ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຈົ້າໜ້າທີ່ ແລະເມືອງຕ່າງໆ ກຽມພ້ອມ ໃນຂະນະທີ່ ສຫລ ສະຫຼອງວັນຊາດ


ເຄື່ອງກີດຂວາງ ທີ່ຕັ້ງໄວ້ ໃນຂະນະທີ່ພວກນັກທ່ອງທ່ຽວ ຜ່ານໄປ ຢູ່ທາງກ້ຳຕາເວັນຕົກ ຂອງຕຶກລັດຖະສະພາ ສຫລ ທີ່ນະຄອນຫຼວງວໍຊິງຕັນ (2 ກໍລະກົດ 2015).
ເຄື່ອງກີດຂວາງ ທີ່ຕັ້ງໄວ້ ໃນຂະນະທີ່ພວກນັກທ່ອງທ່ຽວ ຜ່ານໄປ ຢູ່ທາງກ້ຳຕາເວັນຕົກ ຂອງຕຶກລັດຖະສະພາ ສຫລ ທີ່ນະຄອນຫຼວງວໍຊິງຕັນ (2 ກໍລະກົດ 2015).

ພວກເຈົ້າໜ້າທີ່ປະຕິບັດກົດໝາຍ ໃນທົ່ວສະຫະລັດ ໄດ້ເພີ້ມ
ການຮັກສາຄວາມປອດໄພຕາມພິທີຕ່າງໆ ເນື່ອງໃນວັນເອກ
ກະລາດຫຼັງຈາກພະແນກການດ້ານຄວາມປອດໄພໄດ້ເຕືອນ ກ່ຽວກັບການຂົ່ມຂູ່ຂອງພວກກໍ່ການຮ້າຍທີ່ອາດມີຂຶ້ນໃນວັນ
ພັກທີ 4 ກໍລະກົດ ໃນວັນເສົາມື້ນີ້.

ກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດແລະ
ອົງການສັນຕິບານກາງ ໄດ້ອອກຄຳເຕືອນ ໃນຕົ້ນອາທິດນີ້ ຮຽກຮ້ອງໃຫ້ເຈົ້າໜ້າທີ່ທ້ອງຖິ່ນແລະປະຊາຊົນ ມີຄວາມລະ
ມັດລະວັງ ກ່ຽວກັບການຂົ່ມຂູ່ທີ່ອາດມີຂຶ້ນ ລຸນຫລັງທີ່ ໄດ້ມີ
ການຮຽກຮ້ອງເມື່ອໄວໆມານີ້ ໂດຍກຸ່ມລັດອິສລາມ ເພື່ອໃຫ້
ມີການກໍ່ຄວາມຮຸນແຮງໃນລະຫວ່າງເດືອນສັກສິດຣາມາດານ.

ການໂຈມຕີຂອງພວກກໍ່ການຮ້າຍໃນສັບປະດາແລ້ວ ຢູ່ຕູນີເຊຍ ຄູເວດ ແລະຝຣັ່ງ ທີ່ເຮັດ ໃຫ້ພົນລະເຮືອນຫລາຍສິບຄົນເສຍຊີວິດ ພາໃຫ້ລັດຖະມົນຕີກະຊວງຮັກສາຄວາມປອດ ໄພພາຍໃນຂອງສະຫະລັດ ທ່ານ Jeh Johnson ໄດ້ອອກຄຳເຕືອນຮຽກຮ້ອງໃຫ້ມີການ ເຝົ້າລະວັງເພີ້ມຂຶ້ນ ເນື່ອງໃນໂອກາດວັນພັກ ທີ່ເປັນວັນຊາດຢູ່ໃນສະຫະລັດ.

ກຸ່ມລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຢູ່ຕູນີເຊຍແລະຄູເວດ.

ພວກເຈົ້າໜ້າທີ່ປະຕິບັດກົດໝາຍຢູ່ໃນສະຫະລັດ ແມ່ນຢູ່ໃນຂັ້ນກຽມພ້ອມລະດັບສູງເພື່ອ ຮັບມືກັບການໂຈມຕີກໍ່ການຮ້າຍ ທີ່ອາດມີຂຶ້ນໃນວັນເສົາມື້ນີ້. ພວກເຂົາເຈົ້າໄດ້ມີຄວາມວິ ຕົກກັງວົນເປັນພິເສດ ກ່ຽວກັບເປົ້າໝາຍ ທີ່ບໍ່ມີການຍາມຮັກສາການຢ່າງເຂັ້ມແຂງຕ່າງໆ ຫລັງຈາກການໂຈມຕີໃນອາທິດແລ້ວ ທີ່ຫາດຊາຍຕາກອາກາດ ແຄມທະເລຂອງຕູນີເຊຍ
ທີ່ໄດ້ສັງຫານ 38 ຄົນ.

ຕຳຫຼວດຮັກສາສວນສາທາລະນະ ຂອງສະຫະລັດທ່ານນຶ່ງ ກ່າວຕໍ່ໂທລະພາບ CNN ວ່າ
“ພວກເຮົາແມ່ນໄດ້ກຽມພ້ອມ ເພື່ອຮັບມືກັບເຫດການຮ້າຍແຮງສຸດ ທີ່ອາດເກີດຂຶ້ນ ແລະ ພວກເຮົາມີແຜນຮັບມືຕ່າງໆ ພ້ອມແລ້ວຖ້າຫາກສິ່ງໃດສິ່ງນຶ່ງເກີດຂຶ້ນ.”

ເຈົ້າໜ້າທີ່ໄດ້ແນະນຳໃຫ້ປະຊາຊາຊົນ ຈົ່ງມີສະຕິລະວັງໂຕ ກ່ຽວກັບສະພາບການຢູ່ອ້ອມ ຂ້າງເຂົາເຈົ້າ ແລະແຈ້ງໃຫ້ເຈົ້າໜ້າທີ່ຕຳຫຼວດຊາບ ໃນທັນທີ ຖ້າເຂົາເຈົ້າຫາກເຫັນສິ່ງໃດ ສິ່ງນຶ່ງທີ່ໜ້າສົງໄສ.

US July 4 Security
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG