ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ​​ພິຈາລະນາ ຈະເອົາ ​ເກົາຫຼີ​ເໜືອ ຄືນ​ເຂົ້າ​​ບັນຊີ ພວກ​​ລັດ​ທີ່​ສະໜັບສະໜຸນ ​ການ​ກໍ່​ການ​ຮ້າຍ


­ນັກເຈາະຂໍ້ມູນ ຫຼື hacker ຄົນໜຶ່ງຜູ້ທີ່ບໍ່ຢາກເປີດເຜີຍຊື່ຂອງລາວ ກຳລັງປະຕິບັດການ ໂດຍໃຊ້ຄອມພິວເຕີ laptop ຂອງລາວ ຢູ່ທີ່ຫ້ອງການແຫ່ງໜຶ່ງໃນ Taipei.
­ນັກເຈາະຂໍ້ມູນ ຫຼື hacker ຄົນໜຶ່ງຜູ້ທີ່ບໍ່ຢາກເປີດເຜີຍຊື່ຂອງລາວ ກຳລັງປະຕິບັດການ ໂດຍໃຊ້ຄອມພິວເຕີ laptop ຂອງລາວ ຢູ່ທີ່ຫ້ອງການແຫ່ງໜຶ່ງໃນ Taipei.

ກະຊວງ​ການ​ຕ່າງປະ​ເທດ​ຈີນຖະ​ແຫລ​ງວ່າ ຕົນ​ບໍ່​ມີ​ຂໍ້​ມູນ​ພຽງພໍ
ທີ່​ຈະ​ກຳນົດໄດ້​ວ່າ ລາຍ​ງານ​ຂ່າວ​ທີ່​ວ່າ​ ເກົາ​ຫລີ​ເໜືອ​ ໄດ້​ໃຊ້
​ສະຖານ​ທີ່​ຂອງ​ຈີນ ທຳ​ການ​ໂຈມ​ຕີ​ທາ​ງ​ໄ​ຊ​ເບີ ​ຫລື ລັກລອບ​ເຈາະ
​ເອົາ​ຂໍ້​ມູນທາງ​ຄອມ​ພິວ​ເຕີ ຂອງ​ບໍລິສັດ Sony Pictures ນັ້ນ
ມີ​ຄວາມ​ຈິງ.

​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຈີນ ທ່ານ​ນາງ Hua Chunying
ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຈີນ​ແມ່ນ “ຄັດຄ້ານ​ຕໍ່​ທຸກ​ຮູບ​ແບບ​
ຂອງ​ການ​ໂຈມ​ຕີທາງ​ໄຊ​ເບີ.”
​ ແລະ​ຈະ​ບໍ່ລົງ​ຄວາມ​ເຫັນ​ໃດໆ
ຖ້າ​ບໍ່​ມີ​ຂໍ້​ມູນ​ຢ່າງ​ພຽງພໍ.

ຢ່າງ​ໃດ​ກໍ​ຕາມ ​ໂຄ​ສົກ Hua ​ເວົ້າ​ວ່າ ຈີນ​ຄັດ​ຄ້ານ​ຕໍ່​ການ​ໂຈມ​ຕີ ຕໍ່​ຝ່າຍ​ທີ​ສາມ ຜ່ານ​ການ
​ໃຊ້​ສະຖານ​ທີ່​ຂອງ​ອີກ​ປະ​ເທດ​ໜຶ່ງ​ນັ້ນ ແລະ​ກໍ​ພ້ອມ​ແລ້ວ ທີ່​ຈະ​ທຳ​ການ​ສົນທະນາ​ຫາລື​
ກັບ​ປະ​ເທດ​ອື່ນໆ.

ສະຫະລັດ​ກຳລັງ​ເຈລະຈາ​ກັບ​ຈີນ ​ເພື່ອ​ເບິ່ງ​ວ່າ ຈີນ​ຈະ​ສາມາດ​ຊ່ວຍ​ຂັດຂວາງ​ການ​ໂຈມ​ຕີ​
ທາງໄຊ​ເບີ ຈາກ​ພຽງ​ຢາງ​ນັ້ນ​ໄດ້​ຫລື​ບໍ່?

ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ກ່າວ​ວ່າ​ ສະຫະລັດ​ກຳລັງ​ພິຈາລະນາ
ຄືນເບິ່ງ​ວ່າ ຈະນຳເອົາ​ເກົາຫຼີ​ເໜືອ ​ເຂົ້າໃສ່​ໃນບັນຊີ​ຂອງ​ລັດ ​ທີ່​ສະໜັບສະໜຸນ​ການ​ກໍ່​ການ​ຮ້າຍນັ້ນ ຄືນຫຼືບໍ່ ຫຼັງຈາກ​ທີ່​ໄດ້​ມີ​ການລັກລອບ​ເຈາະ​ຂໍ້​ມູນ​ ບໍລິສັດ Sony Pictures ຊຶ່ງ​ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ ​ໄດ້​ຖິ້ມ​ໂທດ​ໃສ່​ພຽງ​ຢາງ​ນັ້ນ.

​ໃນ​ການ​ໂອ້​ລົມ​ກັບ​ໂທລະພາບ CNN ​ໃນ​ລາຍການ State of the Nation ນັ້ນ ທ່ານ​
ໂອ​ບາ​ມາ ກ່າວ​ວ່າ ທ່ານບໍ່​ຖື​ວ່າການ​ເຈາະ​ຂໍ້​ມູນ​ດັ່ງກ່າວ ​ເປັນການ​ກະທຳ​ຂອງ​ສົງຄາມ ​
ແຕ່​ເປັນແບບຢ່າງ​ຂອງ​ການ​ໂຈມ​ຕີ​ ທາງ​ໄຊ​ເບີ ​ຫລື​ ທາງ​ອິນ​ເຕີ​ແນັດ ທີ່​ແພງທີ່​ສຸດ ​ແລະ​
ສ້າ​ງ​ຄວາມ​ເສຍ​ຫາຍ​ຫຼາຍທີ່​ສຸດ​.

