ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລມຕ ປ້ອງກັນປະເທດ ສຫລ ກ່າວວ່າ ກອງກຳລັງອີຣັກ ‘ບໍ່ຕັ້ງໃຈ ທີ່ຢາກຕໍ່ສູ້’


ກອງກຳລັງຮັກສາຄວາມປອດໄພອີຣັກ ກຳລັງກວດກາ ສະຖານທີ່ໂຈມຕີ ໂດຍລົດບັນຈຸລະເບີດ ທີ່ແຕກຂຶ້ນ ຢູ່ໃນເຂດນອກ ຂອງແຂວງ Diyala, ວັນທີ 24 ພຶດສະພາ 2015.
ກອງກຳລັງຮັກສາຄວາມປອດໄພອີຣັກ ກຳລັງກວດກາ ສະຖານທີ່ໂຈມຕີ ໂດຍລົດບັນຈຸລະເບີດ ທີ່ແຕກຂຶ້ນ ຢູ່ໃນເຂດນອກ ຂອງແຂວງ Diyala, ວັນທີ 24 ພຶດສະພາ 2015.

ບັນດາ​ເຈົ້າໜ້າ​ທີ່​ອາວຸ​ໂສ​ສະຫະລັດ ​ໃນ​ວັນ​ອາທິດ​ວານ​ນີ້ ​
ໄດ້ສະ​ແດງ​ຄວາມ​ສົງ​ໄສ ​ໃນຄວາມ​ຕັ້ງ​ໃຈ​ຂອງ​ກອງ​ກຳລັງ​ອີຣັກ
​ໃນ​ການ​ສູ້​ລົບ​ຕໍ່ຕ້ານ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມນັ້ນ ຊຶ່ງ​ໄດ້​ຖືກ
​ຕອບ​ໂຕ້​ຢ່າງ​ໄວວາ ຈາກ​ແບກ​ແດດ ​ແລະ ພາ​ໃຫ້ມີ​ການ​ຕຳ​ນິ
ຕິ​ຕຽນຄັ້ງຫຼ້າສຸດ ຢູ່​ໃນ​ວໍ​ຊິງຕັນ ກ່ຽວ​ກັບ ຍຸດ​ທະ​ສາດ​ເພື່ອເອົາ​
ຊະນະ​ກຸ່ມ IS ຂອງ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ.

ຄຳເຫັນ​ດັ່ງກ່າວ​ນັ້ນ ມີ​ຂຶ້ນອາທິດ​ໜຶ່ງ ຫຼັງຈາກ​ທີ່​ພວກ​ນັກ​ຕໍ່ສູ້
​ລັດ​ອິສລາມ ​ໄດ້​ຍຶດ​ເອົາ​ເມືອງ Ramadi ​ໃນ​ການ​ບຸກ​ໂຈມ​ຕີ ທີ່​
ໄດ້ເຮັດ​ໃຫ້​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີຣັກ ພາ​ກັນ
​ແຕກ​ໜີອອກ​ຈາກ​ເມືອງ ທີ່ຕັ້ງ​ຢູ່​ຫ່າງ​ຈາກ​ນະຄອນຫຼວງ​ແບກ​ແດດ
125 ກິ​ໂລ​ແມັດ​ທາງ​ກ້ຳຕາ​ເວັນ​ຕົກ ໂດຍໄດ້​ປະ​ຖິ້ມ​ພວກ​ອາວຸດຍຸດ​ໂທ​ປະກອນ​ ​ແລະ ​ອຸບປະກອນຕ່າງໆ ທີ່​ສະຫະ​ລັດ​ໄດ້​ສະໜອງ​ໃຫ້​ນັ້ນ.

Islamic State
please wait
Embed

No media source currently available

0:00 0:01:29 0:00

ທ່ານ Ash Carter ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ​ໄດ້​ຕຳ​ນິຕິ​ຕຽນ ກອງ​ກຳລັງ​ອີຣັກ ຢູ່​ໃນ​ການໃຫ້ສຳພາດ ກັບ​ອົງການ​ຂ່າວ CNN ​ໂດຍ​ເອີ້ນ​ການ​ກະທຳ​ຂອງ​ພວກ​ທະຫານ​ອີຣັກ ວ່າ “​ເປັນ​ທີ່​ໜ້າ​ກັງວົນຫຼາຍ.”

