ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳ ເພື່ອສິດທິ ພົນລະເຮືອນ ສຫລ ທ່ານ Julian Bond ເຖິງແກ່ ອະສັນຍາກຳແລ້ວ

ທ່ານ Julian Bond ປະທານ ອົງການ NAACP ກ່າວຖະແຫລງ ໃນກອງປະຊຸມປະຈຳປີ ຂອງອົງການ ຢູ່ໃນນະຄອນ Detroit, ລັດ Michigan, ວັນທີ 8 ກໍລະກົດ 2007.
ທ່ານ Julian Bond ປະທານ ອົງການ NAACP ກ່າວຖະແຫລງ ໃນກອງປະຊຸມປະຈຳປີ ຂອງອົງການ ຢູ່ໃນນະຄອນ Detroit, ລັດ Michigan, ວັນທີ 8 ກໍລະກົດ 2007.

ຜູ້ນຳ​ເພື່ອສິດທິ​ພົນລະ​ເຮືອນ​ ສະຫະລັດ ທ່ານ Julian Bond ​
ໄດ້​ເຖິງ​ແກ່​ອະສັນ​ຍາ​ກຳ​ແລ້ວ.

ທ່ານ Bond ​ໄດ້ເສຍ​ຊີວິດ ​ເມື່ອຕອນ​ຄ່ຳ​ຂອງ​ວັນ​ເສົາ​ວານ​ນີ້
ລວມອາຍຸ​ໄດ້ 75 ປີ ຢູ່​ໃນເມືອງ Fort Walton Beach ລັດ
Florida ຫຼັງຈາກ​ທີ່​ໄດ້​ເຈັບ​ປ່ວຍ​ໃນ​ໄລຍະ​ສັ້ນ ​ໂດຍບໍ່​ໄດ້​
ລະບຸ​ວ່າ​ເປັນໂຣກຫຍັງ.

ທ່ານ​ໄດ້​ຖືກ​ຈົດ​ຈຳ​ ​ໃນ​ຖານະ​ເປັນ​ຜູ້​ມີ​ສຽງ​ເວົ້າ ທີ່​ເຕັມ​ໄປ​ດ້ວຍ
​ອາລົມ ​ຄົມ​ຄາຍ ແລະ ​ໂວຫານ​ດີ ສຳ​ຫລັບ​ການ​ຕໍ່​ສູ້​ເພື່ອ​ຄວາມ
​ຍຸດຕິ​ທຳ.

ການເຄື່ອນ​ໄຫວ​ຂອງ​ທ່ານ Bond ນັ້ນ ກວາ​ມເອົາ​ໄລ​ຍະຫຼາຍທົດ​ສະວັດຜ່ານ​ມາ ຈາກ​ການ​ນຳພາ​ບັນດານັກສຶກສາ ຕໍ່ຕ້ານ​ການ​ແບ່​ງ​ແຍກ​ສີ​ຜິວ ​ຢູ່ເຂດ​ພາກ​ໃຕ້​ທີ່ມີ​ການ​ປ່ຽນ​ແປ​ງທີ່​ຮຸນ​ແຮງ ຂອງ​ອາ​ເມຣິກາ ໃນລະ​ຫວ່າງຊ່ວງ​ປີ 1960 ເພື່ອ​ນຳພາອົງການ​ເພື່ອ​ສິດທິ​ພົນລະ​ເຮືອນ​ແຫ່ງ​ຊາດ​ທີ່​ມີຊື່​ສຽງໂດ່​ງດັງ ກໍຄື National Association for Colored People ຫຼື (NAACP) ນັ້ນ.

ທ່ານ Julian Bond ໃນຖານະເປັນ ຜູ້ແທນ ລັດ Georgia ໃນເມື່ອກ່ອນ ໄດ້ຖອນຊື່ຂອງທ່ານອອກຈາກ ຜູ້ສະໝັກແຂ່ງຂັນເປັນຮອງປະທານາທິບໍດີ ສະຫະລັດ ຫຼັງຈາກທີ່ໄດ້ສະເໜີຊື່ ເຂົ້າສະໝັກໄປແລ້ວ ຢູ່ທີ່ ກອງປະຊຸມພັກເດມໂມແຄຣັດ ແຫ່ງຊາດ ໃນນະຄອນ ຈິກຄາໂກ, ລັດອີລີໂນຍ, ວັນທີ 29 ສິງຫາ 1968.

Julian Bond Obituary
please wait
Embed

No media source currently available

0:00 0:00:37 0:00

U.S. civil rights leader Julian Bond has died.

Bond died Saturday night at the age of 75, in Fort Walton Beach, Florida, after a brief unspecified illness.

He is being remembered as a passionate and eloquent voice for the cause of justice.

Bond's activism spanned decades, from leading student protests against segregation in America's volatile South during the 1960s to leading the nation's legendary civil rights organization, the National Association for the Advancement of Colored People (NAACP).

XS
SM
MD
LG