ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດ​ພິ​ເສດຝ່າຍສິດທິ​ມະ​ນຸດ ​ສປຊ ກ່າວວ່າ ຊາວມຸສລິມ​​ມຽນມາ ມີຊີວິດຢູ່ຢ່າງ ໜ້າ​ເວດທະນາ (ວີດີໂອ)


ຊາວ​ມຸສລິ​ມມຽນມາ ຖືວ່າ ພວກຕົນເປັນຊາວມຸສລິມ “Rohingya” ທີ່ຖືກປາບປາມ ມາເປັນເວລາດົນນານມາແລ້ວ ຢູ່ສູນ Da Paing ສຳຫລັບຊາວມຸສລິມອົບພະຍົບ ທາງທິດເໜືອ ຂອງເມືອງ Sittwe ໃນລັດ Rakhine ທີ່ຢູ່ກ້ຳຕາເວັນຕົກຂອງມຽນມາ ເມື່ອວັນທີ 2 ເມສາ 2014.
ຊາວ​ມຸສລິ​ມມຽນມາ ຖືວ່າ ພວກຕົນເປັນຊາວມຸສລິມ “Rohingya” ທີ່ຖືກປາບປາມ ມາເປັນເວລາດົນນານມາແລ້ວ ຢູ່ສູນ Da Paing ສຳຫລັບຊາວມຸສລິມອົບພະຍົບ ທາງທິດເໜືອ ຂອງເມືອງ Sittwe ໃນລັດ Rakhine ທີ່ຢູ່ກ້ຳຕາເວັນຕົກຂອງມຽນມາ ເມື່ອວັນທີ 2 ເມສາ 2014.

ທູດ​ພິ​ເສດຝ່າຍສິດທິ​ມະ​ນຸດ​ຄົນ​ໃໝ່ ຂອງສະຫະປະຊາ​ຊາດ
ສຳ​ຫລັບ​ປະ​ເທດ​ມຽນມາ ກ່າວ​ວ່າ​ ສູນຫຼາຍໆ​ແຫ່ງທີ່​ເປັນ​ບ່ອນ
ຢູ່​ອາ​ໄສ​ສຳຫລັບ ຊາວມຸສລິ​ມຫຼາຍໝື່ນ​ຄົນ ​ແມ່ນ​ຢູ່​ໃນ​ສະພາບ
ທີ່ “ໜ້າ​ເວດທະນາ.”

ທ່ານນາງ Yanghee Lee ​ໄດ້​ຖະ​ແຫລ​ງຕໍ່​ບັນດາຜູ້ສື່​ຂ່າວ ທີ່
ນະຄອນ Yangon ​ໃນ​ວັນ​ເສົາ​ວານ​ນີ້ ​ຊຶ່ງ​ເປັນມື້​ສຸດ​ທ້າຍ​ຂອງ
​ການຢ້ຽມຢາມມຽນມາ ຢ່າງ​ເປັນ​ທາງ​ການ ເທື່ອ​ທຳ​ອິດຂອງ​
ທ່ານ​ນາງ ​ເປັນ​ເວລາ 10 ມື້.

ທ່ານ​ນາງ​ ​ກ່າວ​ວ່າ ຊາວ​ມຸສລິ​ມທີ່​ສູນ​ເສຍ​ຊັບ​ສິນ​ຂອງ​ເຂົາ​ເຈົ້າ
ທີ່​ອາ​ໄສ​ຢູ່​ໃນ​ສູນ​ເຫລົ່າ​ນັ້ນ ​ແມ່ນບໍ່​ໄດ້​ຮັບ​ການ​ບໍລິການຂັ້ນພື້ນຖານ​ໃດໆ​ເລີຍ.

ທ່ານນາງ Lee ​ ​ກ່າວ​ຕື່ມ​ວ່າ ທ່ານນາງ​ໄດ້​ຮັບ​ລາຍ​ງານ ທີ່​ໜ້າ​ຮ້ອນ​ໃຈ ຫຼາຍໆ​ສະບັບ ​
ກ່ຽວ​ກັບການ​ເສຍ​ຊີວິດ​ຂອງ​ຊາວ​ມຸສລິ​ມ ຍ້ອນຂາດ​ການ​ຮັກສາເວລາ​ສຸກ​ເສີນ ​ແລະ
ຂາດ​ການປິ່ນ​ປົວ ພະຍາດ​ຕ່າງໆ ທີ່​ອາດສາມາດ​ປ້ອງ​ກັນໄດ້.

ທ່ານ​ນາງ​ເວົ້າວ່າ ຊາວ​ມຸສລິ​ມ​ໃນມຽນມາ ຍັງ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ ການຖືກຈຳ​ແນ​ກ
ກີດ​ກັນ ຮວມທັງການຖືກ​ຈຳກັດຮັດ​ແຄບ​ ດ້ານອາຫານ ນ້ຳ ​ໂຮງຮຽນ ​ແລະບ່ອນ​ຢູ່​ອາ​ໄສ
ທີ່ເຂົາ​ເຈົ້າສາມາດ​ຢູ່​ໄດ້.

MYANMAR RIGHTS SOT
please wait
Embed

No media source currently available

0:00 0:00:37 0:00

ທ່ານ​ນາງເຕືອນ​ວ່າ ມຽນມາ​ອາດກຳລັງ​ຖອຍ​ຫລັງ ຈາກຄວາມ​ກ້າວໜ້າ​ທີ່​ໄດ້​ຮັບ​ເມື່ອ​ໄວໆ
ມາ​ນີ້ ​ໃນ​ດ້ານການ​ປັບປຸງ​ສິດທິ​ມະນຸດ ​ແລະ​ສິດ​ເສລີພາບ ດ້ານການ​ເມືອງນັ້ນ ຊຶ່ງ​ຖ້າ​ຫາກ​
ບໍ່​ມີ​ການ​ຍັບ​ຍັ້ງແລ້ວ ທ່ານ​ນາງ​ກ່າວ​ວ່າ ມັນກໍ​ອາດ​ສາມາດ ​ບ່ອນທຳລາຍ​ຄວາມ​ພະຍາ
ຍາມ ​ຂອງ​ມຽນມາ ເພື່ອທີ່​ຈະ​ເປັນສະມາຊິກ​ທີ່ມີ​ຄວາມ​ຮັບຜິດຊອບ ​ໃນ​ປະຊາ​ຄົມ​ໂລກ​.

ຄວາມ​ຮຸນ​ແຮງ​ລະຫວ່າງ​ຊາວ​ພຸດຊົນ​ກຸ່ມ​ໃຫຍ່ ​ແລະຊາວ​ມຸສລິ​ມຊົນ​ກຸ່ມ​ນ້ອຍ ​ໃນມຽນມາ ​
ທີ່​ພາ​ໃຫ້ມີ​ການ​ເສຍ​ຊີວິດ​ໃນບາງ​ຄັ້ງບາງ​ຄາວນັ້ນ ໄດ້​ບີບ​ບັງຄັບໃຫ້ ຊາວ​ມຸສລິ​ມປະມານ
140,000 ຄົນ ຕ້ອງ​ຫລົບໜີ ອອກ​ຈາກ​ເຮືອນ​ຊານ​ຂອງ​ເຂົາ​ເຈົ້າ ​ໄປ​ຢູ່ໃນສູນ​ແຫ່ງ​ຕ່າງໆ.

XS
SM
MD
LG