ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ກ່າວວ່າ ເກົາຫຼີເໜືອ ​ແມ່ນ​ຢູ່​ເບື້ອງ​ຫຼັງ ການ​ລັກລອບ ​ເຈາະ​ຂໍ້​ມູນ​​ Sony Pictures


ທຸງຊາດເກົາຫຼີເໜືອ ພັດປິວຢູ່ເທິງຍອດເສົາ ຢູ່ທີ່ໝູ່ບ້ານ ການໂຄສະນາສວນເຊື່ອ Gijungdong ໃນເກົາຫຼີເໜືອ ພາບນີ້ແມ່ນຖ່າຍຢູ່ໃກ້ກັບໝູ່ບ້ານ Panmunjom ແຫ່ງການຕົກລົງຢຸດຍິງ.
ທຸງຊາດເກົາຫຼີເໜືອ ພັດປິວຢູ່ເທິງຍອດເສົາ ຢູ່ທີ່ໝູ່ບ້ານ ການໂຄສະນາສວນເຊື່ອ Gijungdong ໃນເກົາຫຼີເໜືອ ພາບນີ້ແມ່ນຖ່າຍຢູ່ໃກ້ກັບໝູ່ບ້ານ Panmunjom ແຫ່ງການຕົກລົງຢຸດຍິງ.

ລາຍງານ​ຂ່າວ​ແຈ້ງ​ວ່າ ສະຫະລັດ​ສາມາດ​ລະບຸ​ໄດ້​ວ່າ ​ເກົາຫຼີ​ເໜືອ
​ແມ່ນ​ຢູ່​ເບື້ອງ​ຫຼັງການ​ລັກລອບ​ເຈາະ​ຂໍ້​ມູນ​ບໍລິສັດ Sony Pictures
ຊຶ່ງ​ໄດ້​ຍິນ​ຍອມຕໍ່​ການ​ຂົ່ມຂູ່​ຈາກ​ພວກ​ເຈາະ​ຂໍ້​ມູນ ​ຍ້ອນຄວາມເປັນ
​ຫ່ວງ​ນຳຄວາມປອດ​ໄພ ​ແລະ​ໄດ້​ຍົກ​ເລີກ​ການນຳ​ອອກ​ສາຍ ຮູ​ບ
​ເງົາ​ເລື້ອງໜຶ່ງ ກ່ຽວ​ກັບແຜນການ ​ທີ່​ຈະ​ລອບ​ສັງຫານ​ຜູ້ນຳ​ຂອງ
​ພຽງ​ຢາງ ທ່ານ Kim Jong Un ນັ້ນ.

​ເຈົ້າໜ້າ​ທີ່​ສະຫະລັດຄົນ​ໜຶ່ງ​ ທີ່​ປະສົງ​ບໍ່ອອກ​ຊື່ ກ່າວ​ວ່າ ບັນດາ​
ນັກ​ສືບສວນ​ສອບ​ສວນ ກວດ​ພົບ​ວ່າ ​ເກົາຫຼີ​ເໜືອ​ມີ​ສ່ວນ​ກ່ຽວ
ຂ້ອງ​ກັບ​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດດັ່ງກ່າວ. ການເຈາະຂໍ້ມູນ
ຢ່າງໃຫຍ່​ຫລວງຄັ້ງນີ້​ ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ມີ​ການ​ຫົ່ວ​ໄຫລ​ອອກ​ມາ​ ຂອງ​ເອກະສານ​ຫຼາຍພັນ​ສະບັບ ​ແລະໄດ້​ທະວີຄວາມຮຸນ​ແຮງ​ຂຶ້ນ ຈົນ​ເຖິງ​ຂັ້ນມີ​ການຂົ່ມຂູ່​ ທີ່​ຈະທຳ​ການກໍ່​ການ​ຮ້າຍໂຈມ​ຕີ ຍ້ອນ​ຮູບ​ເງົາ​ເລື້ອງ “The Interview.” ຫຼື “ການ​ສຳພາດ” ນັ້ນ.

ຍັງ​ບໍ່​ມີ​ຄວາມ​ຈະ​ແຈ້ງ​ເທື່ອວ່າ ບັນດາ​ນັກ​ສືບສວນ​ສອບ​ສວນ ສາມາດ​ລະບຸການ​ພົວພັນ​ຂອງ​ເກົາຫລີ​ເໜືອ​ໄດ້​ແນວ​ໃດ ຫຼືວ່າ ທຳ​ນຽບຂາວ ຈະ​ມີ​ຄຳ​ຕອບ​ແນວ​ໃດ.

