ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Kerry ເອີ້ນຈົດໝາຍ ທີ່ສະມາຊິກ ສະພາສູງ ສົ່ງເຖິງ ອີຣ່ານ ວ່າ ຂາດຄວາມຮັບຜິດຊອບ


Will Senators' Letter Affect Iran Nuclear Talks?
please wait

No media source currently available

0:00 0:02:46 0:00

ລັດຖະມົນຕີ​ຕ່າງ​ປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ໃນ
​ວັນ​ພຸດ​ວານ​ນີ້​ວ່າ ຈົດໝາຍ​ເປີດ​ຊອງ​ສະບັບ​ນຶ່ງ ​ທີ່​ໄດ້​ຖືກ​ສົ່ງໄປໃຫ້
​ບັນດາຜູ້ນຳ​ອີຣ່ານ​ ໂດຍບັນດາສະມາຊິກສະພາສູງ​ ສັງກັດ​ພັກ
​ຣີພັບ​ບລີກັນ ຈຳນວນ 47 ທ່ານນັ້ນ ​ໄດ້​ເຮັດ​ໃຫ້ທ່ານ ຕົກ​ຢູ່​ໃນ​
ສະພາບ “ບໍ່ໜ້າ​ເຊື່ອ​ເ​ລີ​ຍ” ​ແລະ ວ່າ ບັນດາ​ສະມາຊິກສະພາ
ສູງ​ດັ່ງກ່າວ ບໍ່​ມີ​ອຳນາດ​ຕາມ​ກົດໝາຍ​ ທີ່​ເຮັດ​ດັ່ງນັ້ນ​ໄດ້.

ທ່ານ Kerry ກ່າວຖະ​ແຫລ​ງຕໍ່ຄະນະ​ກຳມະການ​ຄວາມສຳພັນກັບ
​ຕ່າງປະ​ເທດຂອງສະພາສູງ ວ່າ ຈົດໝາຍ​ທີ່​ຂຽນ​ໂດຍ​ສະມາຊິກ
ສະພາສູງ​ນ້ອງ​ໃໝ່ ຈາກ​ລັດ Arkansas ທ່ານ Tom Cotton ນັ້ນ
ບ່ອນທຳລາຍຕໍ່ນະ​ໂຍບາຍ​ການ​ຕ່າງປະ​ເທດ​ ຂອງ​ສະຫະລັດ ​ແລະ
ບໍ່​ຫົວຊາ​ຕໍ່​ປະຫວັດສາດ​ທີ່​ມີ​ມາຫຼາຍກວ່າ 200 ປີ ​ແລ້ວນັ້ນ.

ຈົດໝາຍ​ດັ່ງກ່າວ ​ເຕືອນວ່າ ປະທານາ​ທິບໍດີສະຫະລັດ ​ຄົນຕໍ່​ໄປ​ອາດ​ຈະ​ຍົກ​ເລີກ​ຂໍ້ຕົກລົງ​
ນິວ​ເຄລຍກັບ​ອີຣ່ານ​ໄດ້​ທຸກໆເວລາ ​ແລະ ວ່າ ລັດຖະສະພາ ຍັງ​ອາດ​ສາມາດທຳ​ການ​ປ່ຽນ​ແປງ ຂໍ້​ຕົກລົງ​ໄດ້​ເຊັ່ນ​ກັນ.

ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທ່ານ Tom Cotton ຂຽນຈົດໝາຍທີ່ກ່າວວ່າ ລັດຖະສະພາ ມີ "ບົດບາດທີ່ສຳຄັນ" ໃນການຮັບຮອງເອົາຂໍ້ຕົກລົງຕ່າງໆ.
ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທ່ານ Tom Cotton ຂຽນຈົດໝາຍທີ່ກ່າວວ່າ ລັດຖະສະພາ ມີ "ບົດບາດທີ່ສຳຄັນ" ໃນການຮັບຮອງເອົາຂໍ້ຕົກລົງຕ່າງໆ.

