ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ໂອບາມາ ກ່າວວ່າ ທ່ານ Kerry ຈະໄປເປີດ ສະຖານທູດ ສຫລ ຢູ່ ຮາວານາ


President Obama Announces Reestablishment of US-Cuba Relations
please wait

No media source currently available

0:00 0:06:36 0:00
ລິງໂດຍກົງ

ຊົມວິດີໂອ ກ່ຽວກັບຂ່າວນີ້

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ສະຫະລັດ ​ແລະ ຄິວ​ບາ ​ໄດ້​ຕົກລົງ​ທີ່​ຈະ​ສ້າງ​ສາຍ​ພົວພັນ​ທາງ​ການ​ທູດ​ຄືນ​ໃໝ່ ​ແລະ ວາງ​ແຜນ​ທີ່​ຈະເປີດບັນດາ​ສະຖານທູດ​ຄື​ນ​ໃໝ່​ໃນນະຄອນຫຼວງ ວໍ​ຊິງ​ຕັນ ​ແລະ ຮາ​ວາ​ນາ ​ພາຍ ​ໃນ​ເດືອນ​ນີ້, ​ເຊິ່ງ​ເ​ປັນ​ຄວາມ​ກ້າວໜ້າ​ຄັ້ງ​ຫຼ້າ​ສຸດ​ເພື່ອ​ເຮັດໃຫ້ກາ​ນ​ເປັນ​ປໍ​ລະ​ປັກ​ກັນ​ຫຼາຍ​ປີ ລະຫວ່າງ​ສອງ​ປະ​ເທດ ສິ້ນສຸດລົງ.

ປະທານາ​ທິບໍດີ ​ໂອບ​າມາ ​ໄດ້​ກ່າວ​ວ່າ ​ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານ John Kerry ຈະ​ເດີນທາງ​ໄປ​ນະຄອນຫຼວງ ຮາ​ວາ​ນາ​ ​ໃນ​ລະ​ດູ​ຮ້ອນ​ປີ​ນີ້ ​ເພື່ອ​ຊັກທຸງຊາດ ສະຫະລັດ​ຂຶ້ນສູ່ປາຍເສົາ ຢູ່​ສະຖານທູດ ສະຫະລັດ ​ໃນ​ນະຄອນ​ຫຼວງ ຮາ​ວາ​ນາ​ເປັນ​ຄັ້ງ​ທຳ​ອິ​ດ​ໃນ​ຮອບ​ຫຼາຍ​ກວ່າ 5 ທົດ​ສະວັດ.

ການ​ປິດ​ລ້ອມ​ທາງ​ການ​ຄ້າ​ຂອງ​ ສະຫະລັດ ​ແລະ ປະຫວັດສິດທິ​ມະນຸດ​ຂອງ ຄິວ​ບາ ແມ່ນ ສ່ວນນຶ່ງຂອງ​ບັນຫາທີ່​ຍັງກີ​ດກັ້ນ ຕໍ່ການມີສາຍ​ສາ​ຍພົວພັນທີ່ເປັນປົກກະຕິ​ ຊຶ່ງໄດ້ແຕກ​
ຫັກ​ລົງຫລັງ ຈາກ​ການ​ປະຕິວັດ​ຂອງທ່ານ Fidel Castro.

ການ​ຟື້ນ​ຟູ​ສາຍ​ພົວພັນຢ່າງ​ເປັນ​ທາງ​ການ​ແມ່ນ​ ບາດກ້າວ​ຫຼ້າ​ສຸດ​ໃນ​ການ​ດຳເນີນ​ການຕັ້ງ​ແຕ່​ປະທານາທິບໍດີ ​ໂອ​ບາ​ມາ ​ແລະ ທ່ານ Raul Castro ​ໄດ້​ປະກາດ​ໃນ​ເດືອນ​ທັນວາ​ ວ່າ ສອງປະ​ເທດໄດ້​ຟື້ນຟູ​ສາຍ​ພົວພັນ​ທາງ​ການ​ທູດ.

