ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ກ່າວທີີ່ ສປຊ ວ່າ ໃຫ້ ປະຕິເສດ ເຊື້ອມະເຮັງ ຫົວຮຸນແຮງຈັດ (ວີດີໂອ)


OBAMA UN JIHADISTS VOSOT
please wait

No media source currently available

0:00 0:01:54 0:00

ເບິ່ງວີດີໂອ ເລື້ອງນີ້

ຢູ່​ທີ່ກອງ​ປະ​ຊຸມສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ
ຊຶ່ງ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້​ຮັບ​ກຽດ​ເປັນ​ປະທານ​ນັ້ນ
​ໄດ້​ຮັບຜ່ານ​ມະຕິສະບັບນຶ່ງ​ຢ່າງ​ເປັນ​ເອກະສັນກັນ ​ເພື່ອສະກັດ​ກັ້ນ
ບໍ່ໃຫ້​ ພວກນັກຕໍ່ສູ້ຊາວ​ຕ່າງປະເທດ ພາກັນຫລັ່ງໄຫລໄປສົມທົບ
ກັບກຸ່ມ ພວກຫົວ​ຮຸນ​ແຮງ​ຕ່າງໆ ​ເຊັ່ນ​ກຸ່ມ​ລັດ​ອິສລາມ​ນັ້ນ.

ສະພາ​ຄວາມໝັ້ນຄົງ ​ໄດ້​ລົງຄະແນນ​ສຽງ 15 ຕໍ່ 0 ​ໃນ​ວັນ​ພຸດ​
ວານ​ນີ້​ເພື່ອ​ບັງຄັບ​ໃຫ້​ບັນດາ​ປະ​ເທດ​ຕ່າງໆ ​ເຮັດ​ໃຫ້​ເປັນຄວາມ​
ຜິດ​ທາງ​ອາຍາ ​ສຳ​ຫລັບ​ພົນລະ​ເມືອງຂອງ​ຕົນທີ່​ເດີນທາງ​ໄປຕ່າງ
ປະເທດເພື່ອສູ້ລົບກັບ ​ກັບ​ພວກ​ຫົວ​ຮຸນ​ແຮງ ຫຼື ທຳ​ການເກັບ​ເກນ
ເອົາ​ຄົນ​ອື່ນ​ໄປ​ນັ້ນ.

ທ່ານໂອ​ບາ​ມາ ​ເປັນ​ປະທານາທິບໍດີອາ​ເມຣິກັນ​ພຽງຄົນ​ດຽວເທົ່ານັ້ນ ທີ່ ​ໄດ້​ເປັນ​ປະທານ
​ກອງ​ປະຊຸມ ສະພາ​ຄວາມ​ໝັ້ນຄົງ​ ສະຫະ​ປະຊາ​ຊາດ. ໃນ​ປີ 2009 ​ທ່ານກໍເຄີຍ​ເປັນ​ມາ
ແລ້ວຄັ້ງນຶ່ງ ເຊັ່ນ​ກັນ.

ປະທາ​ນາ​ທິບໍດີ ​ເປີດ​ກອງປະຊຸມ ດ້ວຍ​ການກ່າວ​ສະ​ແດງ​ຄວາມ​ເປັນ ນ້ຳນຶ່ງໃຈດຽວກັບຝຣັ່ງ ຫຼັງຈາກ​ພົນ​ລະ​ເມືອງ​ຝຣັ່ງຄົນ​ນຶ່ງ​ທີ່​ຖືກ​ລັກ​ພາ​ຕົວ ​ແລ້ວ​ຖືກ​ພວກນັກລົບຫົວຮຸນແຮງໃນອາລຈີ​ເຣຍ ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ລັດ​ອິສລາມ ສັງຫານດ້ວຍການ​ຕັດ​ຫົວ.

​ທ່ານໂອບາ​ມາ ກ່າວ​ວ່າ ຫຼາຍກວ່າ 15,000 ຄົນ ​ທີ່​ເປັນ​ນັກ​ຕໍ່ສູ້​ຊາວ​ຕ່າງ​ປະເທດ ຈາກ
ຫຼາຍກວ່າ 80 ປະ​ເທດ ​ໄດ້​ເດີນທາງໄປ​ຍັງຊີ​ເຣຍ​ໃນລະຍະ 2-3 ປີຜ່ານ​ມາ​ນີ້ ​ແລະ ວ່າ​
ພວກ​ກໍ່​ການ​ຮ້າຍ​ເຫຼົ່ານັ້ນ “​ເຮັດ​ໃຫ້​ຂໍ້​ຂັດ​ແຍ້​ງຕ່າງໆຮຸນ​ແຮງໜັກ​ຂຶ້ນ” ​ ແລະ ເປັນໄພ
​ຂົ່ມຂູ່ໃນ​ທັນທີ​ທັນ​ໃດຕໍ່​ປະ​ເທດ​ອື່ນໆ​.

​ແຕ່​ ທ່ານ ​ເຕືອນວ່າ “ມະຕິ​ຕົກລົງ​ຕ່າງໆພຽງ​ຢ່າງ​ດຽວ ຈະ​ບໍ່​ເປັນ​ທີ່​ພຽງພໍ” ​ເພື່ອ​ເອົາ
​ຊະນະ​ ກຸ່ມ​ລັດ​ອິສລາມ​ ​ແລະ ກຸ່ມ​ພວກ​ນັກລົບຫົວ ຮຸນແຮງຕ່າງໆ.

Experts: Terrorist Recruitment of Foreign Fighters Poses Global Threat
please wait

No media source currently available

0:00 0:03:12 0:00

XS
SM
MD
LG