ທ່ານ Carter ​ເວົ້າອີກ​ວ່າ “ອັນ​ທີ່​ເກີດ​ຂຶ້ນຢ່າງ​ຈະ​ແຈ້ງ​ນັ້ນ ​ແມ່ນ​ວ່າ ກອງ​ກຳລັງ​ອີຣັກ
ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ບໍ່​ມີ​ຈິດ​ໃຈ​ທີ່​ຍາກ​ຕໍ່ສູ້​ເລີຍ. ພວກ​ເຂົາ​ເຈົ້າ ບໍ່​ໄດ້​ມີ​ກຳລັງ​
ໜ້ອຍ​ກວ່າ ​ແຕ່​ຄວາມ​ຈິງ​ແລ້ວ ພວກ​ເຂົາ​ເຈົ້າ ​ແມ່ນ​ມີກຳລັງຫຼາຍກວ່າ​ ຝ່າຍຄູ່​ຕໍ່ສູ້​
ຢ່າງ​ຫຼວງຫຼາຍຊ້ຳ. ສະນັ້ນ ມັນ​ສະ​ແດງ​ໃຫ້​ຂ້າພະ​ເຈົ້າ​ເຫັນ ​ແລະ ຂ້າພະ​ເຈົ້າຄິດ​ວ່າ ​
ໃຫ້​ພວກ​ຄົນ​ສ່ວນ​ໃຫຍ່​ເຫັນ​ນຳ ວ່າມັນ​ມີບັນຫາທາງ​ດ້ານ​ຄວາມ​ຕັ້ງ​ໃຈ​ຂອງ​ຊາວ​
ອີຣັກ ທີ່​ຈະ​ຕໍ່ສູ້ກັບ ພວກ ISIL ​ແລະ ປົກ​ປ້ອງ​ພວກ​ເຂົາ​ເຈົ້າ​ເອງ.”

ຫຼັງຈາກ​ບົດ​ສຳພາດ​ອອກ​ອາກາດ​ໄດ້​ບໍ່​ດົນ ຫົວໜ້າ​ຄະນະ​ກຳມາ​ທິການ​ຝ່າຍ​ປ້ອງ​ກັນ ​ແລະ​ ຄວາມ​ໝັ້ນຄົງ​ຂອງ​ສະພາ​ແຫ່ງ​ຊາດ​ອີຣັກ ທ່ານ Hakim al-amili ​ໄດ້​ກ່າວ​ຕໍ່​ ​ອົງ​ການ​ຂ່າວ
AP ວ່າ ຄວາມ​ເຫັນ​ຂອງ​ທ່ານ Carter “ບໍ່​ຖືກຕ້ອຕາມ​ສະພາບ​ໂຕ​ຈິງ ​ແລະ​ກໍ​ບໍ່​ມີ​ພື້ນຖານ.”
ທ່ານ​ກ່າວ​ຕື່ມ​ວ່າ ສະຫະລັດ​ກຳລັງ​ພະຍາຍາມ​ຈະຫັນ​ມາ​ຖິ້ມ​ໂທດ​ໃສ່​ອີ​ຣັກ ສຳ​ຫລັບ​ການ​ທີ່
ວໍ​ຊິງ​ຕັນ​ບໍ່​ສາມາດ​ ທີ່​ຈະ​ສະໜອງ “ອຸບປະກອນ ​ກັບອາວຸດດີໆ ​ແລະ​ການ​ສະໜັບສະໜຸນ​
ທາງ​ອາກາດ”
​ ໃຫ້​ແກ່​ກອງ​ກຳລັງ​ຂອງ​ອີຣັກນັ້ນ.

Senior U.S. officials on Sunday questioned the will of Iraqi forces in the ongoing battle against Islamic State militants, drawing a sharp response from Baghdad and fresh criticism in Washington about President Barack Obama's strategy to defeat the group.

The comments come a week after Islamic State fighters seized Ramadi in an offensive that sent Iraqi security forces fleeing the city 125 kilometers west of the capital, Baghdad, and leaving U.S.-supplied weapons and equipment behind.

U.S. Defense Secretary Ash Carter criticized the Iraqi forces in an interview with CNN, calling their actions "very concerning."

"What apparently happened is the Iraqi forces just showed no will to fight. They were not outnumbered," Carter said. "In fact, they vastly outnumbered the opposing force. That says to me, and I think to most of us, that we have an issue with the will of the Iraqis to fight ISIL and defend themselves."

Shortly after the interviews aired, the head of the Iraqi parliament's defense and security committee, Hakim al-Zamili, told the Associated Press that Carter's comments are "unrealistic and baseless."He said the United States is trying to shift blame to Iraq for Washington's failure to provide "good equipment, weapons and aerial support" to Iraqi forces.


XS
SM
MD
LG