ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

7 ປະເທດ ໃນ​ຢູ​ໂຣບ ​ຕົກລົງ​ ຈະຮ່ວມ​ກັບ ​ສຫລ ຈັດ​ຫາ ອາວຸດ ໃຫ້​ແກ່​ ຊາວ​ເຄີ​ດສ໌ (ສະໄລດ໌/ວີດີໂອ)


ກຳລັງ Peshmerga ຂອງຊາວເຄີດສ໌ ເຂົ້າຮ່ວມ ການປະຕິບັດງານ ຕໍ່ຕ້ານພວກຫົວຮຸນແຮງ ລັດອິສລາມ ຢູ່ທີ່ບ້ານນອກແຫ່ງນຶ່ງ ໃນແຂວງ Nineveh ໃກ້ໆກັບເຂດຊາຍແດນ ຂອງເມືອງ Dohuk ໃນອີຣັກ, ວັນທີ 9 ສິງຫາ 2014.
ກຳລັງ Peshmerga ຂອງຊາວເຄີດສ໌ ເຂົ້າຮ່ວມ ການປະຕິບັດງານ ຕໍ່ຕ້ານພວກຫົວຮຸນແຮງ ລັດອິສລາມ ຢູ່ທີ່ບ້ານນອກແຫ່ງນຶ່ງ ໃນແຂວງ Nineveh ໃກ້ໆກັບເຂດຊາຍແດນ ຂອງເມືອງ Dohuk ໃນອີຣັກ, ວັນທີ 9 ສິງຫາ 2014.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Chuck Hagel
ກ່າວ​ວ່າ 7 ລັດຖະບານໃນ​ຢູ​ໂຣບ ​ໄດ້​ຕົກລົງ​ ທີ່​ຈະ​ຮ່ວມ​ກັບ​
ສະຫະລັດ ຈັດ​ຫາ ອາວຸດໃຫ້​ແກ່ ກ​ອງກຳລັງ​ຂອງ​ຊາວ​ເຄີ​ດສ໌
ທີ່​ພວມ​ຕໍ່​ສູ້​ກັບ ພວກ​ຫົວ​ຮຸນ​ແຮງ​ຈັດຈາກ​ກຸ່ມ​ລັດ​ອິສລາມ ​ໃນ
​ພາກ​ເໜືອຂອງ​ອີຣັກນັ້ນ​.

ຄຳ​ຖະ​ແຫລ​ງສະບັບ​ນຶ່ງ​ຈາກ​ທຳນຽບຫ້າ​ແຈ ​ໃນ​ວັນ​ອັງຄານ​
ວານ​ນີ້ ​ເວົ້າ​ວ່າ ອັງກິດ ກາ​ນາ​ດາ ອາລ​ເບ​ເນຍ ​ແລະ​ໂຄຣ​ເຊຍ
ຈະ​ສົມທົບ​ກັບ ປະເທດ​ເດັນ​ມາກ ອີ​ຕາ​ລີ ກັບ​ຝຣັ່ງ ໃນ​ການ
ສະໜອງ​ອາວຸດ ​ແລະ​ອຸປະກອນທີ່​ຕ້ອງການ​ຢ່າງ​ຮີບ​ດ່ວນ​ນັ້ນ
​ໃຫ້​ແກ່​ຊາວ​ເຄີ​ດສ໌.

ພວກ​ນັກ​ລົບທີ່​ຕໍ່ສູ້​ເພື່ອ​ສາ​ສະໜາ ​ຂອງ​ກຸ່ມລັດ​ອິສລາມ ​ໄດ້​ເຂົ້າ​ຍຶດ​ເອົາ​ຫລາຍໆ​ເຂດ​ອັນ​
ກ້ວາງ​ໃຫຍ່ ​ໃນ​ພາກ​ເໜືອ​ແລະ​ພາກ​ຕາ​ເວັນ​ອອກ​ຂອງ ອີຣັກ​ ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ.
​ເມື່ອ​ຕົ້ນ​ເດືອ​ນນີ້ ພວກ​ເຂົາ​ໄດ້ໂຈມ​ຕີ​ແລະຂັບ​ໄລ່​ກຳລັງ​ຂອງ​ຊາວ​ເຄີ​ດສ໌ ​ໃຫ້​ຖອຍ​ກັບ​ຄືນ
​ໄປຍັງ​ເມືອງ​ຫລວງ Irbil ຂອງ​ເຂດ Kurdistan ຂອງ​ເຂົາ​ເຈົ້າ.

​ໃນ​ວັນ​ອັງຄານ​ວານ​ນີ້​ເຊັ່ນ​ກັນ ທ່ານ Massoud Barzani ຜູ້ນຳຊາວ​ເຄີ​ດສ໌ ກໍ​ຄືຫົວໜ້າ
ແຄວ້ນ Kurdistan ຂອງ​ອີຣັກ ທີ່​ມີ​ສິດ​ປົກຄອງ​ຕົນ​ເອງ​ເຄິ່ງນຶ່ງ​ນັ້ນ ​ໄດ້​ພົບ​ປະ​ກັບ​ທ່ານ
Mohammad Javad Zarif ລັດຖະມົນຕີ​ຕ່າງປະ​ເທດ​ອິຣ່ານ.

​ໃນ​ການ​ຖະ​ແຫລ​ງຢູ່​ຄຽງ​ຂ້າງ​ນັກ​ການ​ທູດ​ອິຣ່ານ ຢູ່​ເມືອງ Irbil ນັ້ນ Mr. Barzani ​ເວົ້າ​ວ່າ ອິຣ່ານ​ແມ່ນ​ເປັນ​ປະ​ເທດ​ທຳ​ອິດ ທີ່​ສະໜອງ​ການ​ຊາວ​ຍ​ເຫລືອ​ທາງ​ທະຫານ ​ໃຫ້​ແກ່​ພວກ​ນັກ​ລົບ​ຊາວ​ເຄີ​ດສ໌ ນັບ​ຕັ້ງ​ແຕ່​ກຸ່ມ​ລັດ​ອິສລາມ ​ໄດ້​ເປີດ​ສາກ​ທຳ​ການ​ໂຈມ​ຕີ ​ເປັນ​ຕົ້ນ​ມາ.

IRAQ VOSOT
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG