ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດແລະຈີນ ທຳການ ສົນທະນາ​ຫາລື ທີ່​ “ບໍ່​ເຄີຍ​ມີ​ມາ​ກ່ອນ ບໍ່ເປັນທາງການ ແຕ່ກວມ​ເອົາຫຼາຍ​ເລື້ອງ”


ທ່ານ Yang Jiechi ທີ່​ປຶກສາ​ລັດຖະບານ​ຈີນ (ຊ້າຍ) ແລະ ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ໂອ້ລົມກັນ ລະຫວ່າງດື່ມນ້ຳຊາ ໃນການພົບປະກັນນຶ່ງມື້ ໃນນະຄອນ Boston, ລັດ​ແມັສຊາ​ຈູ​ແຊ​ສ, ວັນທີ 18 ຕຸລາ 2014.
ທ່ານ Yang Jiechi ທີ່​ປຶກສາ​ລັດຖະບານ​ຈີນ (ຊ້າຍ) ແລະ ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ໂອ້ລົມກັນ ລະຫວ່າງດື່ມນ້ຳຊາ ໃນການພົບປະກັນນຶ່ງມື້ ໃນນະຄອນ Boston, ລັດ​ແມັສຊາ​ຈູ​ແຊ​ສ, ວັນທີ 18 ຕຸລາ 2014.

ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດຄົນ​ນຶ່ງ
ກ່າວ​ວ່າ ລັດຖະມົນຕີ​ຕ່າງປະ​ເທດ John Kerry ​ໄດ້ທຳ​ການ​ສົນ
ທະນາ​ຫາລື ທີ່​ “ບໍ່​ເຄີຍ​ມີ​ມາ​ກ່ອນ ​ແລະກວມ​ເອົາຫຼາຍ​ເລື້ອງ”
ກັບ​ເຈົ້າໜ້າ​ທີ່​ອາວຸ​ໂສ​ຈີນ​ຄົນ​ນຶ່ງ ຢູ່​ທີ່ເຮືອ​ນ​ສ່ວນ​ຕົວ​ຂອງ​ທ່ານ​ເອງ
​ໃນ​ນະຄອນ Boston ລັດ​ແມັສຊາ​ຈູ​ແຊ​ສ.

ທ່ານ Kerry ​ໄດ້​ເປັນ​ເຈົ້າພາບ​ຕ້ອນຮັບ ທ່ານ Yang Jiechi ຊຶ່ງ
ເປັນທີ່​ປຶກສາ​ລັດຖະບານ​ຈີນ ​ໃນ​ການໂອ້​ລົມ​ກັນ​ ເປັນ​ເວລາສອງ​ມື້
​ທີ່​ບໍ່​ແມ່ນ​ທາງ​ການ ແຕ່ກໍ​ເປັນ​ການສົນທະນາ​ກັນ​ແບບ​ກົງ​ໄປ​ກົງ​ມາ
ກ່ຽວ​ກັບ​ບັນຫາ​ຕ່າງໆ​ຢ່າງ​ກວ້າງຂວາງ.

ທ່ານ Kerry ກ່າວ​ວ່າ “ມີ​ຫຼາຍໆບັນຫາ​ ທີ່​ຈີນ​ແລະສະຫະລັດ ກຳລັງຮ່ວມມື​ກັນ
ເຖິງ​ແມ່ນ​ວ່າ​ ພວກ​ເຮົາ​ມີ​ບາງສິ່ງ​ ທີ່​ແຕກ​ຕ່າງກັນ ທີ່​ພວກ​ເຮົາພະຍາຍາມຈະ​
ແກ້​ໄຂຢ່າງ​ມີ​ປະສິດທິ​ຜົນ ​ໃນ​ເວລາ​ນີ້ ​ໂດຍສະ​ເພາະ​ເລື້ອງ​ອີ​ໂບລາ ອັຟກາ​ນິສ
ຖານ ສາທາລະນະ​ລັດປະຊາທິປະ​ໄຕເກົາຫຼີ ​ສະຖານະ​ການ​ນິວ​ເຄລຍ​ໃນ​ເກົາ
ຫຼີ​ເໜືອ ​ກ່ຽວກັບ​ອີຣ່ານ​ໂດຍ​ສະ​ເພາະ​ອີກ ​ແລະເລື້ອງກຸ່ມ ISIL ​ແລະການ​ຕໍ່ຕ້ານ
ການ​ກໍ່​ການ​ຮ້າຍ ​ແລະ ກ່ຽວ​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເປັນຕົ້ນ. ມີ​ຫຼາຍໆ​ຂົງ​ເຂດ​ ທີ່​ພວກ​ເຮົາ​ກຳລັງ​ທຳ​ງານ​ຮ່ວມກັນ.”

