ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍານອາວະກາດບໍ່ມີນັກບິນ ລຳລຽງສຳພາລະ ໄປສົ່ງໃຫ້ ສະ​ຖານີ​ອາ​ວະ​ກາດ ນາໆ​ຊາດ (ວີດີໂອ)

ບໍລິສັດ Orbital Sciences Corporation ຍິງຈະຫລວດ Antares ນຳສົ່ງຍານອາວະກາດ Cygnus ໄປສູ່ສະຖານີອາວະກາດນາໆຊາດ ຈາກ​ຖານສົ່ງ​​ NASA's Wallops Flight Facility ທີ່ເກາະ Wallops ຂອງ​ລັດ Virginia ເມື່ອ​ຕອນ​ກາງ​ເວັນ​ຂອງ​ວັນ​ທີ 13 ກໍລະກົດ 2014.

ບໍລິສັດ​ເອກະ​ຊົນ​ຂອງ​ສະຫະລັດບໍລິສັດ​ນຶ່ງ ​ໄດ້ສົ່ງຍານອາ​
ວະ​ກາດ​ຂົນ​ສົ່ງ ທີ່​ບໍ່​ມີ​ນັກ​ບິນ ຂຶ້ນ​ສູ່​ອາ​ວະ​ກາດ ​ເພື່ອ​ລຳລຽງ​
ສະບຽງ​ ໄປ​ໃຫ້ບັນດາ​ນັກ​ອາ​ວະ​ກາດ ທີ່​ອາໄສຢູ່ເທິງສະ​ຖານີ​
ອາ​ວະ​ກາດນາໆ​ຊາດ.

ບໍ​ລິ​ສັດ Orbital Sciences Corporation ​ໄດ້ສົ່ງຍານ​
ອາ​ວະ​ກາດຂົນ​ສົ່ງ​ Cygnus ຂຶ້ນ​ໄປ ພ້ອມ​ກັບຈະ​ຫລວດ
Antares​ ທີ່​ຍິງ​ຂຶ້ນ​ຈາກ​ຖານສົ່ງ ທີ່ເກາະ Wallops ຂອງ
​ລັດ Virginia ເມື່ອ​ຕອນ​ກາງ​ເວັນ​ຂອງ​ວັນ​ອາທິດ​ວານ​ນີ້.

ຍານ​ອາ​ວະ​ກາດ​ດັ່ງ​ກ່າວ ບັນຈຸ​ດ້ວຍອາຫານ ​ອຸບປະກອນ
ການ​ທົດ​ລອງ​ທາງວິທະ​ສາດ​ ​ແລະ​ເຄື່ອງ​ມືຕ່າງໆ ລວມທັງ​ໝົດ​ 1,600 ກິ​ໂລກຣາມ.

ການ​ສົ່ງຂຶ້ນ​ໄປ​ຄັ້ງ​ນີ້ ​ແມ່ນ​ຄັ້ງທີ 2 ຂອງ​ພາລະກິດທັງ​ໝົດ 8 ຄັ້ງ ຂອງບໍລິສັດ​ດັ່ງ​ກ່າວ ທີ່​ໄດ້​
ທຳ​ສັນຍາ​ກັບ ອົງການການບິນ​ແລະ​ອາ​ວະ​ກາດ​ແຫ່ງ​ຊາດ ຫລື NASA ຂອງ​ສະຫະລັດ.

ຄາດ​ວ່າ ຍານ​ອາ​ວະ​ກາດ Cygnus ​ຈະ​ໄປ​ຮອດ​ສະຖານີ​ອາ​ວະ​ກາດ ​ໃນ​ວັນ​ພຸດ​ຈະ​ມາ​ເຖິງ​ນີ້.

US SPACE STATION LAUNCH VO
please wait

No media source currently available

0:00 0:01:17 0:00

XS
SM
MD
LG