ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຫົວໜ້າ ສະຫະປະຊາຊາດ ຮຽກຮ້ອງໃຫ້ຢຸດຍິງ ໂດຍທັນທີ ໃນເຢເມັນ


ພວກກະບົດ Houthi ຂອງຊາວ Shi'ite ສະແດງການຄັດຄ້ານ ຕໍ່ການຫ້າມຂາຍອາວຸດ ຂອງ ສະຫະປະຊາຊາດ.
ພວກກະບົດ Houthi ຂອງຊາວ Shi'ite ສະແດງການຄັດຄ້ານ ຕໍ່ການຫ້າມຂາຍອາວຸດ ຂອງ ສະຫະປະຊາຊາດ.

ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​
ໄດ້​ຮຽກຮ້ອງ​ໃຫ້​ມີ​ “ການຢຸດ​ຍິງ​ໂດຍ​ທັນ​ທີ” ຢູ່ໃນ​ເຢ​ເມັນບ່ອນ
​ທີ່​ກຳລັງປະສົມ ພາຍໃຕ້ການນຳພາ ຂອງພວກປະເທດ Arab
ທີ່ນັບຖືສາສະໜາອິສລາມນິກາຍຊຸນນີ່ພວມປະຕິບັດ​ງານໂຈມ
​ຕີ​ທາງ​ອາກາດຕໍ່​ພວກ​ກະບົດ Shi’ite.

ຢູ່​ໃນ​ຄຳ​ປາໄສ​ໃນ​ວັນ​ພະຫັດ​ວານ​ນີ້ ​ທີ່ນະຄອນຫຼວງວໍ​ຊິງ​ຕັນ
ທ່ານ Ban ​ໄດ້​ເຕືອນວ່າ ​ເຢ​ເມັນ ພວມຕົກຢູ່ໃນ​ “​ແປວ​ໄຟ” ​
ແລະ​ກ່າວ​ວ່າ ມີມະຕິ​ດຽວເທົ່ານັ້ນ ກໍຄື​ໃຫ້ “ທຸກ​ຝ່າຍ” ​ຍຸດຕິ
ການ​ເປັນປໍລະປັກ ​ແລະ​ເຂົ້າ​ຮ່ວມການ​ເຈລະຈາ.

Yemen
please wait
Embed

No media source currently available

0:00 0:01:32 0:00

ທ່ານກ່າວ​ຕໍ່ສະໂມສອນນັກຂ່າວແຫ່ງຊາດວ່າ “ການດຳເນີນຂັ້ນຕອນທາງດ້ານ ການທູດ
ທີ່ໄດ້ຮັບການສະໜັບສະໜູນ ຈາກສະຫະ​ປະຊາ​ຊາດ​ ຍັງ​ເປັນທາງອອກ​ທີ່ດີ​ທີ່​ສຸດສຳຫລັບ
ສົງຄາມ​ທີ່ແກ່ຍາວເກີນຄວາມຈຳເປັນໂດຍ​ສ້າງຄວາມສັບສົນ​ ທີ່ຢ້ານ​ກົວ​ຕໍ່ສະຖຽນ​ລະ
ພາບ​ຢູ່​ໃນ​ຂົງ​ເຂດ”.

ຢ່າງ​ໜ້ອຍ 700 ຄົນ​ ໄດ້​ເສຍ​ຊີ​ເວິດ ນັບ​ຕັ້ງ​ແຕ່ເລີ້ມມີການໂຈມຕີທາງອາກາດ ​ຂອງກຳລັງ
​ປະສົມພາຍໃຕ້ການນຳພາຂອງຊາ​ອຸ​ດີ ອາຣາເບຍ ​ເມື່ອ​ສາມອາທິດກ່ອນ ​ຕໍ່​ພວກ​ກະບົດ Houthi ຊຶ່ງເປັນທີ່​ເຊື່ອ​ກັນ​ວ່າ ​ໄດ້​ຮັບ​ການ​ໜູນ​ຫລັງ​ຈາກ ອີຣ່ານນັ້ນ.

​ໃນວັນສຸກມື້ນີ້ ສະຫະປະຊາຊາດໄດ້ສົ່ງຄຳຮ້ອງຂໍເງິນຢ່າງຮີບດ່ວນ 274 ລ້ານ ໂດລາ ເພື່ອສະໜອງການຊ່ອຍເຫລືອສຸກເສີນແກ່ປະຊາຊົນຫລາຍລ້ານຄົນທີ່ ໄດ້ຮັບຜົນກະ
ທົບຈາກບັນຫາຂັດແຍ້ງໃນປະເທດດັ່ງກ່າວ ໂດຍໃຫ້ຂໍ້ສັງເກດວ່າ ຢ່າງໜ້ອຍ 150,000
ບໍ່ມີທີ່ຢູ່ອາໄສຍ້ອນຄວາມຮຸນແຮງນີ້.

ໃນ​ຕົ້ນ​ອາທິດ​ນີ້ ທູດ​ພິ​ເສດສະຫະ​ປະຊາ​ຊາດ ຮັບຜິດຊອບເລື້ອງເຢ​ເມັນ​ ທ່ານ Jamal
Benomar ຊຶ່ງເປັນຊາວ Morrocco ​ໄດ້​ລາ​ອອກ​ຈາກ​ໜ້າ​ທີ່ ຫລັງ​ຈາກ​ບໍ່ສາມາດນຳເອົາ
ສອງຝ່າຍ ​ເຂົ້າ​ມາເຈລະຈາສັນຕິພາບ.

​ແຫ​ລ່ງຂ່າວ​ທາງ​ການ​ທູດ​ແຈ້ງ​ວ່າ ນັກ​ການ​ທູດ Mauritaninia ທ່ານ Ismail Ould
Cheikh Ahmed ​ໃນ​ບໍ່​ຊ້າ​ນີ້ ຈະ​ຖືກ​ແຕ່ງຕັ້ງ ໃຫ້ເຂົ້າຮັບ​ໜ້າ​ທີ່ແທນ ທ່ານ Benomar
ຊຶ່ງອາດ​ຈະເປັນ​ໃນວັນສຸກມື້​ນີ້ກໍໄດ້.

ຊາ​ອຸ​ດີ ​ແລະ​ບັນດາ​ພັນທະ​ມິດໃນກຳລັງປະສົມ​ ມີ​ລາຍ​ງານ​ວ່າ ມີ​ຄວາມ​ພໍ​ດີ​ໃຈ​ກັບ​ອັນ​ທີ່
​ເຂົາ​ເຈົ້າ​ໄດ້​ເຫັນ​ວ່າ ທ່າ​ທີ​ອ່່ອນ​ແອຂອງທ່ານ Benomar ຕໍ່ພວກກະ ບົດ Houthi.

Yemen VP Renews Calls for Peace Talks as Humanitarian Crisis Deepens
please wait

No media source currently available

0:00 0:01:59 0:00

XS
SM
MD
LG