ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຮືອບິນລົບ ຣັດເຊຍ ບິນເຂົ້າໃກ້ ເຮືອບິນສອດແນມ ສຫລ ພຽງແຕ່ ຫ້າແມັດ


ເຮືອບິນສອດແນມ A RC-135 ຂອງສະຫະລັດ ທີ່ສະແດງໃຫ້ເຫັນຢູ່ໃນຮູບພາບນີ້.
ເຮືອບິນສອດແນມ A RC-135 ຂອງສະຫະລັດ ທີ່ສະແດງໃຫ້ເຫັນຢູ່ໃນຮູບພາບນີ້.

ບັນ​ດາ​ເຈົ້າ​ໜ້າ​ທີ່ ທະຫານສະຫະລັດ ກ່າວ​ວ່າ ​ເຮືອບິນ​ລົບຣັດ​
ເຊຍໄດ້ບິນ​ເຂົ້າ​ມາ​ໃກ້ພຽງ​ແຕ່ 5 ​ແມັດ ຫ່າງ​ຈາກ​ເຮືອບິນ​ສອດ
​ແນມສະຫະລັດທີ່​ກຳລັງ​ບິນ​ຢູ່​ເທິງ​ນ່ານ​ຟ້າ​ສາ​ກົນ ​ໃນ​ວັນ​ຈັນ​ທີ່
​ຜ່ານ​ມາ ​ແລະ​ຮ້ອງເຫດການ​ດັ່ງກ່າວນີ້​ວ່າ “​ເປັນ​ອຸບັດ​ເຫດ​ທີ່​ບໍ່​
ປອດ​ໄພ.”

​ໂຄສົກ​ຍິງກະຊວງ​ປ້ອງ​ກັນ​ປະ​ເທດພັນໂທ Michelle Baldan-
za ກ່າວໃນ​ວັນ​ສຸກວານ​ນີ້​ວ່າ ​ເຮືອບິນ​ກອງທັບ​ອາກາດສະຫະ
ລັດ ​ໄດ້​ບິນ​ຕາມ​ເສັ້ນທາງ​ ເປັນ​ປະຈຳ​ ຢູ່ເທິງນ່ານ​ຟ້າທະ​ເລ​ດຳ ​
ເວລາ​ເຮືອບິນ​ດັ່ງກ່າວ ໄດ້ຖືກ​ສະກັດ​ກັ້ນ ໂດຍ​ເຮືອບິນ​ລົບຣັດ​
ເຊຍ “​ໃນ​ວິທີ ທີ່ບໍ່​ມີ​ຄວາ​ມປອດ​ໄພ ​ແລະ​ບໍ່ແມ່ນ​ມື​ອາຊີບ.”

ທ່ານ​ນາງ ກ່າວ​ວ່າ ກອງທັບ​ສະຫະລັດ ກຳລັງສຶກສາ​ເບິ່ງ​ອຸບັດ​ເຫດນີ້.

ທ່ານ​ນາງ ກ່າວ​ວ່າ “ການ​ສະກັດ​ກັ້ນ​ເຮືອບິນບໍ່​ແມ່ນ​ເປັນ​ເລື້ອງທີ່​ຜິດ​ປົກກະຕິ ແຕ່​ເປັນ​ເຫດ ການ​ທີ່​ເກີດ​ຂື້ນເປັນ​ປະຈຳ. ​ໃນ​ກໍລະນີ​ດັ່ງກ່າວ​ນີ້ ການ​ສະກັດ​ກັ້ນບໍ່ໄດ້​ເປັນໄປ​ແບບ​ປົກກະ
ຕິ ​ແລະ​ນັກ​ບິນຣັດ​ເຊຍໄດ້​ປະ​ພຶດ​ແບບ​ບໍ່​ແມ່ນ​ມື​ອາຊີບທີ່​ເຮັດ​ໃຫ້ທັງ​ບັ​ນດາ​ພະນັກງານ​ໃນ
​ເຮືອບິນ ສະຫະລັດ ​ແລະໂຕ​ລາວ​ເອງ ຕົກ​ຢູ່​ໃນ​ຄວາມ​ສ່ຽງ.”

ນອກ​ນັ້ນບັນດາ​ເຈົ້າ​ໜ້າ​ທີ່​ທະຫານ ຍັງ​ໄດ້​ກ່າວ​ຕໍ່​ສື່​ມວນ​ຊົນສະຫະລັດ ວ່າ ​ເຮືອບິນ​ລົບຣັດ
​ເຊຍ ​ໄດ້​ບິນ​ຢູ່​ເບື້ອງ​ຂວາ ​ຂອງ​ເຮືອບິນ​ສອດ​ແນມ ສະຫະລັດ ​ແລະ​ຫລັງ​ຈາ​ກນັ້ນ​ໄດ້​ເຈືອກ
​ເຂົ້າ​ມາ​ຢ່າງແຮງ​ໃສ່​ເບື້ອງຂວາທີ່​ເຮັດ​ໃຫ້​ເປັນ​ຜົນ​ກະທົບ​ຕໍ່ການ​ຄວບຄຸມ​ເຮືອບິນສະຫະລັດ.

ບັນດາ​ເຈົ້າ​ໜ້າ​ທີ່ ບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ​ເຮືອບິນຣັດ​ເຊຍ​ໄດ້​ຕິດ​ອາວຸດ​ ຫລື​ບໍ່ ໃນ​ເວລາ​ນັ້ນ.

ການປະ​ເຊີນ​ໜ້າດັ່ງກ່າວ ​ແມ່ນຄ້າຍຄື​ກັນ​ກັບ​ການ​ປະ​ເຊີນ​ໜ້າ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ເດືອນ​ເມ
ສາຜ່ານ​ມາ ຢູ່ເທິງນ່ານ​ຟ້າ​ທະ​ເລ Baltic. ທຳນຽບຫ້າ​ ແຈ​ກ່າວ​ວ່າ ​ເວລາ​ນັ້ນ ​ເຮືອບິນ​ລົບ
ອາຍ​ພົ່ນຣັດ​ເຊຍໄດ້​ບິນ​ຕັດ​ໜ້າ​ເຮືອ ບິນສອດ​ແນມ​ສະຫະລັດ ​ແລະ​ງ່ຽງ​ ເພື່ອ​ສະ​ແດງໃຫ້​
ເຫັນອາ​ວຸດ. ມົສກູ ​ໄດ້​ປະຕິ​ເສດວ່າ ນັກ​ບິນ​ຂອງ​ຕົນບໍ່​ໄດ້​ເຮັດ​ຫຍັງ​ຜິດ​ ຢູ່ໃນ​ອຸບັດ​ເຫດ​ດັ່ງ​
ກ່າວ.

XS
SM
MD
LG