ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ໃຫ້ການຊ່ວຍເຫຼືອລາວ ເພື່ອຕໍ່ຕ້ານ ການຄ້າ ຢາເສບຕິດ


ທາງການສະຫະລັດ ໃຫ້ການຊ່ວຍເຫຼືອທາງການລາວ ເພື່ອການພັດທະນາ ປັບປຸງລະບົບ ການບັງຄັບໃຊ້ ກົດໝາຍ ກ່ຽວກັບຢາເສບຕິດ.
ທາງການສະຫະລັດ ໃຫ້ການຊ່ວຍເຫຼືອທາງການລາວ ເພື່ອການພັດທະນາ ປັບປຸງລະບົບ ການບັງຄັບໃຊ້ ກົດໝາຍ ກ່ຽວກັບຢາເສບຕິດ.

ທາງການສະຫະລັດ ໃຫ້ການຊ່ວຍເຫຼືອທາງການລາວ ເພື່ອ
ການພັດທະນາປັບປຸງລະບົບ ການບັງຄັບໃຊ້ກົດໝາຍ ຕໍ່ຜູ້ກະ
ທຳຄວາມຜິດ ກ່ຽວກັບຢາເສບຕິດ ໃຫ້ມີປະສິດທິພາບສູງຂຶ້ນ.

ການລົງນາມ ໃນຂໍ້ຕົກລົງ ວ່າດ້ວຍການພັດທະນາ ປັບປຸງລະ
ບົບ ການບັງຄັບໃຊ້ກົດໝາຍ ຕໍ່ບັນດາຜູ້ກະທຳຄວາມຜິດກ່ຽວ
ກັບຢາເສບຕິດໃນລາວ ໄດ້ມີຂຶ້ນເມື່ອບໍ່ນານມານີ້ຢູ່ທີ່ນະຄອນ
ຫລວງວຽງຈັນ ໂດຍມີທ່ານກຸ ຈັນສີນາ ປະທານຄະນະກຳມະ
ການກວດກາ ແລະຄວບຄຸມຢາເສບຕິດແຫ່ງຊາດລາວ ແລະ
ທ່ານ Daniel Clune ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳ ສປປ.ລາວ ເປັນ ປະທານໃນພິທີຮ່ວມກັນ.

ສູນບຳບັດຄົນຕິດຢາ ແຫ່ງນຶ່ງ ກໍໄດ້ຮອງຮັບເຍົາວະຊົນທີ່ຕິດຢາ ຈຳນວນຫຼາຍພໍສົມຄວນ.
ສູນບຳບັດຄົນຕິດຢາ ແຫ່ງນຶ່ງ ກໍໄດ້ຮອງຮັບເຍົາວະຊົນທີ່ຕິດຢາ ຈຳນວນຫຼາຍພໍສົມຄວນ.

ໂດຍການຕົກລົງໃນຄັ້ງຫຼ້າສຸດນີ້ ກໍຍັງລວມເຖິງການຊ່ວຍເຫຼືອ
ເພື່ອຍົກລະດັບປະສິດທິພາບ ໃນການບຳບັດຜູ້ຕິດຢາເສບຕິດ
ຢູ່ສູນບຳບັດຕ່າງໆ ທັງໃນເຂດນະຄອນຫລວງວຽງຈັນ ແລະ
ຕ່າງແຂວງ ທົ່ວປະເທດລາວອີກດ້ວຍ ທັງນີ້ ໂດຍຖືເປັນໂຄງ
ການຕໍ່ເນື່ອງ ທີ່ທາງການສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອ
ແກ່ລາວ ນັບຕັ້ງແຕ່ປີ 1989 ເປັນຕົ້ນມາ ແລະຈົນເຖິງປັດຈຸບັນ
ນີ້ ກໍປາກົດວ່າສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ໃນ
ການແກ້ໄຂບັນຫາ ກ່ຽວກັບຢາເສບຕິດນີ້ ຄິດເປັນມູນຄ່າລວມ
ເຖິງ 45 ລ້ານ ດອນລາແລ້ວ.

ສຳຫລັບການຊ່ວຍເຫຼືອໃນຄັ້ງຫຼ້າສຸດນີ້ ກໍມີມູນຄ່າລວມ 450,000
ດອນລາ ໂດຍແບ່ງເປັນການຊ່ວຍເຫຼືອ ເພື່ອການພັດທະນາປັບປຸງລະບົບການບັງຄັບ
ໃຊ້ກົດໝາຍ ໃນມູນ ຄ່າ 150,000 ດອນລາ ແລະ ການຍົກລະດັບປະສິດທິພາບ ໃນການ
ບຳບັດຜູ້ຕິດ ຢາເສບຕິດ ໃນມູນຄ່າ 300,000 ດອນລາໂດຍພ້ອມກັນນີ້ ສະຫະລັດ ກໍຍັງ
ໄດ້ສົມທົບທຶນ ໃນມູນຄ່າ 200,000 ດອນລາ ເພື່ອໃຫ້ອົງການອະນາໄມໂລກ ແລະ ອົງການ ຄວບຄຸມຢາເສບຕິດ ແລະອາຊະຍາກຳແຫ່ງສະຫະປະຊາຊາດ ນຳໃຊ້ໃນການບຳ ບັດຜູ້ຕິດ ຢາເສບຕິດໃນລາວດ້ວຍ.