ທ່ານ Kerry ກ່າວ​ວ່າ ລັດຖະສະພາ ບໍ່​ມີ​ສິດ​ທີ່​ຈະ​ດັດ​ແກ້​ຂໍ້​ຕົກລົງ
​ທີ່​ໄດ້​ບັນລຸ​ໄປ​ແລ້ວລະຫວ່າງ​ບັນດາ​ຜູ້ນຳ​ ຂອງບັນດາປະ​ເທດ
ກ່ຽວຂ້ອງ. ທ່ານ Kerry ເອີ້ນຈົດໝາຍ​ ຂອງ​ພັກຣີພັບ​ບລີ​ ກັນນັ້ນ
ວ່າ ຂາດ​ຄວາມ​ຮັບຜິດຊອບ.

ສະຫະລັດ ​ແ​ລະ​ບັນດາ​ປະ​ເທດ​ພາ​ຄີ​ຂອງ​ຕົນ ​ເຊັ່ນ ອັງກິດ ຈີນ
ຝຣັ່ງ ​ເຢຍຣະມັນ ​ແລະ ຣັດ​ເຊຍ ​ແມ່ນ​ມີ​ວັນ​ເສັ້ນຕາຍ​ຄື ​ໃນ​ທ້າ​ຍ
ເດືອນ​ມີນາ​ນີ້ ​ເພື່ອ​ໃຫ້​ບັນລຸໂຄງຮ່າງ ຂໍ້​ຕົກລົງ ເພື່ອໃຫ້ອີຣ່ານ
ຫລຸດການ​ກັ່ນທາດ​ຢູ​ເຣ​ນຽມ​ຂອງ​ຕົນ ​ໃນ​ການ​ແລກປ່ຽນ​ສຳ​ຫລັບ
​ການ​ຍົກ​ເລີກ​ການລົງ ໂທດຕ່າງໆ ທີ່​ໄດ້​ສ້າງຄວາມເສຍຫາຍໃຫ້
ແກ່ເສດຖະກິດ​ຂອງ​ອີຣ່ານ.

ບັນດາຝ່າຍ​ຕໍ່ຕ້ານ​ຂໍ້​ຕົກລົງ​ຈາກ​ພັກຣີພັບ​ບລີ​ກັນ ກ່າວ​ວ່າ ອີຣ່ານ ບໍ່​ສາມາດ​ເຊື່ອ​ຖື​ໄດ້.

ອີຣ່ານຢືນ​ຢັດ​ວ່າ ຕົນ​ບໍ່​ມີ​ແຜນການໃດໆ​ ທີ່​ຈະ​ສ້າງ​ອາວຸດ​ນິວ​ເຄລຍເລີຍ ​ແລະວ່າ​ ໂຄງການ ​ນິວ​ເຄລຍຂອງ​ຕົນ​ ແມ່ນ​ເພື່ອ​ສຳ​ຫລັບ​ໃຊ້​ໃນດ້ານ​ພົນລະ​ເຮືອນເທົ່າ​ນັ້ນ.

Republicans' Open Letter to Iran Stirs Controversy
please wait

No media source currently available

0:00 0:00:40 0:00

​U.S. Secretary of State John Kerry said Wednesday an open letter sent to Iranian leaders by 47 Republican senators left him in "utter disbelief," and that the senators have no legal authority to do so.

Kerry told the Senate Foreign Relations Committee that the letter written by Arkansas freshman Senator Tom Cotton undermines U.S. foreign policy and ignores more than 200 years of history.

It warns that the next U.S. president could revoke a nuclear deal with Iran at any time, and that Congress also could make changes to the deal.

Kerry said Congress does not have the right to modify an agreement reached between leaders of countries. He called the Republican letter irresponsible.

The United States and its partners -- Britain, China, France, Germany, and Russia -- have an end-of-March deadline to reach a framework deal for Iran to cut back on its uranium enrichment program in exchange for lifting sanctions that have destroyed its economy.

Republican opponents of the deal say Iran cannot be trusted.

Iran insists it has no plans to build nuclear weapons and that its nuclear program is strictly for civilian uses.

XS
SM
MD
LG