ສ່ວນ​ທ່ານ Yang Jiechi ກ່າວ​ວ່າ:

“ພວກ​ເຮົາ​ເຊື່ອ​ວ່າ ພວກ​ເຮົາ​ຄວນ​ສືບ​ຕໍ່​ທຳ​ງານ​ຮ່ວມ​ກັນ ​ເພື່ອ​ສ້າງ​ຄວາມໄວ້​ວາງ​
ໃຈ​ເຊິ່ງກັນ​ແລະ​ກັນ​ ຂອງ​ພວກ​ເຮົາ​ ໃຫ້​ເລິກ​ເຊິ່ງ ​ແລະ ​ເອົາ​ຄວາມ​ພະຍາຍາມ​
ຂອງ​ພວກ​ເຮົາ​ສຸມ​ໃສ່ດ້ານ​ ທີ່​ສຳຄັນຕ່າງໆ​ຂອງ​ການ​ຮ່ວມ​ໄມ້​ຮ່ວມ​ມືກັນ. ໃນຂະນະ ​ດຽວ​ກັນ ບົນພື້ນຖານຂອງ​ຄວາມ​ເຄົາລົບ​ນັບຖື​ເຊິ່ງກັນ​ແລະ​ກັນນັ້ນ ພວກ​ເຮົາກໍ​ຈະ
ສາມາດ​ແກ້​ໄຂ​ຄວາມແຕກ​ຕ່າງ​ກັນ​ໃດໆ​ກໍ​ຕາມ ລະ​ຫວ່າງພວກ​ເຮົານັ້ນ​ໄດ້ ຢ່າ​ງ
ເໝາະ​ສົມ.”

​ເຈົ້າໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ ທີ່​ໃຫ້ຄຳ​ເຫັນ​ກ່ຽວກັບ​ການ​ພົບ​ປະກັນ​ດັ່ງກ່າວ ​ເວົ້າວ່າ ຜົນ​ຂອງ​ການ​ໂອ້​ລົມ​ກັນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ​ນີ້ ຈະ​ຄ່ອຍໆເພີ້​ມທະວີ​ຂຶ້ນ ​ແລະ​ແລ​ເຫັນ​ໄດ້ຫຼາຍຂຶ້ນ ​ໃນ​ຊ່ວງ​ເວລາ​ຕໍ່ໜ້ານີ້.

ການ​ໂອ້​ລົມ​ກັນ​ທີ່​ນະຄອນ​ບອສຕັນ ​ແມ່ນ​ເປັນ​ການ​ແນ​ໃສ່​ເພື່ອ​ສ້າງ​ຄວາມ​ອົບ​ອຸ່ນ​ໃຫ້ແກ່ ສາຍພົວພັນສະຫະລັດ-ຈີນ ກ່ອນ​ໜ້າ​ກອງ​ປະຊຸມ​ສຸດ​ຍອດ ບັນດາຜູ້ນຳ​ເອ​ເຊຍ​ປາຊີ​ຟິກ
ທີ່​ປັກ​ກິ່ງ​ ໃນ​ເດືອນ​ໜ້າ​.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ແລະ ປະທານປະ​ເທດ​ຈີນ ທ່ານ ສີ ຈິນຜິ​ງ ມີ​ແຜນ​ທີ່​ຈະ​ພົບ​ປະກັນ ຫຼັງຈາກ​ກອງ​ປະຊຸມ​ດັ່ງກ່າວ.

US CHINA VOSOTSVO
please wait
Embed

No media source currently available

0:00 0:01:17 0:00


U.S. Secretary of State John Kerry has held what the State Department calls an "unprecedented and substantive" dialogue with a senior Chinese official at Kerry's private home in Boston.

Kerry hosted China's State Councilor Yang Jiechi for two days of very informal but still candid talks on a wide range of issues. They included Ebola, Islamic State, and Iranian and North Korean nuclear programs.

"There are many issues that China and the United States are cooperating on, even as we have some differences that we try to manage effectively," said Kerry. "And right now, particularly on Ebola, on Afghanistan, on the Democratic Republic of North Korea, the North Korean nuclear situation, on Iran particularly, and on ISIL and counter-terrorism and on climate change. There are many areas where we are working hard."

"I think the Asia Pacific region is a very important region We need to work together to build up even more cooperation between China and the United States in the area because this is an area which has experienced robust economic development and I'm sure that the APEC (Asia-Pacific Economic Cooperation) meeting will go further to bring about more connectivity, innovative development and to shape a great future for the region," said Yang Jiechi, Chinese State Councilor.

They also discussed such sensitive matters as human rights, pro-democracy marches in Hong Kong, and U.S. charges of Chinese cyber-spying.

During the informal atmosphere - including dinners and a concert by a Chinese-American harpist - a State Department official said Kerry got a "full and careful" hearing on matters of U.S. concern.

The official said the results of the weekend talks will be incremental and increasingly visible over time.

The Boston talks were aimed at warming U.S.-China ties ahead of next month's summit of Asia-Pacific leaders in Beijing. U.S. President Barack Obama and China's President Xi Jinping plan to meet after the summit.

XS
SM
MD
LG