂຂ້ນຫິນທີ່
ຈົມຢູ່ໃຕ້ນ້ຳທະເລ ໃຫ້ກາຍເປັນໝູ່ເກາະ ທີ່ສາມາດຮອງຮັບເດີ່ນເຮືອບິນໄດ້ ແລະ ອາ
ຄານອື່ນໆນຳດ້ວຍ ໂດຍບໍ່ຫົວຊາຕໍ່ການອ້າງເອົາກຳມະສິດ ຕໍ່ຜົນພະລິດທີ່ງອກງາມ
ໂດຍ ຟີລິບປິນ ຫວຽດນາມໄຕ້ຫວັນ ແລະ ປະເທດໃນເອເຊຍອື່ນໆ. ລັດຖະບານ ທ່ານ
ໂອບາມາ ກ່າວວ່າ ການຜ່ານໄປຂອງເຮືອລົບນັ້ນ ແມ່ນເປັນການເຝິກຊ້ອມ ເປັນປະຈຳ
ທີ່ແນໃສ່ ປົກປ້ອງການເດີນເຮືອ ທີ່ເປີດກວ້າງໃນທະເລ.

ບໍລິເວນທີ່ປາກົດວ່າມີການຖົມໂຂ້ນຫິນ Subi ໂດຍປະເທດຈີນນັ້ນ ແມ່ນເຫັນໄດ້ຈາກ ເກາະ Pag-asa ໃນເຂດໝູເກາະ Spratly ຢູ່ທີ່ທະເລຈີນໃຕ້, ທາງພາກຕາເວັນຕົກ ຂອງແຂວງ Palawan, ປະເທດຟີລິບປິນ, ວັນທີ 11 ພຶດສະພາ 2015.
ບໍລິເວນທີ່ປາກົດວ່າມີການຖົມໂຂ້ນຫິນ Subi ໂດຍປະເທດຈີນນັ້ນ ແມ່ນເຫັນໄດ້ຈາກ ເກາະ Pag-asa ໃນເຂດໝູເກາະ Spratly ຢູ່ທີ່ທະເລຈີນໃຕ້, ທາງພາກຕາເວັນຕົກ ຂອງແຂວງ Palawan, ປະເທດຟີລິບປິນ, ວັນທີ 11 ພຶດສະພາ 2015.

XS
SM
MD
LG