ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ແລະ ລາວ ຈັດກອງປະຊຸມ ປະຕິບັດການ ເພື່ອປາບປາມ ການລັກລອບ ຄ້າສັດປ່າ


ເສືອໂຄ່ງ ທີ່ຍັງພົບເຫັນ ຢູ່ໃນເຂດປ່າສະຫງວນ ພູເລີຍ ທີ່ແຂວງຫົວພັນ.
ເສືອໂຄ່ງ ທີ່ຍັງພົບເຫັນ ຢູ່ໃນເຂດປ່າສະຫງວນ ພູເລີຍ ທີ່ແຂວງຫົວພັນ.

ທາງ​ການ​ສະຫະລັດ ​ໃຫ້ການ​ສະໜັບສະໜຸນ​ທາງ​ການ​ລາວ
ຈັດ​ກອງ​ປະຊຸມ​ປະຕິບັດ​ການ ​ເພື່ອ​ປາບ​ປາມ​ການ​ລັກລອບ​
ຄ້າ​ສັດປ່າ​ ​ແລະ​ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ທຸກ​ຮູບ​ແບບ ​
ໃນ​ທົ່ວ​ພູມິ​ພາກ​ອາ​ຊ່ຽນ.

ກອງ​ປະຊຸມ​ປະຕິບັດ​ການ ​ເພື່ອ​ປາບ​ປາມ​ການ​ລັກລອບ​ຄ້າ​ສັດປ່າ ໃນ​ພູມິ​ພາກ​ເອ​ເຊຍ
ຕາ​ເວັນ​ອອກສຽງ​ໃຕ້ ​ໄດ້​ຈັດ​ຂຶ້ນ​ເມື່ອ​ບໍ່​ນານ​ມາ​ນີ້ ຢູ່​ທີ່​ນະ​ຄອນ​ຫຼວງວຽງ​ຈັນ ​ໂດຍ​ການ​
ສະໜັບສະໜູນ​ ຂອງ​ທາງ​ການ​ສະຫະລັດ​ອາ​ເມ​ຣິ​ກາ​ ທີ່​ມີ​ທ່ານ Daniel Clune ​
ເອກ​ອັກຄະ ​ລັດ​ຖະທູ​ດສະຫະລັດ ​ປະຈຳ​ນະຄອນຫຼວງ​ວຽງ​ຈັນ​ ​ເປັນ​ຜູ້​ຕາງໜ້າ​ຂອງ​ທາງ​ກາ​ນ
ສະຫະລັດ ​ແລະ ​ເປັນ​ປະທານ​ຮ່ວມ​ໃນ​ກອງ​ປະຊຸມ ຊຶ່ງ​ມີ​ບັນດາ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ ຈາກທັງ
10 ປະ​ເທດ​ສະມາຊິກ​ຂອງ​ອາ​ຊ່ຽນ ຫຼາຍກວ່າ 60 ຄົນ​ ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ດ້ວຍ.

​ໂດຍ​ກອງ​ປະຊຸມ​ໄດ້​ກຳນົດ​ແຜນການ​ຮ່ວມ​ມື​ ລະຫວ່າງອາ​ຊ່ຽນ​ກັບ​ສະຫະລັດ​ເພື່ອ​ປາບ​ປາ​ມ ການ​ລັກລອບ​ຄ້າ​ສັດ​ປ່າ​ ໃຫ້​ມີ​ປະສິດທິພາບ​ສູງ​ຂຶ້ນ​ດ້ວຍ​ການ​ປະສານ​ງານ​ກັນ​ ຢ່າງໃກ້ຊິດທັງ​ໃນ​ດ້ານ​ຂໍ້​ມູນຂ່າວສານ ການ​ບັງ​ຄັບໃຊ້ກົດໝາຍ ​ແລະ ການ​ເສີມ​ສ້າ​ງປະສິດ​ທິພາ​ບ​ ໃນການ​ປະຕິບັດ​ໜ້າ​ທີ່​ ຂອງ​ໜ່ວຍ​ງານທີ່​ຮັບຜິດຊອບ ລວມ​ເຖິງ​ການ​ປະສານ​ງານ ​ກັບ​ໜ່ວຍ​ງານ​ອື່ນ ​ທີ່​ກ່ຽວຂອງ​ກັບ​ການ​ປາບ​ປາ​ມອາ​ຊະ​ຍາກຳຂ້າມ​ຊາດ ​ໃນ​ທຸກ​ຮູບ​ແບ​ບອີກ​ດ້ວຍ.

