ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະສືບຕໍ່ ໃຫ້ການສົ່ງເສີມ ເພີ້ມມູນຄ່າການຄ້າ ແລະ ການລົງທຶນກັບລາວ


ກອງປະຊຸມປຶກສາຫາລືຮອບດ້ານ ຄັ້ງທີ 5 ລະຫວ່າງ ລາວ ກັບ ອາເມຣິກາ ທີ່ນະຄອນຫລວງວຽງຈັນ.
ກອງປະຊຸມປຶກສາຫາລືຮອບດ້ານ ຄັ້ງທີ 5 ລະຫວ່າງ ລາວ ກັບ ອາເມຣິກາ ທີ່ນະຄອນຫລວງວຽງຈັນ.

ເອກອັກຄະລັດຖະທູດຢືນຢັນ ຈະສືບຕໍ່ໃຫ້ການສົ່ງເສີມ ເພື່ອ
ເພີ້ມມູນຄ່າການຄ້າ ແລະ ການລົງທຶນ ລະຫວ່າງສະຫະລັດ
ກັບລາວ ແລະພັດທະນາການເຊື່ອມຕໍ່ກັບອາຊຽນ ແລະສາກົນ
ໃຫ້ໄດ້ຢ່າງແທ້ຈິງ.

ທ່ານ Daniel A. Clune ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ.ລາວ
ໄດ້ໃຫ້ການຢືນຢັນໃນໂອກາດການພົບປະສັງສັນ ແລະ ລ້ຽງອາຫານທ່ຽງ ປະຈຳເດືອນ
ມິຖຸນາ ຂອງສະພາການຄ້າອາເມຣິກາ (AMCHAM) ທີ່ຈັດຂຶ້ນຢູ່ບາງກອກ ໂດຍມີທ່ານ
ອຸເດດ ສຸວັນນະວົງ ຮອງປະທານສະພາການຄ້າລາວ ແລະ ທ່ານ Chris Manley
ປະທານສະພາການຄ້າອາເມຣິກາ ປະຈຳ ສປປ.ລາວ ພ້ອມດ້ວຍນັກທຸລະກິດລາວ ແລະ
ອາເມຣິກັນ 100 ກວ່າຄົນ ໄດ້ເຂົ້າຮ່ວມງານຄັ້ງນີ້ດ້ວຍນັ້ນ ວ່າການສົ່ງເສີມ ວຽກງານ
ທາງດ້ານການຄ້າ ແລະ ການລົງທຶນຂອງສະຫະລັດໃນ ສປປ.ລາວ ຖືເປັນວຽກງານສຳຄັນ
ທີ່ຈະຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ ຕາມເປົ້າໝາຍທີ່ວາງໄວ້ຢ່າງແທ້ຈິງ.

ທາງການລາວກັບສະຫະລັດ ໄດ້ລົງນາມ ໃນບັນທຶກ ຄວາມເຂົ້າໃຈ ຮ່ວມກັນ (MOU) ທີ່ວ່າດ້ວຍ ການເຊື່ອມໂຍງອາຊຽນ ແລະ ສາກົນ ລະຍະທີ 2 ຢູ່ນະຄອນຫລວງວຽງຈັນ.
ທາງການລາວກັບສະຫະລັດ ໄດ້ລົງນາມ ໃນບັນທຶກ ຄວາມເຂົ້າໃຈ ຮ່ວມກັນ (MOU) ທີ່ວ່າດ້ວຍ ການເຊື່ອມໂຍງອາຊຽນ ແລະ ສາກົນ ລະຍະທີ 2 ຢູ່ນະຄອນຫລວງວຽງຈັນ.

