ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫລວດຜິວຂາວ ຍິງ ໄວລຸ້ນຜິວດຳບໍ່ມີອາວຸດ ຕາຍ ໃນລັດ Wisconsin


ບ່ອນໄວ້ອາໄລແຫ່ງໜຶ່ງ ທີ່ເຮັດຂຶ້ນມາ ສຳຫລັບ ຊາຍໜຸ່ມຜິວດຳໄວ 19 ປີ ທີ່ຖືກຕຳຫລວດຂ້າຕາຍ ໃນເມືອງ Madison ລັດ Wisconsin, ວັນທີ 7 ມີນາ 2015.
ບ່ອນໄວ້ອາໄລແຫ່ງໜຶ່ງ ທີ່ເຮັດຂຶ້ນມາ ສຳຫລັບ ຊາຍໜຸ່ມຜິວດຳໄວ 19 ປີ ທີ່ຖືກຕຳຫລວດຂ້າຕາຍ ໃນເມືອງ Madison ລັດ Wisconsin, ວັນທີ 7 ມີນາ 2015.

ຜູ້​ບັນຊາ​ການ​ກົມຕຳຫລວດ ​ເມືອງ Madison ລັດ Wisconsin
ຢູ່​ທາງ​ພາກ​ເໜືອ​ສະຫະລັດ ​ໄດ້ຮຽກຮ້ອງ​ໃຫ້ປະຊາຊົນ​ຢູ່​ໃນ​ຄວາມ​
ສະຫງົບ ຫຼັງຈາກມີ​ການ​ຍິງ​ສັງຫານ ຊາຍໜຸ່ມ​ອາ​ເມຣິກັນ​ເຊື້ອສາຍ
ອາ​ຟຣິກາທີ່ບໍ່​ມີ​ອາວຸດ​ຕິດ​ໂຕຄົນ​ໜຶ່ງ ​ໂດຍຕຳຫລວດຜິວ​ຂາວ​ຄົນ
​ໜຶ່ງ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ມີການ​ເດີນຂະ​ບວນ​ປະ​ທ້ວງ​ຂຶ້ນ ຫຼາຍ​ແຫ່ງ.

ຜູ້​ບັນຊາ​ການ​ກົມຕຳຫລວດ ​ເມືອງ Madison ທ່ານ Mike Koval
​ເວົ້າວ່າ “ຂ້າພະ​ເຈົ້າ ວິ່ງວອນ​ໃຫ້​ ບັນດາ​ຜູ້ນຳ​ໃນ​ຊຸມ​ຊົນ​ຂອງ​
ພວກ​ເຮົາ ບັນດາ​ຜູ້​ມີ​ຕຳ​ແໜ່​ງ ​ແລະ ບັນດາ​ຜູ້​ທີ່​ນຳພາໂດຍ​
ແບບຢ່າງ ກໍ​ຄືບັນດາ​ຜູ້ນຳ​ທີ່​ເປັນ​ທາງ​ການ​ຂອງ​ພວກ​ເຮົາ ຈົ່ງ​
ປະຕິບັດ​ຕາມ​ແນວທາງ ທີ່ສະ​ແດງ​ອອກ ໂດຍ​ຄອບ​ຄົວຂອງ​
ທ້າວ Tony ທີ່​ແນະ​ນຳ​ວ່າ..…ຄວາມ​ບໍ່​ເຫັນ​ດີ​ນຳ​ນັ້ນ ຄວາມ​ບໍ່​ເພິ່ງ​ພໍ​ໃຈນັ້ນ ຄວາມ​ເຈັບ
ປວດ​ນັ້ນ ​ໃຫ້​ປ່ອຍ​ໄປ​ໃນ​ທາງ​ທີ່​ບໍ່ເກີດ​ການ​ທຳລາຍ​ ສ້າງ​ຄວາມເສຍ​ຫາຍ​ຕໍ່​ຄົນ​ອື່ນໆ.”

ທ່ານ Koval ກ່າວ​ອີກ​ວ່າ ​ຕຳຫລວດ​ຜູ້​ທີ່​ຍິງທ້າວ Tony Robinson ​ໄວ 19 ປີ ​ຢູ່ໃນເຮືອນ​
apartment ຂອງ​ລາວ ​ເມື່ອຕອນ​ຄືນ​ວັນ​ສຸກ​ຜ່ານ​ມານັ້ນ ​ໄດ້​ຖືກ​ພັກ​ການ​ແລ້ວ ​ໃນລະຫວ່າງ
​ລໍ​ຖ້າການ​ສືບສວນ​ສອບ​ສວນ.

ຜູ້​ບັນຊາ​ການ​ກົມຕຳຫລວດ ກ່າວ​ວ່າ ​ຕຳຫລວດ Matt Kenny ​ໄດ້​ໄປ​ຍັງ​ເຮືອ​ນ​ apartment ຂອງ​ທ້າວ Tony Robinson ​ໃນ​ການສະໜອງ​ຕອບ​ຄຳ​ຮຽກຮ້ອງ​ຂໍ​ ຄວາມ​ຊ່ວຍ​ເຫຼືອສຸກ​ເສີນ​ທາງ​ໂທລະສັບ ​ ແລະໄດ້​ຍິນ​ສຽງ​ດັງວຸ້ນວາຍ​ເກີດ​ຂຶ້ນ ຢູ່ໃນ​ເຮືອນຂອງ​ທ້າວ Tony. ຕຳຫລວດ Kenny ​ໄດ້​ພັງ​ປະຕູ​ເຂົ້າ​ໄປ​ໃນເຮືອນ​ຂອງ​ທ້າວ Tony ​ແລະ​ໄດ້
ຖື​ກ ທ້າວ Tony ​ທຳຮ້າຍ ​ຊຶ່ງໄດ້ບັງຄັບໃຫ້​ຜູ້ກ່ຽວ​ຊັກ​ປືນ​ ອອກ​ມາຍິງ​ທ້າວ Tony.

US police shooting unarmed teen
please wait

No media source currently available

0:00 0:01:03 0:00

A U.S. police chief in the northern U.S. city of Madison, Wisconsin is appealing for calm after a white police officer's killing of an unarmed African American teenager set off protest demonstrations.

"I implore those leaders in our community, those who are titled and those who lead by action, our de facto leaders if you will, to follow the direction as was evidenced by Tony's family in suggesting that... that dissent, that displeasure, that hurt be channeled in a way that is non-destructive to others."

Madison Police Chief Mike Koval said the officer who who shot 19-year-old Tony Robinson inside his apartment Friday night is on administrative leave pending an investigation.

The chief says Officer Matt Kenny was responding to emergency telephone calls when he heard a disturbance in Robinson's apartment. The police chief said the officer forced his way into Robinson's apartment where the teenager assaulted the police officer, forcing him to draw his revolver and shoot Robinson.

XS
SM
MD
LG