ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມັນເປັນເລື່ອງ ທີ່ໜ້າຢ້ານ ຖ້າພົບວ່າ ເຮືອບິນ ມາເລເຊຍ ຖືກຍິງຕົກ (ສະໄລດ໌/ວີດີໂອ)


US: Malaysian Plane Shot Down over War Area in Ukraine
please wait

No media source currently available

0:00 0:02:55 0:00

ລັດຖະມົນຕີຂົນສົ່ງຂອງມາເລເຊຍກ່າວວ່າ ມັນຈະເປັນເລື່ອງ
ທີ່ໜ້າຢ້ານກົວ ຕໍ່ຫລັກທີ່ເຄີຍປະຕິບັດກັນມາຂອງມະນຸດຊາດ
ຖ້າຫາກມີການພົບເຫັນວ່າ ເຮືອບິນໂດຍສານຂອງມາເລເຊຍ ຖືກຍິງຕົກດ້ວຍຄວາມຕັ້ງໃຈ ຢູ່ເໜືອເຂດທ້ອງຟ້າໃນພາກຕາ
ເວັນອອກຂອງຢູເຄຣນ.

ທ່ານ Liow Tion Lai ລັດຖະມົນຕີຂົນສົ່ງຂອງມາເລເຊຍກ່າວ
ຕໍ່ພວກນັກຂ່າວໃນວັນສຸກມື້ນີ້ ທີ່ນະຄອນຫລວງກົວລາລຳປີວ່າ
ການຍິງເຮືອບິນ ອາຍພົ່ນໂດຍສານຕົກ ໂດຍມີຈຸດປະສົງແອບ
ແຝງນັ້ນ ແມ່ນຜິດຕໍ່ກົດໝາຍຂອງນາໆຊາດ. ທ່ານກ່າວວ່າ ມາ
ເລເຊຍຍິນດີ ຮັບເອົາ ການຮຽກຮ້ອງ ເພື່ອໃຫ້ມີ ການສືບສວນ
ຢ່າງເປັນອິດສະຫຼະ ເບິ່ງອຸບັດເຫດ ເຮືອບິນຕົກ ທີ່ເຮັດໃຫ້ຜູ້
ໂດຍສານ ແລະພະນັກງານ ປະຈຳເຮືອບິນ 298 ຄົນເສຍຊີວິດ
ໄປ ໃນວັນພະຫັດວານນີ້.

MAYALASIA UKRAINE PLANE SOTVO
please wait

No media source currently available

0:00 0:00:53 0:00

ນອກນັ້ນ ທ່ານຍັງເວົ້າວ່າ ມາເລເຊຍໄດ້ສົ່ງຄະນະຮັບມືກັບໄພພິບັດຈຳນວນ 62 ຄົນໄປ ຍັງນະຄອນ Amsterdam ເພື່ອຊ່ອຍເຫຼືອໃນການໃຫ້ຄວາມສະໜັບສະໜຸນແກ່ຄອບຄົວ ຂອງພວກເຄາະຮ້າຍ.

ພວກຜູ້ນຳໃນທົ່ວໂລກ ພວມຮຽກຮ້ອງໃຫ້ທຳການສືບສວນກ່ຽວກັບອຸບັດເຫດເຮືອບິນໂບ
ອິ້ງ 777 ຕົກ ໃນຂະນະທີ່ພວມບິນຈາກ Amsterdam ໄປຍັງນະຄອນກົວລາລຳເປີ ໂດຍ ທີ່ຊາກຫັກພັງຂອງເຮືອບິນແລະພາກສ່ວນຂອງຊາກສົບຜູ້ໂດຍສານໄດ້ຕົກລົງມາຢັ່ງຢາຍ ຢູ່ໃນບໍລິເວນກວ້າງ ຮວມທັງທົ່ງແຫ່ງນຶ່ງທີ່ເກີດໄຟໄໝ້. ຜູ້ໂດຍສານສ່ວນໃຫຍ່ໃນຖ້ຽວບິນ ດັ່ງກ່າວ ແມ່ນເປັນຄົນເນເທີແລນ ແລະຫຼາຍໆຄົນ ແມ່ນພວມເດີນທາງໄປອອສເຕຣເລຍ ເພື່ອເຂົ້າຮ່ວມກອງປະຊຸມໂຣກເອດສ໌ນາໆຊາດ ທີ່ນະຄອນ Melbourne.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ຮຽກຮ້ອງໃຫ້ທຳການ ສືບສວນແບບໂປ່ງໃສ ກ່ຽວກັບອຸບັດເຫດເຮືອບິນຕົກຄັ້ງນີ້. ສະພາຄວາມໝັ້ນຄົງອົງການ ສະຫະປະຊາຊາດ ຈະເປີດກອງປະຊຸມສຸກເສີນ ໃນວັນສຸກມື້ນີ້ ເພື່ອປຶກສາຫາລື ກ່ຽວກັບ
ໂສກນາດຕະກຳ ທີ່ຫຼາຍໆຄົນຄາດຄະເນກັນວ່າ ແມ່ນເກີດຂຶ້ນຍ້ອນວິກິດການແບ່ງແຍກ ດິນແດນໃນຢູເຄຣນ.

Ukraine Conflict Tensions Rise With Crash of Malaysian Passenger Plane
please wait

No media source currently available

0:00 0:02:43 0:00

ເອກອັກຄະລັດຖະທູດຂອງຢູເຄຣນປະຈຳອົງການສະຫະປະຊາຊາດທ່ານ Yuriy Serge-
yev ກ່າວວ່າ ຢູເຄຣນຈະນຳສະເໜີຫລັກຖານຕໍ່ສະພາຄວາມໝັ້ນຄົງ ໃນອັນທີ່ທ່ານເອີ້ນ
ວ່າ ການພົວພັນຂອງກອງທັບຣັດເຊຍ ໃນເຫດຮ້າຍຄັ້ງນີ້.

ຮອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວວ່າ ເຮືອບິນອາຍພົນໂດຍສານໄດ້ ຖືກຍິງໃຫ້ລະເບີດຢູ່ໃນທ້ອງຟ້າ ເທິງພາກຕາເວັນອອກຢູເຄຣນ ແລະບໍ່ໄດ້ຕົກຍ້ອນອຸບັດ
ເຫດ.

ທ່ານ Jeff Seldin ຜູ້ສື່ຂ່າວວີໂອເອ ປະຈຳກະຊວງປ້ອງກັນປະເທດສະຫະລັດ ກ່າວວ່າ ເຈົ້າໜ້າທີ່ສະຫະລັດໃຫ້ການຢືນຢັນວ່າ ເຮືອບິນໄດ້ຖືກລູກສອນໄຟ ແຕ່ຍັງບໍ່ທັນເປັນທີ່ ຈະແຈ້ງເທື່ອວ່າ ກຸ່ມໃດເປັນຜູ້ຍິງລູກສອນໄຟ ຈາກພາກພື້ນດິນຫາອາກາດດັ່ງກ່າວ ຫລື ມັນຍິງມາຈາກດິນແດນຣັດເຊຍ ຫຼືຢູເຄຣນກັນແທ້.

ເຈົ້າໜ້າທີ່ເວົ້າວ່າ ເຮືອບິນລຳນີ້ມີທ່າທາງວ່າ ໄດ້ຕົກເປັນເປົ້າໂດຍເຈດຕະນາຂອງຜູ້ໃດ ຜູ້ນຶ່ງຫລື ອາດຈະເຂົ້າໃຈຜິດຄິດວ່າ ເປັນເຮືອບິນຂົນສົ່ງທະຫານ.

XS
SM
MD
LG