ທັງນີ້ໂດຍເຖິງແມ່ນວ່າ ການຄ້າ ແລະ ການລົງທຶນ ຂອງ
ສະຫະລັດໃນລາວ ຈະຍັງຄົງມີມູນຄ່າບໍ່ຫຼາຍກໍຕາມ ຫາກແຕ່
ດ້ວຍການຖືເອົາວຽກງານດັ່ງກ່າວນີ້ ເປັນບຸລິມະສິດ ໃນການ
ຈັດຕັ້ງປະຕິບັດ ຢ່າງຈິງຈັງໃນລະຍະຕໍ່ໄປນີ້ ກໍເຊື່ອວ່າ ຈະເຮັດ
ໃຫ້ມູນຄ່າການຄ້າ ແລະ ການລົງທຶນລະຫວ່າງລາວ ກັບ
ສະຫະລັດ ເພີ້ມຂຶ້ນຢ່າງແນ່ນອນ ດັ່ງທີ່ທ່ານທູດສະຫະລັດ
ປະຈຳ ສປປ.ລາວໄດ້ເນັ້ນຢ້ຳວ່າ:

"ການເພີ່ມທະວີການຄ້າ ແລະການລົງທຶນ ຂອງສະຫະລັດ
ກໍຈະແມ່ນບູລິມະສິດ ອັນນຶ່ງຄືກັນ ສຳຫລັບ ສະຫະລັດ ທີ່
ຢູ່ອັນດັບທີ 13 ໃນບັນຊີ ບັນດາຜູ້ລົງທຶນ ທັງຫຼາຍ ໃນລາວ
ແລະ ມີມູນຄ່າເທົ່າກັບແຕ່ພຽງ 1 ເປີເຊັນ ເທົ່ານັ້ນ ຂອງ
ການຄ້າ ຕ່າງປະເທດ ຂອງລາວ ແລະ ຂ້າພະເຈົ້າຈະພະຍາຍາມ ເຜີຍແຜ່ໃຫ້
ບັນດາທຸລະກິດທັງຫຼາຍ ຂອງສະຫະລັດ ໄດ້ຮູ້ຈັກກ່ຽວກັບ ໂອກາດ ໃໝ່ຕ່າງໆ ໃນລາວ ແລະ ຈະຊຸກຍູ້ ສົ່ງເສີມໃຫ້ເຂົາເຈົ້າມາລົງທຶນໃນລາວ ຫຼາຍຂຶ້ນ ກວ່າເກົ່າ."

ກ່ອນໜ້ານີ້ ທາງການລາວກັບສະຫະລັດ ໄດ້ລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມກັນ (MOU) ທີ່ວ່າດ້ວຍການເຊື່ອມໂຍງອາຊຽນແລະສາກົນລະຍະທີ 2 ຊຶ່ງໄດ້ຈັດຂຶ້ນ ຢ່າງເປັນທາງການ ເມື່ອບໍ່ນານມານີ້ ຢູ່ນະຄອນຫລວງວຽງຈັນ ໂດຍເປັນການ ລົງນາມ ຮ່ວມກັນ ລະຫວ່າງທ່ານສຽວສະຫວາດ ສະແຫວງສຶກສາ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳແລະການຄ້າຂອງລາວ ກັບທ່ານ Daniel Clune ແລະ ທ່ານ Michael Yates ຫົວໜ້າອົງການພັດທະນາສາກົນ ຂອງສະຫະລັດອາເມຣິກາ (USAID) ປະຈຳພາກພື້ນເອເຊຍຕະເວັນອອກ.

ໂດຍພາຍໃຕ້ບົດບັນທຶກຄວາມເຂົ້າໃຈສະບັບນີ້ ອົງການ USAID ໄດ້ສະໜັບສະໜຸນເງິນ ໃນມູນຄ່າລວມ 9 ລ້ານດອນລາ ຊຶ່ງແບ່ງເປັນ 8 ລ້ານ 5 ແສນດອນລາ ສຳຫລັບໂຄງການ ຮ່ວມມືດ້ານການເຊື່ອມໂຍງອາຊຽນ ແລະ ສາກົນ ທີ່ມີເປົ້າໝາຍ ໃຫ້ການສະໜັບສະໜຸນ ປະເທດລາວເພື່ອບັນລຸພັນທະຕ່າງໆ ໃນການເຂົ້າເປັນສະມາຊິກ ໃນອົງການການຄ້າໂລກ
(WTO) ແລະ ປະຕິບັດຂໍ້ຜູກພັນ ໃນການກ້າວໄປເປັນປະຊາຄົມ ເສດຖະກິດ ອາຊຽນ ພາຍໃນທ້າຍປີ 2015 ຕໍ່ໄປ.

