ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະກຳມະການ ສປຊ ລົງຄວາມເຫັນວ່າ ຜູ້ກໍ່ຕັ້ງ WikiLinks ຖືກຄຸມຂັງ ໂດຍພະລະການ


ສື່ມວນຊົນພາກັນລໍຖ້າ ຢູ່ໃກ້ໆສະຖານທູດເອກົວດໍ ໃນນະຄອນຫຼວງລອນດອນ ບ່ອນທີ່ຜູ້ກໍ່ຕັ້ງ WikiLinks ພັກເຊົາຢູ່. (ວັນທີ​​ 5 ກຸມພາ 2016)
ສື່ມວນຊົນພາກັນລໍຖ້າ ຢູ່ໃກ້ໆສະຖານທູດເອກົວດໍ ໃນນະຄອນຫຼວງລອນດອນ ບ່ອນທີ່ຜູ້ກໍ່ຕັ້ງ WikiLinks ພັກເຊົາຢູ່. (ວັນທີ​​ 5 ກຸມພາ 2016)

ຄະນະ​ກຳມະການ​ນຶ່ງ​ຂອງ​ສະຫະ​ປະຊາ​ຊາດ ໄດ້​ລົງ​ຄວາມ​ເຫັນ
ວ່າທ້າວ Ju-lian Assange ຜູ້ກໍ່ຕັ້ງ WikiLeaks ໄດ້ຖືກຄຸມ​ຂັງ
ໂດຍພະລະການ ນັບແຕ່ປີ 2012 ເປັນຕົ້ນມາ. ທ້າວ Assange
ກ່າວວ່າລາວມີແຜນທີ່ຈະອອກໄປຈາກສະຖານທູດເອກົວດໍທີ່ນະ
ຄອນຫລວງລອນດອນ ບ່ອນທີ່ລາວໄດ້ເຂົ້າໄປລີ້ໄພ ມາໄດ້ເກືອບ
4 ປີແລ້ວນັ້ນ ແຕ່ຕຳຫຼວດອັງກິດ ກ່າວວ່າ ເຂົາເຈົ້າມີພັນທະທີ່ຈະ
ຕ້ອງໄດ້ຈັບລາວ.

ທ້າວ Assange ​ແມ່ນ​ຕ້ອງການ​ໂຕ​ໂດຍ​ເຈົ້າໜ້າ​ທີ່​ສະ​ວີ​ເດັນບ່ອນ
ທີ່ລາວປະເຊີນກັບຂໍ້ຫາທຳການຂົ່ມຂືນທີ່ຜູ້ກ່ຽວໄດ້ປະເສດໄປນັ້ນ.

WikiLeaks Assange
please wait
Embed

No media source currently available

0:00 0:00:27 0:00

ຄະນະ​ກຳມະການ​ປະຕິບັດ​ງານ​ກ່ຽວ​ກັບ​ການຄຸມ​ຂັງໂດຍ​ພະລະການຂອງອົງການສະຫະ
ປະຊາຊາດຊຶ່ງເປັນກຳມະການຂອງພວກນັກຊ່ຽວທີ່ເປັນອິດສະຫຼະໄດ້ອອກຖະແຫຼງການສະບັບນຶ່ງໃນຕອນເຊົ້າວັນສຸກມື້ນີ້ ກ່າວວ່າ ຮູບແບບຕ່າງໆ ກ່ຽວກັບການຕັດຮອນອິດສະ
ຫຼະພາບຂອງທ້າວ Julian Assange ແມ່ນຖືກຈັດວ່າ ເປັນການຄຸມຂັງໂດຍພະລະການ
ອີກແບບນຶ່ງ. ຄະນະກຳມະການ ນີ້ຮຽກຮ້ອງໃຫ້ປ່ອຍໂຕຜູ້ກ່ຽວແລະຈ່າຍຄ່າຊົດເຊີຍ.

​ແຕ່​ການ​ລົງ​ຄວາມ​ເຫັນ​ໃນ​ວັນ​ສຸກ​ມື້ນີ້າຂອງ​ຄະນະ​ກຳມະການ​ສະຫະ​ປະຊາ​ຊາດບໍ່​ມີ​ຜົນ​
ບັງຄັບທາງກົດໝາຍ. ຍ້ອນມີຂໍ້ຕົກລົງໃນການສົ່ງຜູ້ຮ້າຍຂ້າມແດນກັບສະວີເດັນ ອັງກິດ
ກ່າວວ່າ ຕົນຈະຈັບກຸມລາວ ຖ້າລາວອອກມາຈາກສະຖານທູດເອກົວດໍ. ສະວີເດັນກ່າວ
ວ່າ ຕົນກໍມີແຜນທີ່ຈະສືບຕໍ່ ທຳການສືບສວນທ້າວ Assange.

WikiLeaks Founder Julian Assange Reacts to UN Panel Ruling
please wait

No media source currently available

0:00 0:00:56 0:00

XS
SM
MD
LG