ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຜິດພາດ ຫຼາຍຢ່າງ ນຳໄປສູ່ ການໂຈມຕີ ໃສ່ໂຮງໝໍ ຢູ່ ອັຟການິສຖານ


Pentagon: 'We Failed to Meet Own Expectations' in Kunduz Strike
please wait

No media source currently available

0:00 0:02:06 0:00

ເຈົ້າໜ້າທີ່ທະຫານຂັ້ນສູງ ອອກຖະແຫຼງການ ຫຼັງຈາກການລາຍງານ ກ່ຽວກັບ ການໂຈມຕີທີ່ຮ້າຍແຮງ ໃສ່ໂຮງໝໍໃນເມືອງ Kunduz, ອັຟການິສຖານ.

ກຳລັງສະຫະລັດ ໄດ້ລະບຸເປົ້າໝາຍຜິດ ທີ່ເມືອງ Kunduz ປະເທດ ອັຟການິສຖານ ເມື່ອເດືອນທີ່ຜ່ານມາ ທີ່ສົ່ງຜົນໃຫ້ມີການໂຈມຕີ ທາງອາກາດ ຢ່າງຜິດພາດໃສ່ໂຮງໝໍແຫ່ງໜຶ່ງ ທີ່ໄດ້ເຮັດໃຫ້ມີຄົນ ເສຍຊີວິດຢ່າງໜ້ອຍ 30 ຄົນ, ສ່ວນໃຫຍ່ແມ່ນທ່ານໝໍ ແລະ ຄົນ ເຈັບ, ອີງຕາມການສືບສວນຂອງກອງທັບ ສະຫະລັດ.

ນາຍພົນທະຫານບົກ ທ່ານ John Campbell, ຜູ້ບັນຊາການທະ ຫານສະຫະລັດ ແລະ ກຳລັງ​ນາໆ​ຊາດໃນ ອັຟການິສຖານ ໄດ້ກ່າວ ໃນວັນພຸດວານນີ້ວ່າ ທະຫານ ອັຟການິສຖານ ໄດ້ຂໍການສະໜັບ ສະໜູນທາງອາກາດຈາກ ສະຫະລັດ ເພື່ອໂຈມຕີອາຄານຄຸ້ມ​ຄອງຄວາມປອດໄພ ທີ່ເຊື່ອວ່າໄດ້ຖືກຍຶດໂດຍນັກຮົບ ຕາລີບານ. ອີງຕາມບົດລາຍງານ​ແລ້ວ ພວກ​ພະນັກງານ​ປະຈຳເຮືອບິນ AC-130 ໃນກົງກັນຂ້າມໄດ້ຍິງ ລູກປືນ 211 ນັດໃສ່ໂຮງໝໍທີ່ປະຕິບັດງານໂດຍ ອົງການແພດບໍ່ມີພົມແດນ ຫຼື MSF ທີ່ຕັ້ງຢູ່ 450 ແມັດຫ່າງອອກໄປ.

ທ່ານ Campbell ໄດ້ກ່າວໃນນະຄອນຫຼວງ ກາບູລ ວ່າ “ນີ້ແມ່ນຄວາມຜິດພາດທີ່ເສົ້າສະ ຫຼົດໃຈ, ນີ້ແມ່ນຕົວຢ່າງຂອງຄວາມຜິດພາດທາງດ້ານການປະຕິບັດການ ແລະ ມະນຸດ. ມັນແມ່ນຜົນທີ່ຕາມມາໂດຍກົງຈາກຄວາມຜິດພາດຂອງມະນຸດ ທີ່ສາມາດຫຼີກລ່ຽງໄດ້.”

ອີງຕາມທ່ານ Campbell ມີຫຼາຍປັດໄຈທີ່ໄດ້ປະກອບສ່ວນພາ​ໃຫ້​ເກີດຄວາມຜິດພາດ, ນັກ ບິນໄດ້ຖືກປ່ອຍໃຫ້ບິນໄວກວ່າໜຶ່ງຊົ່ວໂມງຕາມທີ່ໄດ້ວາງແຜນໄວ້, ໂດຍຂາດການ​ໄດ້ຮັບຂໍ້ ມູນທີ່ປົກກະຕິ​ເຊິ່ງຈະລວມມີການລະບຸເຂດຫ້າມການຍິງໂຈມຕີ ເຊັ່ນໂຮງໝໍ MSF. ໃນເມື່ອ ເຮືອ ບິນຂຶ້ນແລ້ວ, ລະບົບເອເລັກໂທຣນິກຂອງເຮືອບິນບໍ່ສາມາດ ເຮັດວຽກໄດ້ປົກກະຕິ, ມັນຈະລົບລ້າງຄວາມສາມາດຂອງ ນັກບິນໃນການສົ່ງວິດີໂອ, ສົ່ງແລະໄດ້ຮັບອີເມລ, ຫຼື ສົ່ງ ແລະ ຮັບຂໍ້ຄວາມທາງເອເລັກໂທຣນິກ.

ທ່ານ Campbell ໄດ້ກ່າວວ່າ ແລ້ວນັກບິນກໍໄດ້ເຊື່ອວ່າ ມັນເປັນເປົ້າໝາຍຂອງການຍິງລູກ ສອນໄຟ, ດັ່ງນັ້ນ ພວກເຂົາຈິ່ງໄດ້ເຄື່ອນຍ້າຍອອກຈາກໄລຍະການຍິງທີ່ປົກກະຕິຂອງເຮືອ ບິນ, ເຮັດໃຫ້ຄວາມແມ້ນຢຳຂອງລະລົບແນເປົ້າໝາຍຫຼຸດຕ່ຳລົງ. ການສູນເສຍຄວາມແມ້ນຢຳ ໄດ້ປະກົດວ່າຈະເປັນສາເຫດເຮັດໃຫ້ການປະສານງານຂອງເປົ້າໝາຍພວກຕາລີບານ ໄປຕົກ ໃສ່ດິນເປົ່າວ່າງ. ນັກບິນແນມເຫັນເປົ້າໝາຍທີ່​ຕັ້ງຢູ່ ເຊິ່ງເປັນອາຄານທີ່ “ໃກ້ທີ່ສຸດ, ໃຫຍ່ທີ່ ສຸດ" ຢູ່ໃນດິນເປົ່າວ່າງດັ່ງກ່າວ ແລະ ຄິດວ່າໃນແມ່ນເປົ້າໝາຍ ແລະ ກໍຍິງໃສ່ມັນ.

Afghan Hospital Attack
please wait

No media source currently available

0:00 0:01:49 0:00

XS
SM
MD
LG