ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດຄວາມວຸ້ນວາຍ ໃນໂອກາດ ວັນຄົບຮອບນຶ່ງປີ ທີ່ເມືອງ Ferguson ລັດ Missouri


ຕຳຫຼວດໄດ້ຈັບຫຼາຍໆຄົນ ໃນຄືນແລ້ວນີ້ ທີ່ເມືອງ Ferguson
ລັດ Missouri ຊຶ່ງຍັງສືບຕໍ່ເປັນຈຸດຮ້ອນຮົນ ນຶ່ງປີ ຫຼັງຈາກຕຳ
ຫຼວດຜິວຂາວ ໄດ້ຍິງທ້າວ Michael Brown ໜຸ່ມນ້ອຍຜິວດຳ
ທີ່ບໍ່ມີອາວຸດ ເຖິງແກ່ຄວາມຕາຍ.

ການປະກາດພາວະສຸກເສີນ ຂອງເຈົ້າໜ້າທີ່ ບໍ່ໄດ້ປ້ອງກັນບໍ່
ໃຫ້ມີການປະທະກັນຕື່ມອີກລະຫວ່າງພວກປະທ້ວງ ແລະຕຳ
ຫຼວດໃນຄືນທີສອງຂອງຄວາມວຸ້ນວາຍ ຢູ່ໃນເຂດຊານເມືອງ
ຂອງນະຄອນ St. Louis ນັ້ນ.

ຕົກມາຮອດຕອນກາງຄືນ ພວກປະທ້ວງຫລາຍສິບຄົນ ບໍ່ພາ
ກັນຟັງຄຳສັ່ງຂອງຕຳຫຼວດທີ່ບອກພວກເຂົາເຈົ້າບໍ່ໃຫ້ເຂົ້າໄປໃນຫົນທາງແລະຢຸດການສັນ ຈອນໄປມາ ທີ່ຖະໜົນ West Flourissant ຊຶ່ງເປັນທີ່ໄດ້ເກີດການຈະລາຈົນແລະບຸກເຂົ້າ ລັກເອົາເຄື່ອງເອົາຂອງເມື່ອປີກາຍນີ້.

Ferguson Anniversary
please wait
Embed

No media source currently available

0:00 0:01:15 0:00

ໃນຂະນະທີ່ຄວາມວຸ້ນວາຍ ໄດ້ເກີດຂຶ້ນ ເນື່ອງໃນໂອກາດວັນຄົບຮອບ ຂອງການຍິງທ້າວ Michael Brown ຕາຍ ບາງຄົນທີ່ຢູ່ໃນກຸ່ມພວກປະທ້ວງ ບໍ່ໄກປານໃດຈາກບ່ອນທີ່ລາວ ຖືກຍິງນັ້ນ ຮູ້ສຶກວ່າການຕື່ນຕົວນີ້ ແມ່ນເກີດຈາກເຫດຮ້າຍ ທີ່ໄດ້ມອບໝາຍອຳນາດ ໃຫ້ ພວກເຂົາເຈົ້າ.

ອະດີດຊາວເມືອງ Ferguson ຄົນນຶ່ງ ທີ່ມີຊື່ວ່າ Mal Stiff ກ່າວວ່າ “ເຂົາເຈົ້າເວົ້າວ່າ ສິ່ງ ທີ່ພວກເຮົາເຮັດຢູ່ນີ້ແມ່ນເກີນຂອບເຂດ ແຕ່ການຕາຍຂອງ Michael Brown ແມ່ນໄດ້ ນຳເອົາປັນຫາທີ່ຖືກຊຸກເຊື່ອງໄວ້ບໍ່ໃຫ້ຄົນຮູ້ນຳອອກມາໃຫ້ເຫັນ ດັ່ງນັ້ນຂ້ອຍຈຶ່ງມັກຫຼາຍ ມັນເປັນການກະທຳທີ່ມີອຳນາດ.”

ສ່ວນນາງ Tiffany Shawn ຊາວເມືອງ St. Louis ເວົ້າວ່າ “ມີຫຼາຍສິ່ງຫຼາຍຢ່າງໄດ້ປ່ຽນ ແປງໄປ ຢູ່ໃນຈິດໃຈຂອງຜູ້ຄົນເຊັ່ນຈິດໃຈຂອງພວກນັກເຄື່ອນໄຫວ ພວກປະທ້ວງ ຜູ້ຄົນ ທີ່ໄດ້ຮັບການປ່ຽນແປງຢ່າງແທ້ຈິງ. ມີຫຼາຍສິ່ງຫຼາຍຢ່າງໄດ້ປ່ຽນແປງໄປກັບພວກເຂົາເຈົ້າ ຄືກັນກັບພວກເຮົາຫຼາຍໆຄົນໄດ້ພາກັນຕື່ນຕົວ ທີ່ພວກເຮົາບໍ່ສາມາດແມ່ນກະທັງວາດມະ
ໂນພາບໄວ້.”

ແຕ່ໃນການປ່ຽນແປງຫຼາຍໆຢ່າງດັ່ງທີ່ນາງ Tiffany Shawn ດີໃຈນຳນັ້ນ ນາງກໍເວົ້າວ່າ
ຍັງມີຫລາຍໆຢ່າງທີ່ຍັງຢູ່ຄືເກົ່າບໍ່ປ່ຽນແປງ.

ນາງເວົ້າວ່າ “ບໍ່ມີຫຍັງປ່ຽນແປງຫຼາຍ ໃນການປະຕິບັດຂອງຕຳຫຼວດຕໍ່ພວກເຮົາ ແລະປະ ພຶດຕໍ່ພວກເຮົາ. ບໍ່ມີຫຍັງປ່ຽນແປງຫຼາຍເມື່ອເວົ້າເຖິງເລື້ອງນີ້.

Violence Erupts on Ferguson Shooting Anniversary
please wait

No media source currently available

0:00 0:02:01 0:00

XS
SM
MD
LG