ບັນດາເຈົ້າໜ້າທີ່ສະຫະລັດ ແລະຄິວບາ ຈະເລີ້ມການປະຊຸມ
ກັນຮອບທີສາມຢູ່ທີ່ນະຄອນຮາວານາໃນວັນຈັນຈະມາເຖິງນີ້
ກ່ຽວກັບຂັ້ນຕອນການຟື້ນຟູູຄວາມສຳພັນທາງດ້ານການທູດ.
ຫົວໜ້າໃນການເຈລະຈາຂອງຝ່າຍຄິວບາກ່າວວ່າ ການຕັດ
ສິນໃຈຂອງສະຫະລັດ ລືບຊື່ຄິວບາ ອອກຈາກບັນຊີລາຍຊື່
ວ່າເປັນປະເທດທີ່ໃຫ້ການສະໜັບສະໜູນພວກກໍ່ການຮ້າຍ
ນັ້ນ ບໍ່ແມ່ນເງື່ອນໄຂລ່ວງໜ້າ ໃນການຟື້ນຟູຄວາມສຳພັນ.
ທ່ານນາງ Josefina Vidal ຫົວໜ້າຮັບຜິດຊອບກ່ຽວກັບ
ເລື້ອງສະຫະລັດ ປະຈຳກະຊວງຕ່າງປະເທດຄິວບາ ກ່າວວ່າ
“ເພື່ອໃຫ້ເຮົາສາມາດສ້າງຕັ້ງຄວາມສຳພັນຄືນໃໝ່ ແລະຫລັງຈາກນັ້ນ ກໍເອົາບາດກ້າວ
ຂັ້ນຕໍ່ໄປ ເພື່ອເປີດສະຖານທູດ. ດັ່ງນັ້ນສິ່ງທີ່ພວກເຮົາກ່າວວ່າ ແມ່ນແລ້ວ ມັນບໍ່ແມ່ນເງື່ອນ
ໄຂລ່ວງໜ້າ ມັນບໍ່ແມ່ນເງື່ອນໄຂເລີຍ ແຕ່ສິ່ງທີ່ພວກເຮົາເວົ້າກໍຄືວ່າ ມັນເປັນສິ່ງສຳຄັນເປັນເລື້ອງສຳຄັນຫລາຍ ສຳຫລັບຄິວບາ. ຂ້າພະເຈົ້າສາມາດເວົ້າໄດ້ວ່າ ເປັນບູລິມະສິດ ສຳ
ຫລັບຄິວບາ.”
ການໃຫ້ຄວາມເຫັນຂອງຫົວໜ້າຄະນະເຈລະຈາຄິວບາ ໄດ້ມີຂື້ນຢູ່ຕອນທ້າຍສຸດ ຂອງ
ການເຈລະຈາຮອບທີສອງ ກັບສະຫະລັດ ທີ່ນະຄອນຫລວງວໍຊິງຕັນ ເມື່ອສອງອາທິດ
ກ່ອນ. ຫລັງຈາກການປະຊຸມດັ່ງກ່າວແລ້ວ ຫົວໜ້າເຈລະຈາຂອງສະຫະລັດ ກັບຄິວບາ
ຄື ລັດຖະມົນຕີຊ່ວຍວ່າການກະຊວງຕ່າງປະເທດສະຫະລັດ ທ່ານນາງ Roberta
Jackson ກ່າວວ່າ ເຂົາເຈົ້າຫວັງວ່າ ຈະສືບສານຕໍ່ຄວາມກ້າວໜ້າທີ່ໄດ້ຮັບແລ້ວນັ້ນໄປ
ສູ່ການເປີດສະຖານທູດ ຂອງສອງຝ່າຍຊຶ່ງ ອາດຈະເປັນໄປໄດ້ ທັນກັບກອງປະຊຸມສຸດ
ຍອດ ບັນດາປະເທດໃນອາເມຣິກາ ໃນເດືອນໜ້ານີ້ ທີ່ປະເທດ Panama.
ແຕ່ແນວໃດກໍຕາມ ຈຸດສຳຄັນທີ່ຄົງຄ້າງ ນັບຕັ້ງແຕ່ໄດ້ເລີ້ມມີການເຈລະຈາມາກໍ ແມ່ນ
ການຕັດສິນໃຈຂອງຄິວບາ ທີ່ຈະເອົາເລື້ອງເປີດສະຖານທູດຄືນໃໝ່ໄປເປັນເງື່ອນໄຂ
ພົວພັນ ກ່ຽວກັບວ່າສະຫະລັດຈະລືບຊື່ຄິວບາຫລືບໍ່ອອກຈາກລາຍຊື່ກະ ຊວງຕ່າງປະເທດສະຫະລັດ ຂອງບັນດາປະເທດທີ່ໃຫ້ຫານສະໜັບສະໜູນພວກ ກໍ່ການຮ້າຍ.
ນັກຊ່ຽວຊ້ານດ້ານນະໂຍບາຍຂອງສະຫະລັດຄົນນຶ່ງເຊື່ອວ່າ ປະຫວັດສາດອາດ ຈະເຂົ້າ
ຂ້າງຝ່າຍຄິວບາ.
ບັນດາເຈົ້າໜ້າທີ່ຄິວບາ ພວມລໍຖ້າການຕັດສິນໃຈດັ່ງກ່າວ ໃນຂະນະທີ່ເຈົ້າໜ້າທີ່ກະຊວງຕ່າງປະເທດສະຫະລັດ ກ່າວວ່າ ການທົບທວນກຳລັງດຳເນີນຢູ່ ກ່ຽວກັບສະຖານະພາບ
ຂອງຄິວບາ ແລະການທົບທວນນີ້ຈະສີ້ນສຸດລົງໂດຍໄວເທົ່າທີ່ຈະໄວໄດ້.
ສະຫະລັດ ໄດ້ປິດສະຖານທູດຢູ່ໃນຄິວບາ ຫລັງຈາກໄດ້ປະກາດຫ້າມຄ້າຂາຍ ມາເປັນ
ເວລາຫລາຍກວ່າຫ້າທົດສະວັດແລ້ວ. ໃນເດືອນມັງກອນແລ້ວນີ້ ຫລັງຈາກໄດ້ມີການລິ
ເລີ້ມ ທີ່ປະກາດໂດຍປະທານາທິບໍດີ Barack Obama ແລ້ວທັງສອງຝ່າຍກໍໄດ້ເລີ້ມພົບ
ປະກັນ ເພື່ອສ້າງຕັ້ງຄວາມສຳພັນຄືນໃໝ່.