ພາບເຂດທີ່ ສະຫະລັດ ໃຫ້ຄວາມສົນໃຈ ໃນການດຳເນີນພາລະກິດ ທາງການທູດໃນ ນະຄອນຫຼວງ ຮາວານາ
ພາບເຂດທີ່ ສະຫະລັດ ໃຫ້ຄວາມສົນໃຈ ໃນການດຳເນີນພາລະກິດ ທາງການທູດໃນ ນະຄອນຫຼວງ ຮາວານາ

ຜູ້ນຳ​ທັງ​ສອງ​ໄດ້​ຈັດການ​ເຈ​ລະ​ຈາ​ເຊິ່ງໜ້າ​ກັນ​ໃນ​ກອງ​ປະ​ຊຸມ​ໃຫຍ່​
ຂອງ​ບັນດາ​ປະ​ເທດໃນທະວີບອາ​ເມຣິກາ ​ທີ່​ປະ​ເທດ ປາ​ນາມາ.

​ໃນ​ນະ​ຄອນ​ນິວຢອກ, ​ເລ​ຂາ​ທິການ​ໃຫຍ່​ ​ສະຫະ​ປະຊາ​ຊາດ ທ່ານ
Ban Ki-moon ​ໄດ້ສະ​ແດງ​ຄວາມ​ຍິນ​ດີຕໍ່​ການ​ປະກາດ​ວ່າ ຄິວ​ບາ
ແລະສະຫະລັດຈະ​ເປີດ​ສະຖານທູດ​ໃນນະຄອນຫຼວງ​ຂອງ​ກັນແລະ
ກັນ. ທ່ານ Ban ​ໄດ້​ກ່າວ​ວ່າ ​ມັນ​ເປັນ​ບາດກ້າວ​ ທີ່​ສຳຄັນ ໃນ​ເສັ້ນ​
ທາງຕໍ່​ການ​ເຮັດ​ໃຫ້​ສາຍ​ພົວຂອງສອງ​ປະ​ເທດ​ກັບ​ຄືນ​ສູ່​ປົກກະຕິ.

ການບໍລິການ​ທາງ​ອາກາດ ​ແລະ ​ເຮືອ ລະຫວ່າງສອງ​ປະ​ເທດ​ໄດ້ຮັບ ຫຼື ກຳລັງ​ຖືກ​ຟື້ນຟູ ​ແລະ ການ​ຈຳກັດ​ທາງ​ການ​ສື່ສານ​ກໍ​ໄດ້​ຖືກ​ຜ່ອນ​ເບົາ​ລົງ, ​ເຖິງ​ແມ່ນ​ວ່າ​ປະຊາຊົນ​ຂອງສະຫະລັດ ພຽງ​ແຕ່​ສາມາດ​ເດີນທາງ​ໄປ ຄິວ​ບາ ພາຍ​ໃຕ້​ນະ​ໂຍບາຍ​ທີ່​ຈຳກັດ. ​ໃນ​ເດືອນ​ພຶດສະພາຜ່ານມາ, ສະຫະລັດ​ ​ໄດ້​ລົບ​ຊື່ ຄິວ​ບາ ອອກ​ຈາກ​ບັນຊີ​ປະ​ເທດ​ທີ່​ສະໜັບສະໜູນ​ການ​ກໍ່​ການ​ຮ້າຍ, ຊຶ່ງເປັນການເຄື່ອນໄຫວທີ່ເບິ່ງກັນ​ວ່າ​ມີ​ຄວາມ​ສຳຄັນ​ຕໍ່ການ​ຟື້ນຟູ​ ສາ​ຍພົວພັນ​ການ​ທູດ. ຈັ່ງ​ໃດ​ກໍ​ຕາມ, ອຸປະສັກ​ກໍ​ຍັງ​ຄົງ​ມີຢູ່, ລວມທັງ​ການ​ປິດ​ລ້ອມ​ທາງ​ການ​ຄ້າຂອງ ສະຫະລັດ ຕໍ່ ຄິວ​ບາ ທີ່​ມີມາເປັນເວລາຫຼາຍ​ທົດ​ສະ​ວັດແລ້ວ ​ເຊິ່ງມີ​ພຽງແຕ່​ສະພາ​ເທົ່​າ​ນັ້ນ​ທີ່ສາມາດ​ລົບ​ລ້າງ​ໄດ້.

Obama on Cuba: This is What Change Looks Like
please wait

No media source currently available

0:00 0:01:49 0:00

XS
SM
MD
LG