ທາງດ້ານທ່ານກຸ ກໍໄດ້ຖະແຫລງຍອມຮັບວ່າ ການຊົມໃຊ້ ແລະລັກລອບຄ້າຢາເສບຕິດ ໄດ້ເປັນບັນຫາ ທີ່ມີລະດັບຄວາມຮຸນແຮງ ເພີ້ມຂຶ້ນຢ່າງຕໍ່ເນື່ອງທັງໃນຕົວເມືອງ ແລະເຂດ
ຊົນນະບົດຂອງລາວ ຊຶ່ງເຫັນໄດ້ຈາກການຈັບກຸມ ແກ້ງຄ້າຢາເສບຕິດໄດ້ເຖິງ 2,140 ຄົນ
ຈາກ 1,581 ກໍລະນີໃນຮອບ 1 ປີ ທີ່ຜ່ານມາ.

ໂດຍໃນການຈັບກຸມດັ່ງກ່າວ ກໍສາມາດຢຶດຢາບ້າໄດ້ຫຼາຍກວ່າ 3 ລ້ານ 8 ແສນເມັດ
ເຮໂຣອີນ 238 ກິໂລກຣາມ ມໍລ໌ຟີນ 83 ກິໂລກຣາມ ຝິ່ນດິບ 47 ກິໂລກຣາມ ກັນຊາແຫ້ງ
ຫຼາຍກວ່າ 1,480 ກິໂລກຣາມ ແລະຢາໄອຊ໌ 22 ກິໂລກຣາມ ສ່ວນທີ່ຖືວ່າເປັນສະພາບ
ການ ທີ່ໜ້າເປັນຫ່ວງ ຫຼາຍກວ່າໃນປີ 2013 ນັ້ນ ກໍແມ່ນ ຈຳນວນ ຜູ້ກະທຳຄວາມຜິດ ທີ່
ຈັບກຸມໄດ້ເພີ້ມຂຶ້ນ ຊຶ່ງກໍເປັນຜົນ ທີ່ສືບເນື່ອງມາຈາກ ການທີ່ທາງການລາວ ໄດ້ດຳເນີນ
ມາດຕະການ ເພື່ອການປາບປາມບັນດານັກລັກລອບຂົນສົ່ງ ແລະຄ້າຢາເສບຕິດ ໃນລາວ
ໃນລະດັບທີ່ເຂັ້ມງວດຫຼາຍຂຶ້ນ ລວມທັງຍັງໄດ້ ທຳການຈັບກຸມຄຸມຂັງ ແລະລົງໂທດ ຕໍ່ຜູ້
ກະທຳຄວາມຜິດ ໃນຂັ້ນສູງສຸດ ທີ່ກຳໜົດໄວ້ໃນກົດໝາຍອີກດ້ວຍ.

ຍິ່ງໄປກວ່ານັ້ນ ການດຳເນີນມາດຕະການດັ່ງກ່າວນີ້ ກໍຍັງໄດ້ມີ ການນຳໃຊ້ ຕໍ່ບັນດາ
ເຍົາວະຊົນ ທີ່ຕິດຢາ ຫຼືເປັນນັກຄ້າຢາເສບຕິດ ລາຍຍ່ອຍ ທີ່ເຄີຍຖືກຈັບກຸມ ແລະຜ່ານ
ການສຶກສາອົບຮົມມາແລ້ວ ແຕ່ກໍຍັງບໍ່ມີການປະພຶດຕົວໃຫ້ດີຂຶ້ນ ແຕ່ຢ່າງໃດ ດັ່ງທີ່ ເຈົ້າ
ໜ້າທີ່ ຝ່າຍປາບປາມຢາເສບຕິດຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ພວກຢາບ້າມັນກໍພົບຄວາມຫຍຸ້ງຍາກ ບາງຄົນກະເອົາໄປດັດສ້າງ ບາງຄົນ ກໍເອົາ
ໄປດຳເນີນຄະດີຫຼາຍຄັ້ງ ອອກມາ ກໍບໍ່ມີການປ່ຽນແປງ ພວກນີ້ນິ ຖ້າເຫັນນີ້ ຈະດຳ
ເນີນການຈັບກຸມໂລດ ເພາະວ່າມັນມີການກະທຳຜິດແລ້ວ.”

ສ່ວນສູນບຳບັດຄົນຕິດຢາທັງ 9 ແຫ່ງກໍໄດ້ຮອງຮັບເຍົາວະຊົນທີ່ຕິດຢາ ຈຳນວນທັງໝົດ
6,600 ກວ່າຄົນ ແຕ່ເກີນກວ່າ 60 ເປີເຊັນ ທີ່ຜ່ານການບຳບັດໄປແລ້ວນັ້ນ ໄດ້ກັບຄືນໄປ
ເສບຢາອີກເທື່ອໃໝ່ ຈຶ່ງເຊື່ອວ່າໃນປີ 2014 ນີ້ ຈະມີເຍົາວະຊົນລາວ ຕິດຢາບ້າ ເພີ້ມຂຶ້ນ
ເປັນຫຼາຍກວ່າ 1 ແສນຄົນຢ່າງແນ່ນອນ.

XS
SM
MD
LG