ສັດປ່າຕ່າງໆທີ່ວາງຂາຍໃນຕະຫຼາດ
ສັດປ່າຕ່າງໆທີ່ວາງຂາຍໃນຕະຫຼາດ

​ທັງ​ນີ້​ໂດຍ​ທ່ານ Daniel Clune ​ໄດ້ໃຫ້ການ​ເນັ້ນ​ຢ້ຳ ​ເຖິງ​ຄວາມ
​ຈຳ​ເປັນ​ທີ່​ຈະ​ຕ້ອງ​ເສີມ​ສ້າງ​ ການ​ຮ່ວມ​ມື​ກັນ​ດັ່ງກ່າວ​ວ່າ ​ເປັນ​ຍ້ອນ
​ສະພາບ​ການ​ລັກລອບຄ້າ​ສັດປ່າ​ ທີ່​ໄດ້​ກາຍ​ເປັນ​ບັນຫາ ​ທີ່​ຮຸນແຮງ
​ເພີ່​ມຂຶ້ນ​ນັບ​ມື້​ໃນ​ອາ​ຊ່ຽນ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ອິນ​ໂດເນ​ເຊຍ
ມາ​ເລ​ເຊຍ ​ໄທ ແລະ ລາວ ນັ້ນ ​ປະ​ເມີນ​ຄ່າ​ວ່າ ການ​ລັກລອບ​ຄ້າ​
ສັດປ່າ​ມີ​ມູນ​ຄ່າ​ສະ​ເລ່ຍສູງ​ເຖິງ 10 ພັນ​ລ້ານ​ດອນ​ລາໃນ​ແຕ່ລະ​ປີ
ດ້ວຍ​ເຫດ​ນີ້​ຊຶ່ງ​ກໍເປັນ​ການ​ປະ​ຊຸມ​ຄັ້ງ​ທີ 3 ​ແລ້ວ​ໃນ​ຮອບ 1 ປີ​
ທີ່​ຜ່ານ​ມາ​ ໂດ​ຍກອງ​ປະຊຸມ 2 ຄັ້ງ​ກ່ອນ​ໜ້າ​ນີ້​ ໄດ້​ມີ​ຂຶ້ນ ​ທີ່
​ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ​ໃນ​ໄລ​ຍະ​ເດືອນ​ພຶດສະພາ ​ແລະ ພະ​ຈິກ 2014 ຕາມ​ລຳດັບ.

ກ່ອນ​ໜ້າ​ນີ້​ທາງ​ການ​ໄທ​ສາມາດ​ຍຶດງາ​ຊ້າງ​ໄດ້ຫຼາຍ​ກວ່າ 7 ​ໂຕນ​ທີ່​ລັກ​ລອບຂົນ​ສົ່ງ​ຈາກ​ອາ​ຟຣິກາ​ ເຂົ້າ​ມາ​ໃນ​ໄທ​ໂດຍ​ມີ​ຈຸດໝາຍ​ປາຍທາງ​ ທີ່​ຈະ​ສົ່ງ​ຕໍ່​ມາ​ລາວ ​ແຕ່​ວ່າການ​ທີ່​ລາວ​ຍັງເປັນ​ປະ​ເທດ ​ທີ່​ມີ​ຕະຫຼາດ​ນ້ອຍ ​ແລະ ລະດັບ​ຄວາມ​ຕ້ອງການ​ງາ​ຊ້າ​ງ ກໍຍັງ​ໜ້ອຍດ້ອຍ​ແລ້ວ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ໄທ​ເຊື່ອ​ວ່າ ລາວ​ເປັນ​ພຽງ​ທາງ​ຜ່ານ ​ຂອງ​ການ​ລັກ​ລອບ​ຂົນ​ສົ່ງ​ງາ​ຊ້າງ​ເທົ່າ​ນັ້ນ.