ກະຊວງ​ຄວາມ​ໝັ້ນຄົງ​ພາຍ​ໃນ​ປະ​ເທດສະຫະລັດ ກ່າວ​ວ່າ “ບໍ່​ມີ​ຂ່າວ​ສືບ​ລັບ​ທີ່​ໜ້າ​ເຊື່ອ​
ຖື​ໄດ້ ທີ່​ສະ​ແດງ​ວ່າ​ ​ໄດ້​ມີ​ການວາງ​ແຜນ​ໂຈມ​ຕີ​ພວກ​ໂຮງ​ສາ​ຍຮູບ​ເງົາຢ່າງ​ຈິງ​ຈັງ”.

ປະທານາທິບໍດີ​ ບາຣັກ ໂອ​ບາ​ມາ ​ໄດ້​ຖື​ເບົາ​ການ​ຂົ່ມຂູ່​ນັ້ນ ​ແລະ​ເວົ້າ​ວ່າ “ຄຳ​ແນະນຳ​
ຂອງ​ທ່ານ ​ກໍ​ແມ່ນ​ວ່າ ​ໃຫ້ປະຊາຊົນ​ພາກັນ​ໄປ​ເບິ່ງ ຮູບ​ເງົາ​ເລື້ອງ​ນັ້ນ.”

​ວັນ​ພຸດ​ວານ​ນີ້ ບໍລິສັດ Sony ກ່າວ​ວ່າ ຕົນ​ໄດ້​ຍົກ​ເລີກ​ໝາຍ​ກຳນົດ​ ທີ່​ຈະ​ນຳ​ເອົາ​ຮູບ​ເງົາ ​ເລື້ອງ “The Interview” ອອກ​ສາຍໃນ​ວັນ​ທີ 25 ທັນວານັ້ນ ຫຼັງຈາກ​ເຄືອໂຮງສາຍຮູບ​ເງົາ​ໃຫຍ່ໆ​ ຕັດສິນ​ໃຈ​ທີ່​ຈະ​ບໍ່ສາຍ ຮູບ​ເງົາ​ດັ່ງກ່າວ. ປັດຈຸບັນ Sony ຍັງບໍ່​ມີ​ແຜນການ ​ທີ່​ຈະ​ນຳ​ເອົາຮູບ​ເງົາ​ເລື້ອງ​ນີ້ ​ອອກສາຍ​ເທື່ອ​.

ກຸ່ມ​ເຈາະຂໍ້ມູນ​ແຮັກເກີ້ ທີ່​ເອີ້ນ​ຕົນ​ເອງ​ວ່າ ຜູ້​ພິທັກ​ສັນຕິພາບ ຫຼື Guardians of Peace
​ໄດ້​ເຜີຍ​ແຜ່​ຖະ​ແຫລ​ງການ​ໃນ​ວັນ​ອັງຄານ​ຜ່ານ​ມາ ທີ່ໃຫ້​ຄຳ​ໝັ້ນ​ສັນຍາວ່າ ຈະ​ມອບ
“ຊະ​ຕາ​ກຳ​ອັນ​ຂົ່ມ​ຂື່ນ” ​ ໃຫ້​ແກ່​ຜູ້​ທີ່​ຈະ​ໄປ​ເບິ່ງຮູບ​ເງົາເລື່ອງ “The Interview” ຫລື
“ການ​ສຳພາດ.” ນັ້ນ. ໃນຄຳ​ຖະ​ແຫລ​ງສັ້ນໆເປັນພາສາ​ອັງກິດ ທີ່​ບໍ່​ລ່ຽນ​ໄຫລ ກຸ່ມ​ແຮັກ​ເກີ້​ ດັ່ງກ່າວ​ໄດ້ເອີ່ຍ​ເຕື້ອງໄປ​ໃສ່ ການ​ໂຈມ​ຕີຕໍ່ສະຫະລັດ ເມື່ອວັນ​ທີ 11 ​ເດືອນ​ກັນຍາ ປີ
2001 ​ນັ້ນ ແລະ​ເຕືອນພວກ​ທີ່​ຈະ​ໄປ​ເບິ່ງຮູບ​ເງົາ ​“ໃຫ້​ພາກັນຢູ່ຫ່າງ​ໄກ​” ຈາກ​ໂຮ​ງສາຍ
ຮູບ​ເງົາ ທີ່ຈະເອົາເລື້ອງ​ດັ່ງກ່າວ ອອກສາຍ.

Mocking Kim Jong Un, a Serious Matter
please wait

No media source currently available

0:00 0:02:38 0:00

XS
SM
MD
LG