ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະ Cuba ຮື້ຟື້ນ ສາຍພົວພັນ ຄືນໃໝ່


US, Cuba Restore Full Diplomatic Ties After More Than 50 Years
please wait

No media source currently available

0:00 0:02:14 0:00

ໃນ​ຂະນະ​ທີ່​ພວກ​ນິຍົມ ພວກສະໜັບສະໜຸນ ​ໄດ້​ພາກັນ​ໂຮຮ້ອງວ່າ “Viva Cuba Viva Fidel” ທຸງຊາດຄິວບາໄດ້ຫ້ອຍຢູ່​ຂ້າງ​ນອກ​ສະຖານທູດ ​ໃນ​ນະຄອນ​ຫຼວງ​ວໍ​ຊິງ​ຕັນ ​ໃນ​ວັນ​ຈັນ​ວານ​ນີ້.

ການສະ​ແດງ​ຢ່າງ​ວ່າ​ນີ້ ​ໄດ້​ເປັນ​ຂີດ​ໝາຍ​ໃນ​ສັນຍາ​ລັກ​ຂອງ​ການ​ສິ້ນ​ສຸດ​ລົງຂອງ​ການ​ເປັນ​ປໍລະປັກ ​ແລະ​ການ​ບໍ່ໄວ້ເນື້ອເຊື່ອ​ໃຈກັນ ລະຫວ່າງ​ທັງ​ສອງ​ປະ​ເທດ ຫຼາຍ​ກວ່າ 5 ທົດ​ສະ​ວັດ.

ສະຫະລັດ ກໍ​ເປີດ​ສະຖານທູດ​ຂອງ​ຕົນ ​ໃນ​ຢູ່ປະເທດ Cuba ​ໃນ​ວັນ​ຈັນ​ວານ​ນີ້ ​ແຕ່​ບໍ່​ມີ​ພິທີ​ການ​ແຕ່​ຢ່າງ​ໃດ ຊຶ່ງ​ມັນ​ຈະມີ​ຂຶ້ນ​ໃນ​ຂະນະ​ທີ່​ລັດ​ຖະມົນ​ຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ຢ້ຽມຢາມ Havana ໃນວັນ​ທີ 14 ສິງຫາຈະມານີ້.

ຕອນ​ບ່າຍ​ຂອງ​ວັນ​ຈັນ​ວານ​ນີ້ ທ່ານ Kerry ​ແລະລັດ​ຖະມົນ​ຕີ​ການ​ຕ່າງປະ​ເທດ Cuba

ທ່ານ Bruno Rodriguez ​ໄດ້​ໂອ້​ລົມ​ສົນທະນາ ​ໃນ​ຄະນະ​ທີ່​ທຳ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ​ຂອງລັດ​ຖະມົນ​ຕີ​ການ​ຕ່າງປະ​ເທດ Cuba ທີ່ກະຊວງ​ການ​ຕ່າງປະ​ເທດສະຫະລັດ ​ໃນ​ຮອບ​ຫຼາຍ​ກວ່າ 50 ປີ.

ທ່ານ John Kerry ຈັບມືກັບ ລມຕ. ທ່ານ Bruno Rodríguez Parilla, ວໍຊີງຕັນ, 20 ກໍລະກົດ 2015.
ທ່ານ John Kerry ຈັບມືກັບ ລມຕ. ທ່ານ Bruno Rodríguez Parilla, ວໍຊີງຕັນ, 20 ກໍລະກົດ 2015.

ທ່ານ Kerry ​ໄດ້​ຮ້ອງການ​ຟື້ນ​ສາຍ​ພົວພັນ​ທັງ​ການ​ທູດ ກັບ Cuba ວ່າ ເປັນ “ການ​ເລີ້ມ​ຕົ້ນ​ໃໝ່,” ​ແຕ່ວ່າ ຄວາມ​ແຕກ​ຕ່າງ​ກັນ ຍັງ​ຄົງ​ມີ​ຢູ່.

ທ່ານ​ໄດ້​ກ່າວ​ວ່າ ຂັ້ນ​ຕອນການດຳ​ເນີນ​ງານໄປສູ່​ສາຍ​ພົວພັນ​ປົກກະຕິ “ຍັງຈະ​ຕ້ອງ​ໃຊ້​ເວ​ລາ​ແລະ​ສະ​ລັບ​ສັບ​ຊ້ອນ.”

ທ່ານ Kerry ກ່າວ​ວ່າ: “ ​ໃນເສັ້ນທາງ​ຕໍ່​ໄປ​ນີ້, ພວກ​ເຮົາ​ໝັ້ນ​ໃຈ​ວ່າ ຈະ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ ຢູ່ບ່ອນນັ້ນ ຢູ່ບ່ອນນີ້ ​ແລະ​ບາງທີ ອາດ​ຈະ​ເຄັ່ງຄຽດ ​ເພາະສະ​ນັ້ນ ຄວາມ​ອົດທົນ ກໍ​ຈຳ​ເປັນຕ້ອງມີ.”
ທ່ານ Rodriguez ​ໄດ້​ກ່າວອອກ​ມາ​ຢ່າງ​ລະອຽດ ​ເຖິງ​ຄວາມ​ແຕກ​ຕ່າງ ທີ່​ໄດ້​ໂອ້​ລົມ​ສົນທະ ນາ​ກັບທ່ານ Kerry ຊຶ່ງ​ຮວມທັງຄວາມປະສົງໃນການ​ສິ້ນ​ສຸດ​ລົງ​ຂອງການ​ລົງ​ໂທດດ້ານການ​ຄ້າ ຮວມທັງການ​ສົ່ງ​ຄືນຖານ​ທັບສະຫະລັດ ​ທີ່​ອ່າວ Guantanamo.

ການ ປ່ຽນແປງ​ທາງດ້ານ​ການ​ທູ​ດ​ແມ່ນ ມີ​ຂຶ້ນ 54 ປີ ຫຼັງ​ຈາກໄດ້ມີການຕັດຂາດລົງ ທີ່​ມີ​ຂຶ້ນ ​ໃນ​ຊ່ວງ​ລັດຖະບານ​ຂອງປະທານາທິບໍດີ John F. Kennedy.

ພວກຖືປ້າຍຕ່າງໆນາ ຂ້າງນອກສະຖານທູດ Cuba ໃນນະຄອນຫຼວງວໍຊີງຕັນ 20 ກໍລະກົດ 2015. (VOA/ P. Dockins)
ພວກຖືປ້າຍຕ່າງໆນາ ຂ້າງນອກສະຖານທູດ Cuba ໃນນະຄອນຫຼວງວໍຊີງຕັນ 20 ກໍລະກົດ 2015. (VOA/ P. Dockins)

ເບິ່ງ: ການປະທ້ວງຂ້າງນອກ ສະຖານທູດ Cuba ໃນນະຄອນຫຼວງວໍຊີງຕັນ

Protesters Outside Cuban Embassy in Washington DC
please wait

No media source currently available

0:00 0:00:19 0:00

XS
SM
MD
LG