ສ່ວນ​ທີ່​ໄດ້​ມີ​ການ​ກຳນົດ​ໃຫ້​ລາວ​ ເປັນ​ປາຍ​ທາງ​ຂອງ​ການ​ຂົນ​ສົ່ງ​ນັ້ນ ​ກໍເນື່ອງ​ຈາກ​ວ່າ​ ທາງ​ການ​ໄທ​ໄດ້​ດຳ​ເ​ນີນມາດ​ຕະການ​ກວດ​ຈັບ​ ຢ່າງ​ເຂັ້ມ​ງວດ​ເພາະວ່າ​ ສະຫະພັນ​ນານາ​ຊາດ​ ເພື່ອ​ອະນຸ​ລັກ​ຊັບພະຍາກອນ​ທຳ​ມະ​ຊາດ​ ໄດ້​ຈັດ​ໃຫ້​ໄທ​ເປັນ 1 ​ໃນ 8 ປະ​ເທດ ​ທີ່​ມີປະສິດ
ທິ​ພາບ​ຕ່ຳ​ ໃນ​ການ​ປາບ​ປາມ ​ກາ​ນຄ້າງ​າຊ້າງ​ໂດຍ​ຜິດ​ກົດໝາຍ​ ຈຶ່ງ​ກຳນົດ​ເງື່ອນ​ໄຂ​ໃຫ້​
ລັດຖະບານ​ໄທ ​ຕ້ອງ​ດຳ​ເນີນ​ມາດ​ຕະການ​ດັ່ງກ່າວ​ຢ່າງ​ຈິງຈັງ ​ແລະ​ໃຫ້​ເຫັນ​ຜົນ​ເປັນ​ຮູບ
ປະ​ທຳ ​ພາຍ​ໃນ​ເດືອນ​ພຶດສະພາ 2015 ນີ້ ຫາກ​ບໍ່​ສະນັ້ນ ກໍ​ຈະ​ຖືກ​ດຳ​ເນີນ​ມາດ​ຕະການ​
ປິດ​ລ້ອມ​ທາງ​ການ​ຄ້າ ສັດປ່າ ​ແລະ​ພັນ​ພືດ ຊຶ່ງ​ຈະ​ເຮັດ​ໃຫ້​ໄທ ສູນ​ເສຍ​ຜົນ​ປະ​ໂຫຍ​ດ ​ໃນ
​ທາງ​ການ​ຄ້າ​ຢ່າງ​ຫລີກ​ລ່ຽງບໍ່​ໄດ້ບໍ່​ໄດ້ ດັ່ງ​ທີ່​ທ່ານໄຊ​ນະ​ຣົງ ​ໂຊກ​ໄຊ ຮອງ​ອະທິບໍດີ​ກົມ​
ພັດທະນາ​ທຸລະ​ກິດ ​ແລະ​ການ​ຄ້າ ກະຊວງ​ພານິດ​ຂອງ​ໄທ ​ໄດ້ໃຫ້ການ​ຊີ້​ແຈງ​ວ່າ:

“ຫລັງ​ຈາກ​ເຮົາ​ສະ​ເໜີແຜນ​ແລ້ວ ​ເຫັນ​ຜົນ​ການ​ປະຕິບັດ​ງານ​ແລ້ວ ບໍ່​ເປັນ​ທີ່​ພໍ​ໃຈ​ນີ້ ​ເຮົາ​ກໍ​ມີ​ໂອກາດ​ຖືກ Sanction ພໍ​ຖືກ Sanction ປັບ​ນີ້ ຜົນ​ກະທົບ​ມະຫາສານ​ເລີຍ ມູນ​ຄ່າ​ສິນຄ້າ​ທີ່​ເຮົາ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ ມູນ​ຄ່າ​ປະມານ​ສາມ​ສີ່​ໝື່ນ​ລ້ານ ບໍ່​ວ່າ​ຈະ​ເປັນ​ກ້ວຍ​ໄມ້ ໜັງ​ຟອກ ປາ​ສວຍ​ງາມ ​ໂປ້​ຍຊຽນ ຫຼືອື່ນໆ ປະມານ​ສາມ​ສີ່​ໝື່ນ​ລ້ານ​ບາດ.”

ສ່ວນ​ການ​ປາບ​ປາມ​ການ​ຄ້າ​ສັດປ່າ ຜິດ​ກົດໝາຍ​ໃນ​ລາວ​ນັ້ນ ກໍ​ໄດ້​ມີ​ການ​ປະກາດ​ເຈດ​ຕະນາ​ລົມ ​ເພື່ອ​ເສີມ​ສ້າງ​ການ​ຮ່ວມ​ມື ລະຫວ່າງ​ລັດຖະບານ​ລາວ​ກັບ​ສະຫະລັດ ​ເຢຍຣະມັນ ອັງກິດ ຝຣັ່ງ ສະຫະພາບ​ຢູ​ໂຣບ ​ແລະ​ອົງການ​ສະຫະ​ປະຊາ​ຊາດ​ຕ້ານ​ຢາ​ເສບ​ຕິດ ​ແລະ​ອາ​ຊະ​ຍາ​ກຳ (UNODC) ​ໂດຍ​ໄດ້​ມີ​ຂຶ້ນ ​ໃນ​ໂອກາດ​ວັນສັດ​ປ່າ​ໂລກ ຢູ່​ນະຄອນ​ວຽງ​ຈັນ ​ເມື່ອ​ເດືອນ​ມີນາ 2014 ທີ່​ຜ່ານ​ມາ.

ເບິ່ງລາຍງານຂອງສະຖານີໂທລະພາບແຫ່ງຊາດລາວ ກ່ຽວກັບກອງປະຊຸມນີ້:

XS
SM
MD
LG