ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ຍິນດີນຳ ​ຂໍ້​ຕົກລົງ​ ສັນຕິພາບ ທີ່​ເຊັນ​ໂດຍ ສອງ​ຊົນ​ເຜົ່າ ​ໃນ​ພາກ​ໃຕ້​ ລີ​​ເບຍ


ຜູ້ຕາງໜ໊າພິເສດ ແລະຫົວໜ້າສຸກຍູ້ການປະສານງານ ສະຫະປະຊາຊາດ ໃນລີເບຍ ທ່ານ Martin Kobler.
ຜູ້ຕາງໜ໊າພິເສດ ແລະຫົວໜ້າສຸກຍູ້ການປະສານງານ ສະຫະປະຊາຊາດ ໃນລີເບຍ ທ່ານ Martin Kobler.

ສະຫະ​ປະຊາ​ຊາດ​ ສະ​ແດງ​ຄວາມຍິນ​ດີຕໍ່​ຂໍ້​ຕົກລົງ​ສັນຕິພາບ ທີ່
​ເຊັນ​ໂດຍ​ສອງ​ຊົນ​ເຜົ່າ ​ໃນ​ພາກ​ໃຕ້​ຂອງລີເບຍ ​ແລະ​ໄດ້​ກ່າວ​ຢໍ້າ​
ເຖິງ​ການ​ຮຽກຮ້ອງຂອງ​ຕົນ ​ໃຫ້​ຮັບຮອງ​ເອົາ​ຂໍ້​ຕົກລົງ​ແຫ່ງ​ຊາດ
​ເພື່ອ​ຍຸດຕິ​ວິ​ກິດ ການທາງ​ດ້ານ​ການ​ເມືອງ ​ຢູ່​ໃນ​ປະ​ເທດ ທີ່​ດຳ
​ເນີ​ນມາ​ເປັນ​ເວລາ​ນຶ່ງ​ປີ ກວ່າໆ​ແລ້ວນັ້ນ.

Qatar ​ເປັນຜູ້​ໄກ່​ເກ່ຍ​ໃນຂໍ້​ຕົກລົງລະຫ​ວ່າງຊົນ​ເຜົ່າ Tuareg
​ແລະ ຊົນ​ເຜົ່າ Tebu ຢູ່​ທີ່​ເມືອງ Ubani ​ແລະ​ອົງການ​ຂ່າວ
QNA ຂອງ ລັດຖະບາ​ນ ກ່າວ​ວ່າ ມັນ​ຮວມທັງ​ການ​ຢຸດ​ຍິງ​ຢ່າງ
​ຖາ​ວອນ ​ແລະ​ສົ່ງ​ພວກ​ອົບ​ພະຍົບ​ກັບ​ຄືນ​ບ້ານ​ເດີມ​ຂອງ​ພວກ​
ເຂົາ​ເຈົ້າ. ຖະ​ແຫລ​ງການ​ຮ່ວມລະຫວ່າງ​ສອງ​ຝ່າຍ ​ໄດ້​ຮຽກຮ້ອງ
​ໃຫ້​ຊາວ​ລີເບ​ຍ​ທັງ​ໝົດປະນີປະ ນອມກັນ ​ແລະ​ເຮັດ​ວຽກ​ຮ່ວມກັນ
ເພື່ອ​ສ້າງສາ​ປະ​ເທດ​ຊາດ​ເຂົາ​ເຈົ້າ.

ສະຫະ​ປະຊາ​ຊາດ ​ໄດ້​ປະຕິບັດ​ງານເພື່ອ​ໄກ່​ເກ່ຍ​ໃຫ້​ບັນລຸ​ຂໍ້​ຕົກລົງ​ແຫ່ງ​ຊາດ ລະຫວ່າງ
ສອງ​ລັດຖະບານ​ທີ່ເປັນ​ຄູຸ່ແຂ່ງ​ ຊຶ່ງຝ່າຍ​ໜຶ່ງ​ຮັບ​ຮູ້ໂດຍ​ປະຊາ​ຄົມ​ນາໆ​ຊາດ ທີ່​ຕັ້ງ​ຢູ່​ເມືອງ
Tobruk ​ແລະ​ອີກຝ່າຍ​ໜຶ່ງ ​ຢູ່​ທີ່ ນະຄອນ Tripoli.

​ໂຄສົກ​ສະຫະ​ປະຊາ​ຊາດ ກ່າວໃນ​ວັນ​ອັງຄານ​ວານ​ນີ້​ວ່າ ຂໍ້ຕົກລົງ​ຊົນ ເຜົ່າດັ່ງກ່າວ​ນີ້ ​ເປັນ
​ການ​ເຄື່ອນ​ໄຫວທີ່​ສຳ​ຄັນ ​ແລະ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ຫວັງ​ວ່າ Qatar ຈະສາ ມາດ​ໃຊ້​ອິດ​ທິພົນ​ຂອງ​ຕົນ​ອີກ​ຄັ້ງ​ໜຶ່ງ​ ​ໃນ​ການ​ໄກ່​ເກ່ຍ
​ລະ​ດັບ​ຊາດ.

ຖະ​ແຫລ​ງການ ກ່າວ​ຕໍ່​ໄປ​ວ່າ “ການ​ລິ​ເລີ້ມທ້ອງ​ຖິ່ນທັງ​ໝົດ ​ໄດ້​ແນໃສ່ການ​ຢຸດ​ຍິງ ​ແລະ
​ການ​ປອງ​ດອງ​ຊາດ ທີ່​ຈະ​ຕ້ອງ​ນຳ​ໃຊ້​ໂດຍ ​ໃນຂໍ້​ຕົກ ລົງ​ການ​ເມືອງ​ທົ່ວ​ປະ​ເທດ ​ເພື່ອ​ຫລຸດ
ຜ່ອນ​ການຂັດ​ແຍ້​ງ​ບໍ່​ໃຫ້​ຂະຫຍາຍ ວົງ​ອອກ​ຕື່ມ.”

ທູດ​ພິ​ເສດສະຫະ​ປະຊາ​ຊາດ​ຄົນໃໝ່​ປະ​ຈຳລີ​ເບຍ ທ່ານ Martin Kobler ​ໄດ້ເປີດ​ການ
​ໂອ້​ລົມກັບ​ບັນດາ​ເຈົ້າ​ໜ້າ​ທີ່ ຢູ່​ນະຄອນ Tripoli ​ແລະ​ເມືອງ Tobuk ​ໃນ​ວັນ​ເສົາ ​ແລະ​ອາທິດຜ່ານ​ມາ ​ແລະ​ກ່າວ​ວ່າ “ມັນ​ເຖິງ​ເວລາ​ແລ້ວ​ທີ່​ຈະ​ສະຫລຸບ​ຂໍ້​ຕົກລົງນີ້.” ທ່ານ​ໄດ້
​ຮຽກຮ້ອງ​ໃຫ້ມີ​ການ​ລົງ​ຄະ​ແນນຮັບ​ເອົາ​ຂໍ້ຕົກລົງ​ດັ່ງກ່າວ​ໂດຍໄວ​ເທົ່າທີ່​ຈະ​ໄວ​ໄດ້.

XS
SM
MD
LG