ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

UN ກ່າວປະນາມ ການສັງຫານ ຜູ້ນຳຝ່າຍຄ້ານໃນ Burundi​ ທີ່ຖືກຍິງ​ເສຍຊີວິດ


Burundi opposition leader killed by gunmen
please wait

No media source currently available

0:00 0:00:21 0:00

ຊົ​ມວິ​ດີ​​ໂອ ກ​່ຽວກັບ ຜູ້ນຳຝ່າຍຄ້ານ Burundi ຖືກ​ຍິງເສຍຊີວິດ

ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ກ່າວປະນາມການ
ສັງຫານ ຜູ້ນຳຝ່າຍຄ້ານ ໃນ Burundi ເຊິ່ງການຕາຍຂອງທ່ານ
ແມ່ນໄດ້ເຮັດໃຫ້ຄວາມພະຍາຍາມ ໃນການແກ້ໄຂບັນຫາວິກິດ
ການຂອງປະເທດ ຜ່ານການເຈລະຈາ ທີ່​ອຸປະຖຳໂດຍ UN ນັ້ນ ຕ້ອງຢຸດຊະງັກລົງ.

ພິທີ​ຝັງ​ສົບຂອງທ່ານ Zedi Feruzi ຈາກ​ພັກ ສະຫະພາບເພື່​ອ
ສັນ​ຕິ​ພາ​ບ ​ແລະ ການ​ພັດທະນາ ​ໄດ້​ຖືກ​ຈັດ​ຂຶ້ນ ​ໃນ​ວັນ​ອາທິດວານ​ນີ້, ມື້​ໜຶ່ງ​ຫຼັງ​ຈາກ​ທີ່​ທ່ານ ​ແລະ ຜູ້​ຄຸ້ມ​ກັນທ່ານ​ຄົນ​ໜຶ່ງ ​ໄດ້​ຖືກ​ຍິງຕາຍ ໃນ​ນະຄອນຫຼວງ Bujumbura.

​ໃນຖະ​ແຫຼງການ​ທີ່​ອອກ​ໃນ​ຕອນ​ແລງ​ວັນ​ອາທິດວານ​ນີ້, ສະພາຄວາມ​ໝັ້ນຄົງ​ໄດ້​ກ່າວ​ປະນາມ ​ການ​ສັງຫານ​ທ່ານ​ Feruzi ​ແລະ ການ​ໂຈມ​ຕີ​ທີ່ຮຸນ​ແຮງ​ເຖິງ​ຕາຍ​ອີກ​ບັ້ນ​ໜຶ່ງ ​ໃນນະຄອນຫຼວງ Bujumbura ​ເມື່ອ​ສັບປະດາ​ທີ່​ຜ່ານ​ມາ​. ສະພາ​ຄວາມ​ໝັ້ນຄົງໄດ້​ຮຽກຮ້ອງໃຫ້​ ອຳນາດ​ການ​ປົກຄອງ​ຈົ່ງ​ພະ​ຍາ​ຍາມ​ປ້ອງ​ກັນ ບໍ່​ໃຫ້​ເກີດຄວາມ​ຮຸນ​ແຮງ ຕື່ມ​ອີກ​ ໃນ​ອະນາຄົດ ​ເຊິ່ງ​ໃນ​ຂະນະ​ດຽວ​ກັນ​ ກໍໃຫ້ເຄົາລົບ​ນັບຖື ​ເສລີ​ພາບ​ໃນ​ການສະ​ແດງ​ຄວາມ​ຄິດ​ເຫັນ ​ແລະ ​ເສລີພາບໃນ​ການ​ຊຸມນຸມ.

ສະ​ພາ​ຄວາມ​ໝັ້ນຄົງ​ໄດ້​ຮຽກຮ້ອງໃຫ້​ບັນດາ​ຜູ້ນຳ​ ​ເຂົ້າ​ຮ່ວມ​ໃນ​ການ​ເຈ​ລະ​ຈາ​ທາງ​ການ​ເມືອງ, ​ແຕ່​ວ່າ​ຜູ້ນຳຝ່າຍ​ຄ້ານ ທ່ານ Frederick Bamvuginyuvira ​ໄດ້​ກ່າວ​ໃນ​ເຊົ້າ​ຂອງ​ວັນ​ອາທິດ​ວ່າ ພັກ​ຂອງ​ທ່ານ ​ບໍ່​ສາມາດທຳ​ການເຈລະຈາ​ ກັບ​ລັດຖະບານ​ໄດ້​ອີກແລ້ວ.

The U.N. Security Council has condemned the killing of an opposition leader in Burundi whose death has derailed efforts to resolve the country's crisis through U.N.-sponsored negotiations.

Zedi Feruzi of the Union for Peace and Development party was buried Sunday, a day after he and a bodyguard were shot to death in the capital, Bujumbura.

In a statement late Sunday, the Security Council condemned his killing and another deadly attack in Bujumbura last week. It called on authorities to try to prevent further violence while also respecting the freedoms of expression and free assembly.

The Security Council urged leaders to take part in political negotiations, but opposition leader Frederick Bamvuginyumvira said earlier Sunday that his party can no longer hold

XS
SM
MD
LG