ສ່ວນອີກ 5 ແສນດອນລານັ້ນ ເປັນການປະກອບສ່ວນ ເຂົ້າໃນກອງທຶນ ຊ່ວຍເຫລືອຫຼ້າ ຫຼາຍຝ່າຍ ທີ່ອົງການ USAID ໄດ້ຮ່ວມມືກັບທະນາຄານໂລກ ແລະ ອົງການສາກົນ ໃຫ້ການຊ່ວຍເຫລືອລາວ ເຂົ້າໃນການພັດທະນາ ທາງການຄ້າລະຍະທີ 2 ເຊັ່ນດຽວກັນ ຊຶ່ງລວມເຖິງການ ຊ່ວຍເຫລືອໃນການຈັດຕັ້ງ ປະຕິບັດ ບັນດາຄວາມຮຽກຮ້ອງ ຕ້ອງການ ຕ່າງໆ ພາຍໃຕ້ສັນຍາການຄ້າທັງລະຫວ່າງລາວກັບສະຫະລັດ ແລະສາກົນດ້ວຍ ໂດຍຜົນ ສຳເລັດທີ່ຜ່ານມາ ກໍຄືການຊຸກຍູ້ໃຫ້ລາວໄດ້ເປັນສະມາຊິກຂອງ WTO ໃນປີ 2012 ນັ້ນເອງ.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງອຸດສາຫະກຳ ແລະການຄ້າ ຂອງລາວ ກໍຍອມຮັບວ່າ ບັນຫາໜຶ່ງທີ່ຍັງເປັນອຸປະສັກ ຕໍ່ການຂະຫຍາຍການຄ້າຂອງລາວ ໃນ ລະດັບ ສາກົນໃນປັດຈຸບັນ ກໍຄືການດຳເນີນ ມາດຕະການຄຸ້ມຄອງ ຊັບສິນທາງປັນຍາ ໃນລາວ ຍັງບໍ່ເປັນທີ່ຍອມຮັບຂອງສາກົນ ໂດຍສະມາຄົມຄຸ້ມຄອງ ຊັບສິນທາງປັນຍາ ອາຊຽນ (ASEAN Intellectual Property Association) ໄດ້ຈັດໃຫ້ລາວ ເປັນປະເທດ ໜຶ່ງ ທີ່ມີການ ລະເມີດຊັບສິນ ທາງປັນຍາຫຼາຍທີ່ສຸດ.

ທັງນີ້ໂດຍເຖິງແມ່ນວ່າ ປະທານປະເທດລາວ ຈະໄດ້ອອກລັດຖະດຳລັດ ເພື່ອປະກາດ ບັງຄັບໃຊ້ ກົດໝາຍວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງໃໝ່) ຢ່າງເປັນທາງການ ນັບຕັ້ງແຕ່ວັນທີ 16 ມັງກອນ 2012 ເປັນຕົ້ນມາແລ້ວກໍຕາມ ຫາກແຕ່ວ່າ ທາງການລາວ ກໍຍັງບໍ່ມີມາດຕະການ ປ້ອງກັນ ແລະ ປາບປາມ ການລະເມີດຊັບສິນ ທາງປັນຍາ ທີ່ມີ ປະສິດທິພາບເລີຍ ຈົນເຖິງທຸກມື້ນີ້.

XS
SM
MD
LG