ຍີ່ປຸ່ນ ກໍໄດ້​ປະນາມ​ການ​ໂຈມ​ຕີ​ເຈາະ​ຂໍ້​ມູນດັ່ງກ່າວ ​ເຊັ່ນ​ກັນ.

ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຍີ່ປຸ່ນ ທ່ານ Yoshihide Suga ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ
ຍີ່​ປຸ່ນ ແມ່ນ​ທຳ​ການ​ຕິດ​ຕໍ່​ພົວພັນ ຢ່າງໃກ້ຊິດ​ ກັບວໍ​ຊິງ​ຕັນ ກ່ຽວ​ກັບ​ເລື້ອງນີ້.

ທ່ານ Suga ກ່າວ​ວ່າ ​ການ​ໂຈມ​ຕີ​ເຈາະ​ຂໍ້​ມູນ ກໍເປັນ​ບັນຫາ ​ທີ່​ຮ້າຍ​ແຮງ​ ຕໍ່​ຄວາມ​ໝັ້ນຄົງ​
ແຫ່ງ​ຊາດ​ຂອງ​ຍີ່ປຸ່ນ ຄື​ກັນ.

Obama to N. Korea: US Will Respond to Hack Attack
please wait

No media source currently available

0:00 0:01:47 0:00

​ເກົາຫຼີ​ເໜືອ ​ປະຕິ​ເສດວ່າ ຕົນ​ບໍ່​ມີ​ຄວາມ​ຮັບຜິດ​ຊອບ ໃນການ​ເຈາະ​ຂໍ້​ມູນ ທາງຄອມ​ພິວ​ເຕີ​ຂອງ​ບໍລິສັດ Sony Pictures ​ແລະນຳ​ເອົາ ອີ​ແມວທີ່​ໜ້າ​ອັບອາຍ ​ແລະ​ຂໍ້​ມູນ​ສ່ວນຕົວ​ຂອງຫຼາຍໆ​ຄົນ ລົງ​ເຜີຍ​ແຜ່​ທາງ​ອິນ​ເຕີ​ເ​ເນັດ.

ພວກ​ເຈາະ​ຂໍ້​ມູນ ຫຼື hackers ທີ່​ເອີ້ນ​ໂຕ​ເອງ​ວ່າ ຜູ້​ພິທັກສັນຕິ​ພາບ ຫຼື the Guardians
of Peace ໄດ້ເຕືອນ​ວ່າ ພວກທີ່ໄປ​ເບິ່ງຮູບ​ເງົາ ​ເລື້ອງ “The Interview” ຈະປະສົບ
ກັບ “ຊາຕາ​ອັນຂົມ​ຂື່ນ.” ຮູ​ບ​ເງົາ​ນີ້ ເປັນຮູບ​ເງົາ​ຕະຫລົກ ກ່ຽວ​ກັບ​ແຜນການຂອງ
ອົງການສືບ​ລັບ ຫຼື CIA ​ຂອງ​ສະຫະລັດ ວ່າຈ້າງ​ນັກຂ່າວ 2 ຄົນ ​ໃຫ້ໄປ​ສັງຫານ​ຜູ້ນຳ​
ເກົາຫຼີ​ເໜືອ ທ່ານ Kim Jong Un.

ບໍລິສັດ Sony ​ໄດ້​ຍົກ​ເລີກ ໝາຍກຳນົດ​ການ​ນຳ​ເອົາຮູບ​ເງົາ​ເລື້ອງ​ຕະຫລົກ ດັ່ງກ່າວນັ້ນ ​ອອກ​ສາຍ​ໃນ​ວັນ​ທີ 25 ທັນວາ​ນີ້.



China's Foreign Ministry said it does not have enough information to determine whether reports that North Korea used Chinese facilities to stage a cyberattack on Sony Pictures are true.

Foreign Ministry spokesperson Hua Chunying said Monday China is "opposed to all forms of cyberattacks" and would not reach any conclusions without having "enough facts."

However, Hua said China is opposed to attacks on a third party "through making use of the facilities of another country" and is ready to have a "dialogue with other countries."

The United States is in talks with China to possibly help block cyberattacks from Pyongyang.

President Barack Obama said the United States is reviewing whether to put North Korea back onto its lists of state sponsors of terrorism following the cyberattack on Sony Pictures, which U.S. officials blame on Pyongyang.

Speaking on CNN's State of the Nation, Obama said he did not consider the hack an act of war, but a very costly, very expensive example of cyber vandalism.

Japan is also condemning the recent hacking attack.

Chief Cabinet Secretary Yoshihide Suga said Monday Japan is maintaining close contact with Washington on the matter.

Suga said cyberattacks also pose a serious problem to the national security of Japan.

“Regarding this case, our nation is coordinating closely with the United States and we support the measures taken by the United States in this regard. Cyberattacks are a serious problem related to the national security of our nation also, and we strongly criticize the hacking that took place,” Suga said.

North Korea denies it was responsible for hacking Sony Pictures' computer network and posting embarrassing e-mails and other private data.

The hackers call themselves the Guardians of Peace and warned there would be a "bitter fate" for anyone attending a public showing of the movie “The Interview,” a film in which the CIA hires two journalists to kill North Korean leader Kim Jong Un.

Sony has canceled the scheduled December 25 release of the satirical comedy.

XS
SM
MD
LG