ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຽງລະເບີດ ແລະສຽງປືນ ສັ່ນສະເທືອນ ຄຸ້ມສະຖານທູດ ໃນນະຄອນຫຼວງ ອັຟການິສຖານ


ເຈົ້າໜ້າທີ່ຄົນນຶ່ງ ຢືນຍາມ ຢູ່ບ່ອນເກີດເຫດ ຢູ່ທີ່ຄຸ້ມສະຖານທູດ ໃນນະຄອນ Kabul ອັຟການິສຖານ
ເຈົ້າໜ້າທີ່ຄົນນຶ່ງ ຢືນຍາມ ຢູ່ບ່ອນເກີດເຫດ ຢູ່ທີ່ຄຸ້ມສະຖານທູດ ໃນນະຄອນ Kabul ອັຟການິສຖານ

ສຽງລະ​ເບີດ​ ແຕກ​ຂື້ນ ຕິດຕາມ​ມາ​ດ້ວຍ​ສຽງ​ປືນ​ ໄດ້ສັ່ນ​ສ​ະ​
ເທືອ​ນຄຸ້ມສະຖານ​ທູດ ຢູ່​ໃນ​ນ​ະຄອນຫຼວງ Kabul ​ຂອງ​ອັຟ
ການິສຖານ.

ລາຍ​ລະອຽດ​ຂອງ​ການ​ໂຈມຕີ​ໃນ​ວັນ​ພະຫັດວານນີ້ ຍັງ​ບໍ່​ທັນ
ແຈ້ງ​ຂາ​ວເທື່ອ ​ແຕ່​ມັນ​ໄດ້​ເກີດ​ຂື້ນ​ຫລາຍໆຊົ່ວໂມງ ຫລັງ​ຈາກ
ລົດ​ສະຖານ​ທູດ​ອັງກິດຄັນ​ນຶ່ງ ​ໄດ້​ຖືກ​ໂຈມຕີ​ໂດຍລົດ​ລະ​ເບີດ
​ສະຫລະຊີບ ທີ່ສັງຫານ​ຍາມ​ອັງກິດ​ຄົນ​ນຶ່ງ ​ແລະ​ພະນັກ ງານ
ຊາວ​ອັຟກາ​ນິສຖານນຶ່ງ​ຄົນາຂອງ​ສະຖານທູດແລະ​ຄົນ​ອື່ນໆ
ອີກ​ສາມ​ຄົນ.

ກຸ່ມທາ​ລິ​ບານໄດ້​ອ້າງເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ ພ້ອມ​ດ້ວຍ​ເຫດລະ​ເບີດ​ແຕກ
ທີ່​ໄດ້​ສັ່ນ​ສະ​ເທືອ​ນ ​ຄຸ້ມສະຖານ​ທູ​ດ ຢູ່ໃນ​ນະຄອນ Kabul ​ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດ
ວານນີ້. ບັນດາ​ເຈົ້າ​ໜ້າ​ທີ່ທ້ອງຖິ່ນ ກ່າວ​ວ່າ ເຫດລະ​ເບີດ​ແຕກ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ
​ເຈັບ 33 ຄົນ ສ່ວນໃຫຍ່ເປັນພົນລະ​ເຮືອນ​ອັຟກາ​ນິສຖານ.

ສະພາ​ຄວາ​ມໝັ້ນຄົງ ສະຫະ​ປະຊາ​ຊາດ ​ໄດ້​ປະນາມ​ການ​ໂຈມ​ຕີລົດ​ສະຖານທູດ​ອັງກິດ.

ຢູ່​ໃນ​ຖະ​ແຫລ​ງການສະບັບ​ນຶ່ງ​ຂອງ ສະ​ພາ​ຄວາມ​ໝັ້ນຄົງ ກ່າວ​ວ່າ ພວກກະທຳ​ຄວາມ​ຜິດ
​ແ​ລະ​ບັນດາ​ຜູ້​ສະໜັບສະໜູນການກໍ່​ການ​ຮ້າຍ ຕ້ອງ​ຖືກນຳໂຕ​ມາ​ລົງ​ໂທດ ​ແລະ​ກ່າວ​ຢໍ້າ
ອີກ​ວ່າ ບໍ່​ມີການກໍ່​ການ​ຮ້າຍໃດໆ ທີ່ສາມາດຕ່າວປີ້ນ ​ເສັ້ນ ທາງໄປ​ສູ່​ສັນຕິພາບ ປະຊ​າທິ
ປະໄຕ​ແລະ​ສະຖຽນ​ລະ​ພາບ ພາຍໃຕ້ການນຳພາ ຂອງຊາວອັຟການິສຖານ ຢູ່​ໃນອັຟກາ​
ນິສຖານ.

AFGHAN VIOLENCE SOTVO
please wait
Embed

No media source currently available

0:00 0:00:31 0:00

XS
SM
MD
LG